ກະຊວງແຜນການແລະການລົງທຶນໃຫ້ຮູ້ວ່າ:
ການຈັດຕັ້ງປະຕິບັດວຽກງານຂອງຕົນໃນປີຜ່ານມາໄດ້ປະສົບ ຜົນສຳເລັດຫຼາຍດ້ານໂດຍສະເພາະການສົ່ງເສີມການລົງ
ທຶນ, ວຽກງານຮ່ວມມືສາກົນ, ວຽກງານກວດກາ, ຕີລາຄາ ແລະ ອື່ນໆ, ແຕ່ຄຽງຄູ່ກັນນັ້ນກໍຍັງມີບາງຂໍ້ຄົງຄ້າງທີ່ຈະຕ້ອງໄດ້
ເອົາໃຈໃສ່ປັບປຸງແກ້ໄຂຄື: ການຈຳກັດປະກົດການຫຍໍ້ທໍ້ ໃນຂົງເຂດການລົງທຶນທັງພາກລັດແລະເອກະຊົນຍັງບໍ່ທັນເຂັ້ມງວດ,
ການບໍລິການ ດ້ານການລົງທຶນ ແລະ ການຮ່ວມ ມືໃນບາງດ້ານຍັງຊັກຊ້າ, ແກ່ຍາວ, ການກວດກາຢູ່ພາກສະໜາມຍັງ
ບໍ່ທັນເຮັດໄດ້ດີເທົ່າທີ່ຄວນ, ພະນັກງານຈຳນວນ ໜຶ່ງຍັງບໍ່ສາມາດຍົກລະດັບຕົນເອງທາງດ້ານວິຊາສະເພາະ,
ກໍໍຄືຍົກສູງຄວາມຮັບຜິດຊອບທາງດ້ານການເມືອງແນວຄິດ ໃຫ້ສູງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ,
ກໍຄືໜ້າທ່ີການເມືອງທີ່ໄດ້ຮັບມອບໝາຍ ແລະ ຍັງຂາດຄວາມບຸກບືນ, ກະຕືລືລົ້ນ, ແບບແຜນການເຮັດວຽກການປະສານງານລະຫວ່າງສູນກາງ
ແລະ ທ້ອງຖິ່ນເຖິງວ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນແຕ່ກໍຍັງບໍ່ທັນຄອງຕົວເທົ່າທີ່ຄວນ, ການຫັນເປັນທັນສະໄໝຍັງຊັກຊ້າ,
ອັນເນື່ອງມາຈາກ ການຮັບຮູ້ ແລະ ເຊື່ອມຊຶມເອກະສານມະຕິຕ່າງໆຂອງພະນັກງາລັດຖະກອນຈຳນວນໜຶ່ງບໍ່ທັນເລິກເຊຶ່ງ,
ເປັນຮູບການ ຮຽນແລ້ວກໍ່ຜ່ານໄປ, ບໍ່ໄດ້ ຕັດສິນໃຈແລະ ຕັ້ງໜ້າຜັນຂະຫຍາຍໃນພຶດຕິກຳຕົວຈິງ,
ແບແຜນວິທີເຮັດວຽກໃນບາງ ດ້ານຍັງບໍ່ທັນສອດຄອງ, ສ່ວນຫຼາຍຍັງເນັ້ນໃສ່ວຽກປະຈຳ, ເມື່ອປະເຊີນໜ້າຈຶ່ງເຮັດໃຫ້ການປະຕິບັດວຽກງານບໍ່ເປັນລະ
ບົບ ແລະ ບໍ່ມີ ປະສິດທິພາບສູງ ແລະ ທັງໝົດທີ່ກ່າວມານັ້ນແມ່ນບາງຂໍ້ຄົງຄ້າງໃນວຽກງານແຜນການ
ແລະ ການລົງ ທຶນທີ່ພາກສ່ວນກ່ຽວຂ້ອງຈະຕັ້ງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃຫ້ດືຂຶ້ນ
Ad
3 February 2015
ພຽງ 1 ວັນ ມີຜູ້ເສຍຊີວິດ 3 ຄົນ
ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ
31 ມັງກອນຜ່ານມາ, ໄດ້ເກີດອຸປະ ຕິເຫດ 3 ກໍ ລະນີຄື: ໃນເວລາປະມານ 11:30 ໄດ້ເກີດເຫດລົດຈັກໝາຍເລກທະບຽນ
ດລ 3337 ກຳແພງ ນະຄອນ ຂັບຂີ່ ໂດຍທ້າວ ລິດ ອາຍຸ 22 ປີ, ເປັນທະຫານ ຢູ່ບ້ານໄຮ່ ເມືອງໄຊທານີ
ສ່ວນຜູ້ຊ້ອນທ້າຍ ແມ່ນນາງ ລິດດີ ອາຍຸ 21 ປີ ຢູ່ ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ໄດ້ຂັບຂີ່ມາແຕ່ທາງນະຄອນ
ຫລວງວຽງຈັນ ໄປຕາມເສັ້ນທາງເລກ 13 ໃຕ້ ເມື່ອໄປຮອດຈຸດເກີດເຫດ ບ້ານໄຮ່, ເມືອງໄຊທານີ ໄດ້ໄປ
ຕຳເອົາທ້າຍລົດຈັກໝາຍເລກທະບຽນ ຍຈ 6791 ຂັບຂີ່ ໂດຍທ້າວ ໂຜ່ຍ ອາຍຸ 33 ປີ ຢູ່ບ້ານໜອງເຂັງ
ເມືອງໄຊທານີ ທີ່ຂັບຂີ່ມາໃນທິດທາງດຽວກັນຢ່າງແຮງ ເຮັດໃຫ້ຜູ້ຊ້ອນ ທ້າຍຊື່ນາງ ສຸນັນທາ ອາຍຸ
28 ປີ, ຢູ່ບ້ານໜອງເຂັງ ເມືອງໄຊທານີ ຕົກຈາກລົດເສຍຊີວິດຄາທີ່ ແລະ ໃນເວລາດຽວກັນ ໄດ້ເກີດເຫດ
ລົດໃຫຍ່ ຮຸນໃດ ໝາຍເລກທະບຽນ ກຈ 3850 ກຳແພງນະຄອນ ທີ່ຂັບຂີ່ໂດຍທ້າວ ເກດວິໄຊ ອາຍຸ 35 ປີ,
ອາຊີບກຳມະກອນ, ຢູ່ບ້ານສະຫວ່າງ ເມືອງຈັນທະບູລີ
ທີ່ຂັບຂີ່ມາແຕ່ທາງບ້ານວັງຊາຍ ມຸ້ງໜ້າໄປ ທາງໄຟແດງ ໜອງໜ່ຽງ ເມື່ອມາຮອດຈຸດເກີດເຫດໄດ້ໄປຕຳກັບລົດຈັກໝາຍເລກທະບຽນ
ຍຮ 4689 ກຳແພງນະຄອນ ຂັບຂີ່ໂດຍ ທ້າວ ບຸນສອງ
2 February 2015
ເປີດນຳໃຊ້ຂົວຂ້າມນ້ຳງື່ມເມືອງເກົ່າ-ປາກກະຍຸງຢ່າງເປັນທາງການ
ພິທີເປີດນຳໃຊ້ຂົວຂ້າມນ້ຳ
ງື່ມເຂດບ້ານເມືອງເກົ່າ-ປາກກະ ຍຸງ ເມືອງວຽງ ຄຳ ແຂວງວຽງ ຈັນ ໄດ້ມີຂຶ້ນໃນວັນທີ 30 ມັງ ກອນຜ່ານມານີ້, ໂດຍການເຂົ້າຮ່ວມ ຂອງທ່ານ
ສົມສະຫວາດ ເລັ່ງສະ ຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ ນຳວຽກການ ຜະລິດ ແລະ ຈໍລະ ຈອນ,
ຂະນະທີ່ອຳນາດການປົກ ຄອງແຂວງວຽງຈັນຕີລາຄາສູງ
ວ່າຂົວແຫ່ງນີ້ແມ່ນຈຸດເຊື່ອມຕໍ່ທາງທົ່ວທິດເຊື່ອມເສດຖະກິດທົ່ວພາກ.
ທ່ານ ພຸດສະດຸ ອິນທະວົງ ອຳ ນວຍການກຸ່ມບໍລິສັດ
ມາລີນີ ກ່າວ ວ່າ: ໄດ້ເລີ່ມລົງມືກໍ່ສ້າງຂົວແຫ່ງນີ້ ມາແຕ່ຕົ້ນປີ 2012, ມີຄວາມຍາວ 270 ກວ່າແມັດ, ກວ້າງ 11 ແມັດ,
ມີມູນຄ່າກໍ່ສ້າງທັງໝົດ 18 ລ້ານ
ກວ່າໂດລາສະຫະລັດ, ໂດຍແມ່ນ
ກຸ່ມບໍລິສັດມາລີນີເປັນຜູ້ລົງທຶນກໍ່ ສ້າງ 100% ແລະ ສຳປະທານໃນ
ໄລຍະ 38 ປີ, ຫລັງຈາກນັ້ນແມ່ນ
ມອບໂອນໃຫ້ລັດຖະບານຄຸ້ມຄອງນຳໃຊ້ຕໍ່ໄປ. ປັດຈຸບັນຄ່າບໍລິການ ຜ່ານຂົວລົດຈັກ 2 ພັນກີບ, ລົດ
ໂທລະພາບຫວຽດນາມມອບອຸປະກອນຜະລິດຂ່າວໃຫ້ໂທລະພາບແຫ່ງຊາດລາວ
ໃນວັນທີ 30 ມັງກອນຜ່ານມານີ້, ທ່ານ
ດຣ ເຈີນ ຢຸງ ຈິງ ຮອງອຳນວຍ ການ ສະຖານີໂທລະພາບຫວຽດນາມໄດ້ມອບອຸ ປະກອນຜະລິດລາຍການ ຂ່າວ ປະກອບມີ: ກ້ອງວີດີໂອ 3 ໜ່ວຍ, ຈໍພາບອ່ານຂາວ 1 ຊຸດ, ໄມ,
ດອກໄຟ ແລະ ເຄື່ອງຈຳນວນ ໜຶ່ງ ລວມມູນຄ່າ 800 ລ້ານກວ່າ ກີບໃຫ້ທ່ານ ດຣ
ບຸນເຈົ້າ ພິຈິດ ອຳ ນວຍການສະຖານີໂທລະພາບແຫ່ງຊາດລາວເພື່ອນຳໃຊ້ເຂົ້າໃນ
ວຽກງານຂອງ ໂທລະພາບແຫ່ງ ຊາດກໍຄືການຖ່າຍພາບເຄື່ອນໄຫວຕ່າງໆເພື່ອຜະລິດຂ່າວ, ລາຍ ການໃຫ້ມີຄວາມວ່ອງໄວ, ຈະແຈ້ງ ແລະ ປະສິດທິພາບ,
ເຊິ່ງໃນໄລຍະຜ່ານມາສະຖານີໂທລະພາບຫວຽດນາມກໍໄດ້ໃຫ້ການ ຊ່ວຍເຫລືອສະ ຖານີໂທລະພາບແຫ່ງຊາດລາວໃນຫລາຍດ້ານ
ເປັນຕົ້ນ: ການກໍ່ສ້າງບຸກຂະລະກອນດ້ານສື່ອີເລັກໂຕນິກ ແລະ ສະໜອງອຸປະກອນເຕັກນິກ ຕ່າງໆ
ແລະ ໃນປີ 2015,2016 ແລະ 2017 ຈະໃຫ້ທືນຊ່ວຍເຫລືອກໍ່ສ້າງພະນັກງານປີລະ
10 ທຶນ.
ໃນພິທີມອບ-ຮັບການຊ່ວຍ ເຫລືອຄັ້ງນີ້ມີທ່ານ
ຫງວຽນ ແມ໋ງ ຮຸ່ງເອກອັກຄະລັດຖະທູດຫວຽດ ນາມປະຈຳລາວ, ພ້ອມດ້ວຍພະ ນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ບໍລິສັດ ສະກາຍໂທລະຄົມ ເປີດໃຫ້ບໍລິການຢ່າງເປັນທາງການ
ວັນທີ 30 ມັງກອນນີ້, ບໍລິສັດ ສະກາຍໂທລະຄົມຕັ້ງຢູ່ນະຄອນຫຼວງວຽງ ຈັນ,
ມີການເປີດໃຫ້ບໍລິ ການຢ່າງເປັນທາງການ, ໂດຍກ
ານເຂົ້າຮ່ວມເປີດພິທີຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກລັດຖະມົນຕີວ່າການ ກະຊວງການຕ່າງປະເທດ.
ທ່ານ ສົມຄິດ ໄຊສົງຄາມ ອໍາ ນວຍການ ບໍລິສັດ
ສະກາຍໂທລະ ຄົມມີຄຳ ເຫັນໃນພິທີວ່າ: ການເປີດ
ບໍລິການດ່ັງກ່າວກໍເພື່ອເປັນການຂໍານັບຮັບຕ້ອນວັນປະ ຫວັດສາດທີ່ ສໍາຄັນຂອງຊາດກໍຄື:
ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ ຮອບ 60 ປີ ແລະ ວັນສະຖາປານາ ສປປ ລາວ ຄົບຮອບ 40 ປີ. ບໍລິ
ສັດສະກາຍໂທລະຄົມແມ່ນຫົວ ໜ່ວຍເສດຖະກິດໜຶ່ງທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ
ແລະ ສ້າງສາປະເທດ ຊາດ, ສ້າງໂຄງລ່າງພື້ນຖານ
ທາງດ້ານລະບົບໂທລະຄົມມະນາ ຄົມ ແລະ ການສື່ສານ ໃຫ້ ມີຄວາມ ເຂັ້ມແຂງ, ທັນສະໄໝ ແລະ ໄດ້ ຕາມມາດຕະຖານຂອງສາກົນ. ບໍລິ ສັດສະກາຍໂທລະຄົມໄດ້ສ້າງຕັ້ງ
ບໍລິສັດຫຼັກຊັບເອພີເອັມລາວ ເປີດໂຕດໍາເນີນທຸລະກິດທີ່ປຶກສາທາງການເງິນໃນລາວ
ວັນທີ 31 ມັງກອນນີ້ ທີ່ໂຮງ ແຮມ ແລນມາກ ແມ່ຂອງລີເວີໄຊ ນະຄອນ ຫຼວງວຽງຈັນ, ໄດ້ມີພິທີ ເປີດໂຕບໍລິສັດຫຼັກຊັບ ເອພີເອັມ ລາວ ຈໍາກັດ, ເຊິ່ງເປັນ ບໍລິສັດດໍາເນີນທຸລະກິດທີ່ປຶກສາທາງການ ເງິນຄົບວົງຈອນ ແລະ ມີນະໂຍ
ບາຍສົ່ງ ເສີມຄວາມຮູ້ທາງດ້ານຕະຫຼາດທຶນໃນປະເທດລາວນໍາດ້ວຍ.
ເຂົ້າຮ່ວມພິທີເປີດໂຕດັ່ງກ່າວມີທ່ານ ນາງ ວັດທະນາດາລາລອຍຮອງ ຜູ້ວ່າການທະ ນາຄານແຫ່ງ
ສປປ ລາວ.
ທ່ານ ສົມພົບ ສັກພັນພະນົມ ອໍານວຍການ ບໍລິສັດ
ຫຼັກຊັບເອພີ ເອັມລາວ ໃຫ້ຮູ້ວ່າ: ບໍລິສັດຂອງຕົນ ໄດ້ສ້າງຕັ້ງຂຶ້ນ ໃນວັນທີ 5 ມິຖຸນາ 2013 ແລະ ໄດ້ຮັບອະນຸຍາດຈາກ ສໍານັກງານຄະນະກໍາມະການຄຸ້ມ ຄອງຫຼັກຊັບ, ໃຫ້ດໍາເນີນທຸລະກິດ ຕັ້ງແຕ່ວັນທີ 16 ພະຈິກ 2013 ເປັນຕົ້ນມາໂດຍສະເພາະແມ່ນການໃຫ້ການປຶກສາທາງດ້ານການເງິນ ເຊັ່ນ:
ການປະສານ ງານຈັດຫາ ແຫຼ່ງເງິນກູ້ ( Loan Arran ger), ຈັດຫາຜູ້ຮ່ວມລົງທຶນ
(Joint Venture), ການເງິນສໍາ ລັບການລວບ
ລາວ-ຍີ່ປຸ່ນ ຮ່ວມສະແດງ ສິລະປະລະນຶກວັນສ້າງຕັ້ງສາຍ ພົວພັນການທູດຂອງສອງປະເທດຄົບຮອບ 60 ປີ
ໃນວັນທີ 31 ມັງກອນຜ່ານ ມາ, ຢູ່ສູນກິລາຢູໂດລາວ-ຍີ່ປຸ່ນ
ນະຄອນ ຫລວງວຽງຈັນໄດ້ຈັດ ງານສິລະປະການສະແດງ 2015 ຂຶ້ນ,
ໂດຍການເຂົ້າ ຮ່ວມຂອງທ່ານ ຮິໂຣະຢູກິ ຄິຊິໂນະ ເອກອັກຄະລາ
ຊະທູດຍີ່ປຸ່ນປະຈຳລາວ, ພ້ອມ ດ້ວຍຜູ້ຊົມທັງພາຍໃນ ແລະ ຕ່າງ
ປະເທດຫລາຍຮ້ອຍຄົນ.
ງານດັ່ງກ່າວແມ່ນຈັດຂຶ້ນ
ເປັນຄັ້ງທຳອິດທີ່ນະຄອນຫລວງ ວຽງຈັນ,
ໂດຍມີນັກສະແດງຈາກ ລາວທີ່ສະແດງໃນຮູບແບບທີ່ເປັນ
ເອກກະລັກຂອງຕົນເອງ ເຊັ່ນ: ຟ້ອນ, ຮ້ອງເພງແບບພື້ນເມືອງ ແລະ
ສະແດງລະຄອນແບບພື້ນ ບ້ານ, ການຟ້ອນຮ່ວມສະໄໝ, ກາ ຍະສິນ ແລະ ການ ສະແດງຫຸ່ນເງົາ ທີ່ສາມາດດຶງດູດໃຈຜູ້ຊົມເປັນຢ່າງດີ.
ນອກຈາກນີ້ ຍັງມີນັກສະແດງ ຈາກປະເທດຍີ່ປຸ່ນມາສະແດງລະ ຄອນສັ້ນໃນຮູບແບບຕະລົກ, ປະ ສົມກັບຊີວິດຈິງເພື່ອໃຫ້ຜູ້ຊົມໄດ້ເພີດເພີນກັບການສະແດງ.
ວຽກງານສິດທິມະນຸດຂອງລາວມີຜົນສຳເລັດຫຼາຍດ້ານ
ພາຍຫຼັງທີ່ຄະນະນະຜູ້ແທນ ລາວໄດ້ສຳເລັດການເດີນທາງໄປຮ່ວມການທົບທົນປະຈຳໄລຍະ
ຂອງສະພາສິດທິມະ ນຸດສະ ຫະປະ
ຊາຊາດໃນວັນທີ 20
ມັງກອນນີ້, ຢູ່ນະຄອນເຊີແນວ, ປະເທດສະວິດ
ແລະ ມາຮອດວັນທີ 30 ມັງກອນ ນີ້, ຄະນະຜູ້ແທນກໍໄດ້ຈັດຖະແຫຼ່ງ
ຂ່າວຜົນສຳເລັດຂອງການເຂົ້າ ຮ່ວມທົບທວນຄັ້ງນີ້ຂຶ້ນ, ຢູ່ສະມາ
ຄົມນັກຂ່າວແຫ່ງປະ ເທດລາວ, ໂດຍທ່ານ ພົງສະຫວັດ ບຸບຜາ, ລັດ
ຖະມົນຕີ, ທັງເປັນປະທານຄະນະຊີ້ນຳລະດັບຊາດການປະສານງານດ້ານ ສິດທິມະນຸດ, ໂດຍມີສື່ມວນ
ຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.
ປະທານຄະນະກຳມະການຊີ້ນຳລະດັບຊາດການປະສານງານ
ດ້ານສິດທິມະນຸດຖະແຫຼ່ງວ່າ: ໃນ ການຮ່ວມການທົບ ທວນປະຈຳໄລຍະດ້ານສິດທິມະນຸດຄັ້ງນີ້, ຄະນະ
ຜູ້ແທນລາວໄດ້ກ່າວລາຍງານ ແລະ ແຈ້ງໃຫ້ສາກົນຮັບຊາບ ກ່ຽວກັບນະໂຍ ບາຍສົ່ງເສີມ ແລະ
ປົກປ້ອງສິດທິມະນຸດຂອງ ສປປ ລາວ, ຜົນສຳເລັດຂອງການຈັດ
ຕັ້ງປະຕິບັດວຽກງານດ້ານສິດທິມະນຸດ ໃນໄລຍະຜ່ານມາ (2010ຮອດປັດຈຸບັນ),
ໂດຍສະເພາະ ແມ່ນຍົກໃຫ້ເຫັນເຖິງຜົນສຳລັດ ຂອງການບູລະນະການປົກຄອງ,
ການສ້າງລັດແຫ່ງກົດໝາຍ, ການ
ພັດທະນາເສດຖະກິດ-ສັງຄົມ, ການລືບລ້າງຄວາມທຸກຍາກ, ການປະຕິບັດເປົ້າໝາຍສະ
ຈົ່ງລະມັດລະວັງບັນຫາອັກຄີໄພ
ກໍດັ່ງທຸກໆປີພໍຕົກເຂົ້າສູ່ລະດູ
ແລ້ງບັນຫາອາກາດແຫ້ງ ແລະ ມີ ລົມພັດແຮງອາດມີຄວາມສ່ຽງສູງ ທີ່ຈະເກີດອັກຄີໄພໄດ້ງ່າຍ.
ກໍດັ່ງຢູ່ ນະຄອນຫລວງວຽງຈັນພຽງ ເດືອນຜ່ານມາໄດ້ມີອັກຄີໄພເກີດຂຶ້ນ 9 ຄັ້ງແລ້ວ ໄດ້ນຳຄວາມເສຍ
ຫາຍທາງດ້ານ ຊັບສິນ, ເຮືອນຊານ ນັບຫລາຍຕື້ກີບ ແລະ ປີ 2014 ຜ່ານມາ, ຢູ່ທົ່ວປະເທດມີອັກຄີໄພ ເກີດຂຶ້ນຫລາຍເຖິງ 158 ຄັ້ງ, ມີຜູ້ ເສຍຊີວິດ 6
ຄົນ ໂດຍສະເລ່ຍ ແລ້ວ ເກືອບວ່າ 2 ມື້ໃດຈະມີອັກຄີໄພ
ເກີດຂຶ້ນໜຶ່ງຄັ້ງ ອັນໄດ້ສ້າງຄວາມ ເສຍຫາຍຢ່າງ ມະຫາສານ, ໃນນັ້ນ
ຮ້າຍແຮງກວ່າໝູ່ແມ່ນເຫດໄຟໄໝ້ຕະຫລາດທົ່ງຂັນຄຳ ຢູ່ນະຄອນ ຫລວງວຽງຈັນ ເມື່ອຫົວຄ່ຳຂອງ
ວັນທີ 26 ມີນາ 2014 ຜ່ານມາ
ສົ່ງຜົນໃຫ້ຫລາຍຄອບຄົວທີ່ຄ້າຂາຍຢູ່ໃນຕະຫລາດດັ່ງກ່າວຕ້ອງ ປະເນື້ອສະຫລາຍໂຕ, ຕ້ອງໄດ້ໃຊ້ ເວລາຫລາຍເດືອນຈຶ່ງສາມາດ ຟື້ນ ໂຕ ແລະ ມີສະຖານທີ່ຂາຍເຄື່ອງໃໝ່ຂຶ້ນມາເພື່ອບັນເທົາທຸກໄດ້ສ່ວນໃດໜຶ່ງ.
ດັ່ງນັ້ນ ໃນລະດູແລ້ງນີ້ ຖ້າ ພວກເຮົາບໍ່ມີສະຕິ
ແລະ ມາດຕະ ການເຂັ້ມງວດໃນການສະກັດກັ້ນ ອັກຄີໄພແມ່ນຜົນ ຮ້າຍດັ່ງກ່າວ
ອາດກັບມາສູ່ພວກເຮົາອີກກໍເປັນ ໄດ້. ສະນັ້ນ ທຸກຄົນຕ້ອງມີສະຕິ ໃນ ການນຳໃຊ້ຟືນໄຟເຊັ່ນ:
ຢູ່ໃນເມືອງ
ລາວຟອດ ຈັບສະຫລາກສະຫລອງວັນສ້າງຕັ້ງຄົບຮອບ 111 ປີ
ໃນວັນທີ 30 ມັງກອນນີ້, ບໍລິສັດ ລາວຟອດ ຊີຕີ, ໄດ້ຈັດງານຈັບສະ ຫລາກເພື່ອຄືນກຳໄລ ໃຫ້ລູກຄ້າ, ຂຶ້ນທີ່ບໍລິສັດຕົນ
ບ້ານ ຂຸນຕາທົ່ງ ເມືອງສີໂຄດ ຕະບອງ, ນະຄອນຫລວງວຽງຈັນ, ໃນໂອ ກາດສະຫລອງວັນຄົບຮອບ 111 ປີ
ແຫ່ງການກໍ່ຕັ້ງບໍລິສັດຂອງຕົນ ໂດຍມີທ່ານ ດີລິບ ເຈຊູທາຊານ ຜູ້ ອຳນວຍການ ບໍລິສັດ
ລາວຟອດ ຊີຕີ, ພ້ອມດ້ວຍພະນັກງານ ແລະ
ລູກຄ້າເຂົ້າຮ່ວມເປັນຈຳນວນ ຫລາຍ.
ງານຄັ້ງນີ້ ເພື່ອເປັນການຄືນ ກຳໄລໃຫ້ກັບລູກຄ້າທີ່ໃຫ້ຄວາມໄວ້
ວາງໃຈເລືອກຊື້ລົດຈາກລາວຟອດ ຊິຕີ,
ໃນລະ ຫວ່າງເດືອນພະຈິກ ຫາ ທັນວາ 2014 ຜ່ານມາ,
ເຊິ່ງຜູ້ໂຊກ ດີທີ່ໄດ້ຮັບລາງວັນທີ 1
ເປັນລົດເກັງ ໂຟກັດ ໄດ້ແກ່ທ່ານ ປະ ກອບ ສີຊົມ ພູ ທີ່ໄດ້ຊື້ລົດເກັງ ຟີເອັສຕາ ຢູ່ບໍລິ
ສັດ ລາວຟອດ ຊິີ ໃນລະຫວ່າງ ເດືອນພະຈິກຜ່ານມາ, ລາງວັນທີ 2 ຊຳຊຸງ ກາແລັກຊີ ໂນດ 4 ຈຳນວນ 5 ລາງວັນ, ລາງວັນທີ 3 ໂທລະ
ພາບ 40 ນິ້ວ ຈຳນວນ 5 ລາງວັນ, ລາງວັນທີ 4 ເຄື່ອງສຽງ
Subscribe to:
Posts (Atom)





