Ad

Ad

22 April 2014

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ພົບປະກັບສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ



     ໃນວັນທີ 21 ເມສານີ້, ຢູ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດ ຖະມົນຕີ ທອງສິງ ທຳມະວົງ ໄດ້ ໃຫ້ກຽດເປັນປະທານກອງປະຊຸມ ພົບປະກັບສະພາການ ຄ້າ ແລະ ອຸດສະຫະກຳແຫ່ງຊາດ, ໂດຍ ທ່ານນາຍົກໄດ້ມີຄຳເຫັນ ກ່າວເປີດກອງປະຊຸມສຳ ຄັນດັ່ງກ່າວວ່າ:ໄປຄຽງຄູ່ກັບການພັດທະນາເສດຖະກິດທີ່ມີຈັງຫວະການຂະຫຍາຍຕົວໄວໃນ ແຕ່ ລະປີຜ່ານມາສະເລ່ຍ 8% ຕໍ່ປີ, ພັດມີເຫດການຄວາມຫຍຸ້ງຍາກທາງດ້ານການ ເງິນ-ງົບ ປະມານເກີດຂຶ້ນ ຊຶ່ງບັນຫາສຳຄັນ ແມ່ນການຂາດດຸນງົບປະມານຂອງລັດຖະບານ ໝາຍວ່າ: ລາຍຮັບບໍ່ພໍລາຍ ຈ່າຍ, ສະພາບດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ພາກ ການຜະລິດ ແລະ ທຸລະ ກິດ, ການເບີກຈ່າຍ ເງິນເດືອນ ແລະ ລວມເຖິງຄ່າ ຄອງຊີບຕ່າງໆ. ດັ່ງນັ້ນ, ກອງ ປະຊຸມ ຄັ້ງນີ້ຈຶ່ງມີ ຄວາມສຳຄັນ ຫລາຍເພື່ອເປີດໂອກາດໃຫ້ພາກລັດ ແລະ ທຸລະກິດໄດ້ຮ່ວມກັນ ປຶກສາຫາລືບັນຫາທີ່ຈຳເປັນ ແລະ ຮີບດ່ວນ ກ່ຽວຂ້ອງກັບ ການພັດທະນາເສດຖະກິດ-ສັງ ຄົມເວົ້າລວມ ເວົ້າສະເພາະແມ່ນ ເພື່ອພ້ອມກັນເຂົ້າໃຈສະພາບ ເສດຖະກິດມະ ຫາພາກຂອງປະ ເທດເຮົາໃນປັດຈຸບັນ ແລະ ພ້ອມ ກັນຈັດຕັ້ງປະຕິບັດ 6 ມາດຕະ ການຂອງລັດຖະບານ

ລາຄາ​ສິນຄ້າ​ມີ​ການ​ເໜັງ​ຕີງ​ແກ່ຍາວ ​ແລະ ຍັງ​ແກ້​ໄຂ​ບໍ່​ຕົກ



     ຄື​ດັ່ງ​ທີ່​ຮູ້​ແລ້ວ​ວ່າ: ພໍ​ຕົກ​ມາ​ເຖິງ​ວັນ​ບຸນ​ສຳຄັນ​ຕ່າງໆ​ຂອງ​ຊາດ ຜູ້​ປະກອບ​ການ​ຊື້ຂາຍ​ຕາມ​ທ້ອງ​ຕະຫລາດ​ມັກ​ສວຍ​ໂອກາດ​ຂຶ້ນລາຄາ​ສິນຄ້າ​ຕາມ​ລຳພັງ​ໃຈ, ເຖິງ​ວ່າ​ພາກສ່ວນ​ກ່ຽວຂ້ອງ​ໄດ້​ວາງ​ຂໍ້​ກຳນົດ​ກົດ​ລະບຽບ​ໃນ​ການ​ຄຸ້ມ​ຄອງ​ລາຄາ, ​ແຕ່​ວ່າ​ຊາວ​ຄ້າຂາຍ​ບໍ່​ຍອມ​ປະຕິບັດ​ຕາມມັນສະ​ແດງ​ອອກ​ໃຫ້​ເຫັນ​ໃນ​ລະຫວ່າງ​ບຸນ​ກຸດ​ສົງການ​ປີ​ໃໝ່​ລາວ ​ເຊິ່ງຫາ​ກໍ​ຜ່ານ​ພົ້ນ​ໄປ​ບໍ່​ເທົ່າ​ໃດ​ວັນ​ຜ່ານ​ມາ, ​ແຕ່​ເຫັນ​ວ່າ​ລາຄາ​ສິນຄ້າ​ຢູ່​ຕາມ​ທ້ອງ​ຕະ ຫຼາດ​ທຸກ​ແຫ່ງ​ໃນ​ນະຄອນຫຼວງ​ວຽງ​ຈັນ​ມີ​ການ​ເໜັງ​ຕີງ ນັບ​ທັງ​ສິນຄ້າ​ຍຸດ​ທະ​ສາດ​ຈຳນວນ​ໜຶ່ງ​ທີ່​ລັດ​ຄຸ້ມ​ຄອງ​ກໍ​ມີ​ການ​ຂຶ້ນລາຄາ​ໄປ​ຕາມໆ​ກັນ​ໂດຍ​ສະ​ເພາະ​ແມ່ນ​ເລີ່​ມຈາກ​ຊີ້ນໝູ ​ໂດຍ​ຊາວ​ຄ້າ ຂາຍ​ໃຫ້​ເຫດຜົນ​ວ່າ: ຊີ້ນໝູ​ແພງ​ຍ້ອນ​ລາຄາ​ຫົວອາຫານ​ແພງ​ຂຶ້ນ ​ແລະ ຈາກ​ນັ້ນມາ ລາ​ຄາ​ຊີ້ນປະ​ເພດ​ງົວ, ຄວາຍ, ​ເປັດ​, ​ໄກ່ ​ແລະ ປາ ກໍ​ໄດ້​ຖີບ​ຕົວ​ຂຶ້ນຢ່າງ​ໜ້າ​ເປັນ​ຫ່ວງ​ເຮັດ​ໃຫ້ການ​ຄ້ານະຄອນ ຫລວງ​ຕ້ອງ​ໄດ້​ອອກ​ມາ​ຢັບຢັ້ງ ໂດຍ​ການ​ຕິດ​ປ້າຍ​ກຳນົດ​ລາຄາ​ຊີ້ນປະ​ເພດ​ດັ່ງກ່າວ​ຄືນ​ໃໝ່​ຢູ່​ໃນ​ທ້ອງ​ຕະຫລາດ​ທຸກ​ແຫ່ງ​ໃນ​ນະ ຄອນຫລວງ

ຄ່າ​ໄຟຟ້າຈະ​ຂຶ້ນປີ​ລະ 2% ແຕ່​ນີ້ຮອດ​ປີ 2017



     ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ (ຟຟລ) ໄດ້​ປັບລາຄາໄຟຟ້າຊົມ ໃຊ້ທົ່ວປະເທດໃນ ລະບົບ ຕາຂ່າຍຂອງ ຟຟລ ເລີ່ມແຕ່ຮອບໃບ ເກັບເງິນເດືອນ 3/2012 ຈົນຮອດ ເດືອນ 12/2017 ຕາມນະໂຍບາຍ ຂອງລັດຖະບານໂດຍແຕ່ລະປີ ຈະເພີ່ມຂຶ້ນ 2% ດັ່ງນີ້: ນັບແຕ່ປີ 2012- 2017 ອັດຕາການຊົມໃຊ້ ໄຟຟ້າແຕ່ 0​-25 KWH  ຈາກລາ ຄາ 294 ເປັນ 355 ກີບ; 26-150 KWH ຈາກລາຄາ 350 ເປັນ 422 ກີບ; ສຳລັບການຊົມໃຊ້ແຕ່ 150 KWH ຂຶ້ນໄປປີ 2012: ຈາກ ລາຄາ 845 ເປັນ 1.019 ກີບ.
       ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະ ຊວງພະລັງງານ ແລະ ບໍ່ແຮ່ເປີດ ເຜີຍວ່າ:ອັດຕາລາຄາໄຟຟ້າ ໃໝ່ນີ້ບໍ່ໃຫ້ນຳໃຊ້ຕໍ່ບັນດາໂຄງການທີ່ໄດ້ມີສັນຍາຊື້- ຂາຍກະແສໄຟ ຟ້າໂດຍກົງຈາກການນຳເຂົ້າ ໂດຍສະເພາະບໍ່ຄຳເຊໂປນ, ເຂດ ເສດຖະກິດພິເສດດອກງິ້ວຄຳ, ບໍ່ເຕັນແດນຄຳ ແລະ ບາງໂຄງ ການທີ່ຊົມໃຊ້ພະລັງງານໄຟຟ້າ ຈາກການນຳເຂົ້າ, ລາຄາ ໄຟຟ້າ ໃໝ່ນີ້ຍັງບໍ່ລວມອາກອນມູນຄ່າ ເພີ່ມທີ່ກົດ ໝາຍກຳນົດ. ການ ກຳນົດລາຄາຈຳໜ່າຍໄຟຟ້າ ຂອງ ສປປ ລາວ ແມ່ນເອກ ກະ ພາບໃນທົ່ວປະເທດຊຶ່ງໄດ້ຄຳ ນວນຈາກ

ມີ​ສະພາບ​ລັກ​ຂຸດ​ເຫງົ້າ​ໄມ້​ໃນ​ປ່າ​ສະຫງວນ​ຫ້ວຍ​ຍາງ



     ພາຍຫລັງ​ມີ​ການຈັດ​ແບ່ງ​ເນື້ອທີ່​ດິນ​ປ່າ​ສະຫງວນ​ຫ້ວຍ​ຍາງ ​ເມືອງ​ໄຊ​ທານີ ນະຄອນ ຫລວງ​ວຽງ​ຈັນ ​​ໃຫ້​ກັບ​ບັນດາ​ສຳນັກ ງານ, ອົງການ​ຂອງ​ລັດ​ຈຳນວນ​ໜຶ່ງ ​ເພື່ອ​ກະກຽມ​ປຸກ​ສ້າງ​ອາຄານ​ຫລັງ​ໃໝ່ ​ແລະ ມີ​ບາງ​ອົງການ​ແມ່ນ​ໄດ້​ມີ​ການ​ຕັດ​ໄມ້ບຸກ​ເບີກ​ເນື້ອທີ່​ແລ້ວ, ​ແຕ່​ປາ ກົດ​ວ່າ​ໄດ້​ມີ​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​ໄດ້​ລັກລອບ​ເຂົ້າມາ​ລັກ​ຂຸດ​ເອົາ​ເຫງົ້າ​ໄມ້​ໃນ​ເຂດ​ປ່າ​ສະ ຫງວນດັ່ງກ່າວ​ຢ່າງ​ລຽນຕິດ​ຈົນ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ຕ້ອງ​ໄດ້​ເພີ່ມ​ມາດຕະການ​ກວດກາ​ເວນຍາມ​ໃນ​ໄລຍະ​ນີ້.
      ນັກ​ຂ່າວ​ພວກ​ເຮົາ​ໄດ້​ສອບ​ຖາມ​ພະນັກງານ​​ຫ້ອງການ​ຄຸ້ມ​ຄອງ​ຂະ​ແໜງ​ຊັບພະຍາກອນ​ປ່າ​ໄມ້​ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ປ່າ​ສະຫງວນ​ຫ້ວຍ​ຍາງ​ມີ​ເນື້ອທີ່​ປະມານ 800 ກວ່າ​ເຮັກ ຕາ. ສຳລັບ​ສະພາບ​ການ​ລັກ​ຕັດ​ໄມ້​ໃນ​ປ່າ​ສະຫງວນ​ແຫ່ງ​ນີ້​ແມ່ນ​ມີ​ມາ​ດົນ ​​ແລະ ປັດຈຸບັນ​ນີ້​ແມ່ນ​ມີ​ການ​ເຂົ້າມາ​ລັກ​ຂຸດ​ເຫງົ້າ​ໄມ້​ນຳ​ອີກ ​ໂດຍ​ສະ​ເພາະ​ແມ່ນ​ໄມ້​ດູ່, ​ໄມ້​ແຕ້ ​ແລະ ອື່ນໆ ​ເຊິ່ງ ຜ່ານ​ມາ​ກໍ​ພົບ​ຮ່ອງຮອຍ​ຂອງ​ກຸ່ມ​ຄົນທີ່​ເຂົ້າ ມາ​ລັກ​ຕັດ​ໄມ້ ​ແລະ ຂຸດ​ເຫງົ້າ​ໄມ້​ຫລາຍ​ຄັ້ງ​ແຕ່​ກໍ​ບໍ່​ສາມາດ​ຈັບ​ຕົວ​ໄດ້ ເຊິ່ງຄາດ​ວ່າ ແມ່ນ​ປະຊາຊົນ​ອາ​ໄສ​ຢູ່​ເຂດ​ໃກ້​ຄຽງ​ປ່າ​ສະ ຫງວນ​ແຫ່ງ​ນີ້ ​ເພາະ​​ວ່າ​ມີ​ຄວາມ​ຊຳນານ​ຮູ້​ພື້ນທີ່​ປ່າ​ເປັນ​ຢ່າງ​ດີ ຈຶ່ງ​ສາມາດ​ຫລົບໜີ​ການ​ຈັບ​ກຸມ​ຂອງ​ເຈົ້າໜ້າ​ທີ່​ໄປ​ໄດ້ຫລາຍ​ຄັ້ງ.

ລັດ​ເລີ່​ມປະຕິບັດ​ການ​ເກັບ​ອາກອນ ​ແລະ ຄຸ້ມ​ຄອງ​ພາຫະນະ​ແບບ​ທັນ​ສະ​ໄໝ



     ກົມ​ສ່ວຍ​ສາ​ອາກອນ ກະຊວງ​ການ​ເງິນ ​ໄດ້​ໃຫ້​ບໍລິການ​ການ​ເກັບ​ອາກອນ​ຍານພາຫະນະ​ແບບ​ທັນ​ສະ​ໄໝ​ແທນ​ການ​ເກັບ​ໃບ​ເສຍ​ຄ່າ​ທຳນຽມ​ແບບ​ເກົ່າ​ຢູ່​ນະຄອນ ຫລວງ​ວຽງ​ຈັນ, ພາຍຫລັງ​ລັດ ຖະບານ​ໄດ້​ປະກາດ​ໃຊ້​ອາກອນ​ຍານພາ ຫະນະ​ເມື່ອ​ບໍ່​ດົນ​ມານີ້ ໂດຍ​ສະ​ເພາະ​ລົດຈັກ ​ແລະ ລົດ​ໃຫຍ່ ​​ເຊິ່ງຜູ້​ໃຊ້​ລົດ​ຕ້ອງ​ມີ​ພັນທະ​ໃຫ້​ແກ່​ລັດ​ຕໍ່​ກັບ​ການ​ນຳ​ໃຊ້​ຍານ ພາຫະນະ​ຕາມ​ລະບຽບ​ກົດໝາຍ​ວາງ​ອອກ ​ແລະ ການ​ເກັບ​ອາ ກອນ​ຈາກ​ຍານພາຫະນະ​ດ້ວຍ ລະ​ບົບ​ເອ​ເລັກ​ໂຕຣນິກ​ເຂົ້າມາ​ຄຸ້ມ​ຄອງ​ຊ່ວຍ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ​ທຸກ​ຊັ້ນຄົນ, ຫົວໜ່ວຍ​ທຸລະ​ກິດ, ອົງການ​ຈັດຕັ້ງຕ່າງໆສາມາດ​ເຂົ້າ​ເຖິງ​ການ​ບໍລິການ​ໃນ​ການ​ເກັບ​ອາ​ກອນ​ຍານພາຫະນະ​ໃຫ້​ມີ​ຄວາມ​ປອດ​ໃສ, ຖືກຕ້ອງ​ຄົບ​ຖ້ວນ, ວ່ອງ​ໄວ ​ແລະ ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ຜູ້​ເສຍ​ອາກອນ ແລະ ​ໃຫ້​ພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນ, ບຸກຄົນ, ນິຕິບຸກຄົນ, ອົງການ​

ພຽງໄລຍະແຕ່ຕົ້ນປີນີ້ມີລົດໃຫຍ່ເສຍກວ່າ 40 ຄັນ



     ຕາມຕົວເລກສະຖິຕິໃຫ້ຮູ້ວ່າ: ໄລ່ມາຮອດປີ 2012 ທົ່ວປະເທດ ມີຍານພາຫະນະ 1,2 ລ້ານກວ່າ ຄັນ ແລະ ມາຮອດປີ 2013 ເພີ່ມ ຂຶ້ນ 10,47%. ແຕ່ຄຽງຄູ່ກັບການເຕີບໂຕດັ່ງກ່າວສິ່ງທີ່ຍັງເປັນບັນຫາຕາມມາແມ່ນສະພາບລົດເສຍເຫັນ ວ່າເກີດ ຂຶ້ນຕໍ່ເນື່ອງຈາກກຸ່ມໄວລຸ້ນບໍ່ດີຈຳນວນໜຶ່ງກຳລັງຮ່ວມກັນເຄື່ອນໄຫວລັກລົດເພື່ອຈະນຳໄປຂາຍຕ່າງແຂວງອັນໄດ້ສ້າງ ຄວາມບໍ່ສະຫງົບໃຫ້ສັງຄົມບໍ່ໜ້ອຍ.
           ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນໃຫ້ຮູ້ວ່າ: ປັດຈຸ ບັນສະພາບລັກຊັບພົນລະເມືອງ ກວມ 80% ແລະ ສ່ວນ ໃຫຍ່ແມ່ນ ການລັກລົດຈາກກຸ່ມຄົນບໍ່ດີຈຳ ນວນໜຶ່ງທີ່ພົວພັນກັບສິ່ງເສບຕິດຄື: ນັບແຕ່ຕົ້ນປີມານີ້ ມີລົດໃຫຍ ເສຍຫາຍຫຼາຍ ກວ່າ 40 ຄັນ ແລະ ໃນທ້າຍອາທິດຜ່ານມານີ້ ກໍມີຄົນ ບໍ່ດີລັກລົດຂອງປະຊາຊົນຢູ່ເຂດບ້ານຈອມມະນີ, ເມືອງໄຊເສດ ຖາ, ນະຄອນຫຼວງວຽງຈັນ  ພາຍຫຼັງເກີດເຫດເຊິ່ງທາງເຈົ້າໜ້າທີ່ກໍໄດ້ມີການຕັ້ງໜ່ວຍສະ ເພາະຕິດຕາມ ແລະ ພົບວ່າຂະ ບວນ ການດັ່ງກ່າວແມ່ນເຮັດ ເປັນກຸ່ມແກ້ງ ແລະ ເອົາໄປຂາຍ ຢູ່ຕ່າງແຂວງຊຶ່ງເຈົ້າໜ້າທີ່ກໍກຳລັງເລັ່ງສະກັດກັ້ນ ແລະ ປາບຂະ ບວນ ການດັ່ງກ່າວເພື່ອເຮັດໃຫ້ ສັງຄົມມີຄວາມສະຫງົບ.

ສະພາບຄວາມທຸກຍາກຂອງປະຊາຊົນຫຼຸດລົງເຖິງ 8,49%



    ຕາມບົດລາຍງານຜົນຂອງ ການສຳຫຼວດ, ປະເມີນຜົນ ຄວາມທຸກຍາກ ແລະ ພັດທະນາ ສົກປີ 2013 ຜ່ານ ມາເຫັນວ່າ: ທົ່ວປະເທດຍັງມີຄອບຄົວທຸກ ຍາກ ຈຳນວນ 116.808 ຄອບ ຄົວ, ເທົ່າກັບ 10,57% ຂອງ ຄອບຄົວທັງໝົດ, ຊຶ່ງຖ້ າທຽບ ໃສ່ປີ 2011 ຫຼຸດລົງເຖິງ 84.142 ຄອບຄົວ, ເທົ່າກັບ 8,49% ແລະ ຍັງ ມີບ້ານທຸກຍາກຈຳນວນ 2.291 ບ້ານ, ເທົ່າກັບ 26,72%, ຫຼຸດຈາກປີ 2011 ເຖິງ 884 ບ້ານ, ເທົ່າກັບ 9,97% ແລະ ຍັງມີ ເມືອງທຸກຍາກ 37 ເມືອງ, ເທົ່າ ກັບ 25,52%, ຫຼຸດລົງເຖິງ 16 ເມືອງເມື່ອທຽບ ໃສ່ປີ 2011, ເທົ່າ ກັບ 43,24% ໃນທົ່ວປະເທດ, ໃນ ນັ້ນບ້ານທຸກຍາກທີ່ມີອັ ດຕາຕ່ຳໄດ້ແກ່ນະຄອນຫຼວງວຽງຈັນ, ໄຊຍະ ບູລີ, ຈຳປາສັກ, ຄຳມ່ວນ, ແຂວງວຽງຈັນຍັງ. ແລະ ທ້ອງ ຖິ່ນທີ່ມີອັດຕາສູງ ກວ່າໝູ່ແມ່ນ ແຂວງຜົ້ງສາລີຄວາມທຸກຍາກ ຍັງກວມສູງເຖິງ 62,01%, ເຊ ກອງ 58,33%. ແຂວງອຸດົມໄຊ ກວມ 54,56%  ແລະ ແຂວງທີ່ ສາມາດຫຼຸດເມືອງທຸກ ຍາກໄດ້ດີ ແມ່ນແຂວງສະຫວັນນະເຂດຫຼຸດໄດ້ 4 ເມືອງ, ຫົວພັນຫຼຸດໄດ້ 3 ເມືອງ ແລະ ອຸດົມໄຊຫຼຸດໄດ້ 2 ເມືອງ, ນອກນັ້ນ ແມ່ນສາມາດ ຫຼຸດໄດ້ພຽງ ແຂວງລະ 1 ເມືອງ ເທົ່ານັ້ນ, ເຖິງຢ່າງໃດກໍດີໃນປີ 2014 ນີ້ລັດຖະບານກໍ່ໄດ້ສຸມໃສ່ ຈັດຕັ້ງປະຕິ ບັດວຽກງານຫຼຸດຜ່ອນຄວາມທຸກຍາກຢ່າງຕັ້ງໜ້າເພື່ອເຮັດໃຫ້ຈຳນວນ ຜູ້ທຸກ ຍາກໃນທົ່ວປະເທດຫຼຸດລົງໃຫ້ເຫຼືອຈຳນວນ ໜ້ອຍທີ່ສຸດ.

ອາກາດຈະສືບຕໍ່ຮ້ອນເອົ້າໄປອີກ 2-3 ວັນ

         ກົມອຸຕຸນິຍົມ ແລະ ອຸທົກ ກະສາດ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມ  ໃຫ້ຮູ້ວ່າ: ສະພາບ ອາກາດ ໃນທົ່ວປະເທດຍັງຈະສືບຕໍ່ຮ້ອນອົບເອົ້າໄປຕື່ມອີກ 2-3 ວັນ ເນື່ອງ ຈາກບໍລິເວນຄວາມກົດດັນຕ່ຳ ຂອງອາກາດ ຮ້ອນ ທີ່ປະເທດ ມຽນມ້າຍັງມີກຳລັງແຮງເພີ່ມ ຂຶ້ນ ແລະ ສືບຕໍ່ແຜ່ປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ, ລົມ ຕາເວັນຕົກ ແລະ ລົມຕາເວັນ ອອກສຽ່ງໃຕ້ພັດປົກຄຸມເຂດ ພາກກາງ ແລະ ພາກໃຕ້ເປັນ ສ່ວນຫຼາຍ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາ ກາດ ຮ້ອນເອົ້າໄປຕື່ມອີກໃນແຕ່ລະພາກ, ພ້ອມມີ ໝອກປົກຫຸ້ມຢູ່ທົ່ວໄປ ແລະ ຈະມີ ຝົນຕົກຟ້າຄະນອງພ້ອມມີລົມພັດ ແຮງຢູ່ ບາງທ້ອງຖິ່ນໃນເຂດພາກກາງ ແລະ ພາກໃຕ້ສະນັ້ນ ຈຶ່ງ ເຕືອນໃຫ້ປະຊາຊົນຄວນມີວະຕິລະມັດລະວັງລົມພາຍຸລະດູ ຮ້ອນ ແລະ ສະພາບອາກາດທີ່ຮ້ອນອົບ ເອົ້າດັ່ງກ່າວກຸ໓ຫ້ມີສະຕິຕໍ່ອັກຄີ ໄພທີ່ຈະເກີດຂຶ້ນໄດ້ງ່າຍ.
          ກົມອຸຕຸນິຍົມ ແລະ ອຸທົກ ກະສາດ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸ ບັນສະພາບອາກາດຮ້ອນອົບເອົ້າ ຂຶ້ນເນື່ອງຈາກວ່າ ມີການທຳ ລາຍສິ່ງແວດລ້ອມເຮັດໃຫ້ເກີດມີຄວາມຮ້ອນສູງຂຶ້ນເມື່ອທຽບໃສ່ທຸກປີຜ່ານມາ, ແຕ່ແນວໃດກໍດີ ຍັງເຫັນວ່າສະ ພາບອາກາດຈະ ເລີ່ມດີຂຶ້ນພາຍຫຼັງເດືອນເມສາ ນີ້ ເນື່ອງຈາກໂອກາດຈະມີຝົນຕົກ ເປັນບາງທ້ອງຖິ່ນ ແລະ ໃຫ້ລະ ວັງ ເລື່ອງການກິນອາຫານເນື່ອງຈາກອາຫານບູດເນົ່າໄວ ແລະ ອາດເກີດເຈັບທ້ອງໄດ້.

21 April 2014

ຫ້ອງວ່າການລັດຖະບານລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືຫລາຍດ້ານ



    ເພື່ອເປັນການເສີມຂະຫຍາຍການພົວພັນຮ່ວມມືພິເສດຮອບດ້ານຂອງສອງຫ້ອງ ວ່າການລັດຖະບານລາວ-ຫວຽດນາມໃຫ້ ນັບມື້ນັບແໜ້ນແຟ້ນຂຶ້ນ. ດັ່ງນັ້ນ, ໃນລະ ຫວ່າງວັນທີ 17-18 ເມສານີ້, ທ່ານ ດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງ ພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານລາວ ໄດ້ຕ້ອນຮັບການມາ ຢ້ຽມ ຢາມ ແລະ ເຮັດວຽກຂອງທ່ານ ຫງວຽນ ວັນ ເນນ ກຳມະການສູນກາງພັກ, ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະ.
     ໃນການພົບປະຄັ້ງນີ້, ສອງ ຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືແບບພິ ເສດຂອງສອງຫ້ອງວ່າການ ລັດຖະບານລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ຖືໂອກາດນີ້ ລາຍງານສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ ແລະ ສະພາບການຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ຫ້ອງວ່າການລັດຖະ

ທີວີລາວ ໄດ້ຮັບລິຂະສິດຖ່າຍທອດສົດບານເຕະໂລກ 2014



     ໃນ​ວັນ​ທີ 18 ​ເມສານີ້, ຢູ່​ສະຖານີ​ໂທລະພາບ​ທີ​ວີ​ລາວ ​ໄດ້​ຈັດ​ຖະ​ແຫລ​ງຂ່າວ​ການຖ່າຍ​ທອດ​ສົດ​ບານ​ເຕະ​ໂລກ​ ​​ໂດຍ​​ແມ່ນ​ທ່ານ ດຣ. ຫົງ​ຄຳ ສຸວັນນະ​ວົງ ປະທານ​ສະຖານີ​ໂທລະພາບ​ດັ່ງ ກ່າວ​ຖະ​ແຫຼ​ງ​ວ່າ: ​ບານ​ເຕະ​ໂລກ ຫລື ​ເອີ້​ນວ່າ FIFA WORLD CUP 2014 ແມ່ນ​ເປັນ​ການ​ແຂ່ງຂັນກິລາບານ​ເຕະ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ສຳລັບ​ປີ​ນີ້ການ​​ແຂ່ງຂັນ​ດັ່ງກ່າວ​​ຈະໄດ້​ຈັດ​ຂຶ້ນ​ຢູ່ປະ​ເທດ​ເບຼ​ຊິນ (Brasil),  ໃນລະ ຫວ່າງວັນ​ທີ 12 ມີ​ຖຸນາ- 13 ກໍລະກົດ 2014, ຊຶ່ງ​ທີ​ວີ​ລາວ(TV Lao) ​ໄດ້​ຮັບ​ລິ​ຂະ​ສິດ​ແຕ່​ພຽງ​ຜູ້​ດຽວ ເພື່ອຈະໄດ້ຖ່າຍ​ທອດ​ສົດ​ຜ່ານ​ທາງ​​ໂທລະ​ພາບ ​ແລະ ມື​ຖືຈາກ​ສະຫະພັນ​ບານ​ເຕະ​ໂລກ  ​ແລະ ຈະ​​ທຳ​ການຖ່າຍ​ທອດ​ສົດ​ທຸກ​ນັດ​ຂອງ​ການ​ແຂ່ງຂັນ, ເຊິ່ງລວມມີ​ 64 ນັດ​ໃຫ້​ແກ່​ຜູ້​ຊົມ​ໃນ ສປປ ລາວ ​ໄດ້​ຮັບ​ຊົມ​ຢ່າງ​ທົ່ວ​ເຖິງ​ໂດຍ​ຜ່ານ​ລະບົບ​ດາວ​ທຽມ​ທັງ​ໃນ​ລະບົບ​ທຳ​ມະ​ດາ SD  ​ແລະ ລະບົບ​ຄວາມ​ແຈ້ງ​ສູງ HD (High Definiton), ລະ​ບົບຊີ​ແບນ  (C​-Band)  ​ແລະ ​ເຄຢູ​ແບນ (KU-Band) ​ໂດຍ​ຜ່ານ​ກ່ອງ​ຮັບ​ສັນຍານທີ່​ມີ​ລະຫັດ​ຕາມ​ລະບຽບ​ການ​ຂອງສະຫະພັນ​ບານ​ເຕະ​ໂລກ.  ກ່ອງ​ຮັບ​ສັນຍານອິນ​ໂຟ​ແຊັດ,  ​ໄອ​ພີ​ເອັມ, ສ່ວນ​ລູກ​ຄ້າ​ທີ່​ມີ​ກ່ອງ​ຮັບ​ສັນຍານ​ລະບົບ ​ໄອ​ພີ​ເອັມ​ແລ້ວ ບໍ່​ຈຳ​ເປັນ​ຊື້​ກ່ອງ​ໃໝ່ ສາມາດ​ລົງທະບຽນ ​ແລະ ຈ່າຍ​ຄ່າ​ທຳນ ຽມກໍ​ສາມາດ​ຮັບ​ຊົມ​ໄດ້​ເລີຍ. ສຳລັບ​ລາຄາ​ຂອງ​ກ່ອງ​ຮັບ​ສັນຍານ​ແຕ່ລະ​ປະ​ເພດ​ມີ​ຄື: ກ່​ອງ ຮັບ​ສັນຍາອິນ​ໂຟ​ແຊັດ​ແມ່ນ