ໃນວັນທີ 28 ມັງກອນຜ່ານມາ, ທ່ານ ຮສ. ດຣ ນາງ ສົມຈິດ
ບຸບຜາ ອະທິການບໍດີມະຫາວິທະຍາໄລ ວິທະຍາສາດສຸຂະພາບໄດ້ໃຫ້ສຳພາດຕໍ່ນັກ ຂ່າວຂອງພວກເຮົາກ່ຽວກັບການມີຈັນຍາ ບັນຂອງແພດໝໍໃນການບໍລິການ
ຢູ່ໃນໂຮງໝໍແຕ່ລະແຫ່ງ, ໂດຍສະເພາະນະຄອນຫລວງວຽງຈັນ, ພາຍຫລັງ ມີຫາງສຽງຈາກສັງຄົມເປັນຈຳນວນບໍ່
ໜ້ອຍທີ່ວ່າ: ຄົນລວຍບໍ່ໄດ້ຕິດຄຸກ, ຄົນທຸກບໍ່ໄດ້ເຂົ້າໂຮງໝໍ. ຕໍ່ບັນຫາດັ່ງກ່າວນີ້ ທ່ານກ່າວວ່າ:
ແພດໝໍທຸກຄົນຈະ ຕ້ອງໄດ້ດຳເນີນອາຊີບແພດດ້ວຍຄວາມຊື່ສັດສຸຈະລິດ, ຮັບໃຊ້ຄວາມທຸກ ທໍລະມານຂອງປະຊາຊົນໃຫ້ພົນໄພໄຂ້
ປ່ວຍຕ່າງໆຕະຫລອດການ, ໂດຍບໍ່ມີ ການຄິດຄ່າຕອບແທນໃດໆຕໍ່ຜູ້ທຸກຍາກຂາດເຂີນ, ຮັກສາຄວາມລັບທຸກປະ
ການທີ່ຄົນເຈັບ ຫລື ຍາດພີ່ນ້ອງມອບໝາຍໃຫ້, ບໍ່ສວຍໃຊ້ອາຊີບແພດໄປໃນທາງທີ່ເຮັດໃຫ້ເຊື່ອມເສຍຮີດຄອງປະ
ເພນີ ແລະ ສົ່ງເສີມອາສະຍາກຳຕ່າງໆ. ພ້ອມນັ້ນ ທ່ານໄດ້ໃຫ້ທັດສະນະວ່າ: ການສິດສອນໃຫ້ນັກສຶກສາທຸກຄົນມີ
ຈັນຍາບັນຂອງແພດນັ້ນທາງມະຫາວິທະຍາໄລຂອງ ພວກເຮົາໄດ້ຈັດເຂົ້າໃນຫລັກສູດຂອງການສຶກສາຮ່ຳຮຽນຂອງທຸກໆປີ,
ພ້ອມກັນນີ້ ຍັງໄດ້ເອົາຂໍ້ມູນຕົວຈິງມາເປັນບົດເຝຶກຫັດ, ເພື່ອໃຫ້ນັກສຶກສາທຸກຄົນໄດ້ຮຽນຮູ້ກ່ຽວກັບບົດ
ທົດສອບຕ່າງໆກ່ອນຈະລົງຕົວຈິງໃນສະຖານທີ່ບໍລິການ. ນອກຈາກນີ້,
Ad
29 January 2015
ແພດລາວພ້ອມແລ້ວທີ່ຈະນຳໃຊ້ເຄື່ອງກວດທັນສະໄໝ MRI
ຕາມການໃຫ້ສຳພາດຂອງທ່ານ ຮອງສາດສະດາຈານ ດຣ ພູທອນ ເມືອງປາກ,ອຳນວຍການໂຮງໝໍມິດ ຕະພາບ
150 ຕຽງ,ຕໍ່ນັກຂ່າວພວກເຮົາໃນວັນທີ 27 ມັງກ່ອນນີ້ວ່າ: ໃນອາທິດຜ່ານມາທາງໂຮງໝໍຂອງຕົນໄດ້ເປີດສູນກວດພະຍາດດ້ວຍເຄື່ອງກວດແລະບົ່ງມະຕິພະຍາດດ້ວຍຄືນແມ່ເຫຼັກໄຟຟ້າ
(MRI ) ຊຶ່ງເປັນສູນທຳອິດໃນ ສປປ ລາວ ແລະ
ພາຍຫຼັງທີ່ເປີດນຳໃຊ້ມາຮອດປັດຈຸບັນຫຼາຍຄົນກໍເກີດຄວາມເປັນຫ່ວງກ່ຽວເກັບການຄຸ້ມ
ຄອງນຳໃຊ້ເຄື່ອງດັ່ງກ່າວ, ລວມເຖິງລາຄາໃນການບໍລິການ,ເນື່ອງຈາກການກວດພະຍາດຜ່ານເຄື່ອງ
MRI ຢູ່ຕ່າງປະຕ່າງເທດນັ້ນມີລາຄາແພງຫຼາຍ, ຊຶ່ງປັດຈຸບັນທາງໂຮງໝໍມິດຕະພາບ
150 ຕຽງໄດ້ມີທ່ານໝໍຜູ້ຊ່ຽວຊານໃນການນຳໃຊ້ເຄື່ອງກວດດັ່ງກ່າວ 3 ທ່ານ , ຊຶ່ງກ່ອນໜ້ານີ້ທີ່ໂຮງໜໍຈະສ້າງສູນດັ່ງກ່າວຂື້ນນັ້ນໄດ້ນຳສົ່ງພະນັກງານວິຊາການຂອງຕົນ
2 ທ່ານ ,ໄປຮຽນກ່ຽວກັບການນຳໃຊ້ເຄື່ອງນີ້ໂດຍກົງຢູ່ປະເທດຝຣັ່ງເປັນເວລາ
1 ປີ,ພ້ອມນັ້ນຍັງໄດ້ນຳສົ່ງພະ ນັກງານ 3 ທ່ານໄປເຝິກອົບກ່ຽວກັບການນຳໃຊ້ເຄື່ອງນີ້ຢູ່ປະເທດໂອຕຣິດອີກເປັນເວລາ
1 ເດືອນ,ຈົນມີຄວາມຊຳນິຊຳນານກ່ອນຈະເປີດໃຫ້ບໍລິການຢ່າງເປັນທາງການ,ພ້ອມດຽວກັນນັ້ນກໍຍັງຈະມີຜູ້
ນ້ຳປະປາຕັ້ງໜ່ວຍສະເພາະກິດກວດກາການລັກໃຊ້ນ້ຳ
ລັດວິສາຫະກິດນ້ຳປະປາະຄອນຫລວງ, ໄດ້ຕັ້ງໜ່ວຍງານສະເພາະກິດເພື່ອເຄື່ອນໄຫວຕິດຕາມກວດກາສະພາບ
ການລັກຊົມໃຊ້ນ້ຳປະປາ, ພາຍຫລັງພົບເຫັນມີການລັກໃຊ້ນ້ຳເກີດຂື້ນຫລາຍກໍລະນີ,ເຊິ່ງສ້າງຄວາມເສຍຫາຍເປັນຈຳນວນບໍ່ໜ້ອຍຕໍ່ລະບົບເສດຖະກິດຂອງລັດ.
ລັດວິສາຫະກິດນ້ຳປະປາໃຫ້ຮູ້ວ່າ:ໜ່ວຍສະເພາະກິດດັ່ງກ່າວ,ຈະມີປະຈຳຢູ່ທຸກຕົວເມືອງຂອງນະຄອນຫລວງ
ວຽງຈັນ, ຊຶ່ງແມ່ນຫົວໜ້າຫ້ອງການສາຂານ້ຳປະປາແຕ່ລະເມືອງເປັນຫົວໜ້າໜ່ວຍ ເພື່ອເຮັດໜ້າທີ່ລົງກວດກາ
ໝໍ້ແທກນ້ຳຄືນໃໝ່
ແລະ ໄກ່ເກ່ຍບັນດາໜີ້ສີນຕ່າງໆ,ເນື່ອງຈາກວ່າປັດຈຸບັນລັດວິສາຫະກິດນ້ຳປະປາໄດ້ພົບເຫັນປະກົດການລັກໃຊ້ນ້ຳຂອງລູກຄ້າໃນຫລາຍກໍລະນີ
ເຊັ່ນ:ລັກຕໍ່ນ້ຳໂດຍກົງຈາກທໍ່ນ້ຳພາຍນອກ,ລັກປີ້ນໝໍ້ແທກນ້ຳ,ເຮັດໝໍ້ແທກນ້ຳແຕກຫັກເປ່ເພ
ແລະ ອື່ນໆ, ເພື່ອພະຍາຍາມເຮັດໃຫ້ໄດ້ໃຊ້ນ້ຳຫລາຍແຕ່ຈ່າຍຄ່ານ້ຳໜ້ອຍ, ນອກ
ຈາກນີ້, ກໍມີລູກຄ້າຈຳນວນຫລາຍມີໜີ້ສີນຄຸມເຄືອຄ້າງຈ່າຍແກ່ຍາວມາດົນນານ,
ເຊິ່ງຜິດຕໍ່ລະບຽບຫລັກການຂອງລັດວິສາຫະກິດນ້ຳປະປາ, ສ້າງຄວາມ
ຝາອັດຮ່ອງນ້ຳທາງດອນແດງແຕກຫລາຍມື້ສ້າງຄວາມສ່ຽງໃຫ້ຜູ້ທຽວທາງ
ພາບແຜ່ນຢາງຂະໜາດພໍປະມານທີ່ປັກລົງໃນຂຸມທໍ່ນ້ຳທີ່ທ່ານຜູ້ອ່ານເຫັນນີ້,
ແມ່ນນັກຂ່າວພວກເຮົາຖ່າຍໃນຕອນເຊົ້າວັນທີ 28 ມັງກອນນີ້, ຢູ່ເສັ້ນທາງເຂດບ້ານດອນແດງ,
ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ເຊິ່ງແມ່ນປະຊາຊົນທີ່ຢູ່ໃກ້ຄຽງໄດ້ເອົາມາປັກໃສ່
ເພື່ອເປັນເຄື່ອງໝາຍເຕືອນໃຫ້ຜູ້ຂັບຂີ່ລົດຜ່ານໄປມາໃນເສັ້ນທາງດັ່ງກ່າວໃຫ້ມີຄວາມລະວັງບໍ່ໃຫ້ຕົກລົງຂຸມທໍ່ດັ່ງກ່າວ
ແລະ ເມື່ອຖາມປະຊາຊົນໃກ້ຄຽງ ບອກວ່າ: ຝາອັດທໍ່ຈຸດນີ້ແມ່ນຖືກລົດແກ່ດິນຢຽບແຕກມາໄດ້
3 - 4 ມື້ແລ້ວ, ແຕ່ລົດແກ່ດິນທີ່ກະທຳນັ້ນກໍແລ່ນຜ່ານໄປເລີຍ, ເມື່ອເປັນ
ສະພາບເຊັ່ນນັ້ນຈຶ່ງຢ້ານວ່າອາດຈະມີຜູ້ຂັບຂີ່ລົດຄັນອື່ນໆແລ່ນຜ່ານມາ ແລະ
ບໍ່ເຫັນກໍຈະຕົກລົງໄປອາດເຮັດໃຫ້ໄດ້ ຮັບອັນຕະລາຍ ຫລື ບາດເຈັບ ແລະ ເສຍຊີວິດກໍເປັນກໍເປັນໄດ້,
ໂດຍສະເພາະແມ່ນໃນຍາມຄ່ຳຄືນ ຍິ່ງມີຄວາມສ່ຽງເປັນອັນຕະລາຍສູງ, ເນື່ອງຈາກເສັ້ນທາງດັ່ງກ່າວຂ້ອນຂ້າງມືດ
ແລະ ມັກມີຜູ້ຂັບຂີ່ລົດໄວ, ສະນັ້ນຖ້າພາກສ່ວນກ່ຽວຂ້ອງບໍ່ຮີບຮ້ອນມາແກ້ໄຂໂດຍໄວກໍຄວາມສ່ຽງເກີດອັນຕະລາຍຕໍ່ຜູ້ໃຊ້ລົດໃຊ້ຖະໜົນຫລາຍຂຶ້ນ.
ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດມີບົດບາດສຳຄັນ ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ
ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ
ອຸດສະຫະກຳ ແຫ່ງຊາດ ໄດ້ໃຫ້ສຳພາດນັກຂ່າວ ພວກເຮົາເມື່ອບໍ່ດົນນີ້ວ່າ: ປີ 2015 ນີ້,ແມ່ນປີທີ່ມີ ຄວາມໝາຍສຳຄັນຍິ່ງຂອງຊາດລາວເຮົາຄື:
ວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 60 ປີ( 22 ມີນາ 1955 - 22 ມີນາ 2015) ແລະ ວັນສະຖາປານາສາ ທາລະນະລັດ
ປະ ຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ( 2 ທັນວາ 1975 - 2 ທັນວາ 2015) ແລະ ໃນໂອກາດສຳຄັນດັ່ງ
ກ່າວນີ້, ທຸກຂະແໜງການ, ທຸກພາກ ສ່ວນຂອງພັກ ແລະ ລັດ, ພ້ອມດ້ວຍຜູ້ປະກອບການຫົວໜ່ວຍທຸລະກິດທັງ
ພາຍໃນ ແລະ ຕ່າງປະເທດລວມເຖິງປະຊາຊົນລາວບັນດາເຜົ່າທົ່ວປະເທດຈະໄດ້ພ້ອມພາກັນຈັດ ຕັ້ງສະເຫລີມສະ
ຫລອງສອງວັນດັ່ງກ່າວໃຫ້ມີບັນຍາກາດ ແລະ ຂະບວນການຟົດຟື້ນດ້ວຍການນຳເອົາບັນດາຜົນງານການ ເຄື່ອນໄຫວ
ວຽກງານທາງດ້ານການເມືອງ, ວັດທະນາທຳ, ສັງຄົມ, ເສດຖະກິດ ແລະ ການຜະລິດເປັນສີນຄ້າຕ່າງໆ.
ເວົ້າສະ ເພາະໃນພາກສ່ວນຂອງສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດນີ້, ແມ່ນພວມມີການກະກຽມຈັດວາງສະແດງ
ເກີດເຫດໄຟໃໝ້ເຮືອນ 3 ຫລັງ ຢູ່ແຂວງຈຳປາສັກ
ເຈົ້າໜ້າທີ່ ກົມມອດໄຟ ກະຊວງປ້ອງກັນຄວາມສະຫງົບ
ໃຫ້ຮູ້ວ່າ: ໃນເວລາ ທ່ຽງຄືນຂອງວັນທີ 28 ມັງກອນ ນີ້, ໄດ້ເກີດເຫດໄຟໃໝ້ເຮືອນ 3 ຫລັງ, ຢູ່ບ້ານ ທ່າບາກ,
ເມືອງປາກເຊ, ແຂວງຈຳປາສັກຄື: ຫລັງທີໜຶ່ງເປັນເຮືອນ ໄມ້ 2 ຊັ້ນ (ເຮືອນຕົ້ນເພີງ), ຫລັງທີສອງເປັນເຮືອນວິນລາຊັ້ນດຽວ.
ສ່ວນຫລັງທີສາມຖືກໄຟ ລວບພຽງຂ້າງໜຶ່ງ. ຜ່ານການສອບຖາມຜູ້ເຫັນເຫດການຂອງເຈົ້າໜ້າມອດໄຟ ເມືອງປາກເຊ
ໃຫ້ຮູ້ວ່າ: ກ່ອນເກີດເຫດ ໄດ້ມີສຽງດັງຂຶ້ນ ໃນອາຄານ, ຫລັງຈາກນັ້ນ ກໍມີແປວໄຟລຸກລາມຢ່າງໄວວາ,
ໂດຍ ໄດ້ໃຊ້ລົດດັບເພິງ 3 ຄັນ ແລະ ເຈົ້າໜ້າທີ່ 19 ຄົນ ສຸມເຂົ້າສະກັດກັ້ນໄຟບໍ່ໃຫ້ໄຟແຜ່ລາມໄປຫາເຮືອນໄກ້ຄຽງ,
ໂດຍໃຊ້ເວ ລາປະມານ 1 ຊົ່ວໂມງກວ່າ ຈຶ່ງສາມາດຄວບ ຄຸມໄຟໄວ້ໄດ້ ແລະ ໂຊກດີບໍ່ມີຄົນໄດ້ຮັບບາດເຈັບ
ແລະ ເສຍຊີວິດລວມ ມູນຄ່າເສຍຫາຍໃນເບື້ອງຕົ້ນອາດຫລາຍ ກວ່າ 300 ລ້ານກີບ. ສ່ວນສາເຫດໄຟໃໝ້ຄັ້ງນີ້ແມ່ນພວມຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່.
ຕຳຫລວດຢືນຢັນໜຸ່ມແຂວນຄໍຕາຍຢູ່ບ້ານໜອງພະຍາ ເປັນການຂ້າຕົວຕາຍ
ພາຍຫລັງມີພາບຊາຍໜຸ່ມຄົນໜຶ່ງແຂວນຄໍຕາຍຢູ່ຖຽງນາໃນວັນທີ
25 ມັງກອນຜ່ານມານີ້ ປາກົດຂຶ້ນ
ຢູ່ຕາມສື່ອອນລາຍໂດຍສະເພາະເຟສບຸກກໍເປັນທີ່ສົນໃຈຂອງສັງຄົມອອນລາຍທັນທີ
ພ້ອມທັງມີການສະແດງຄວາມ ຄິດເຫັນກ່ຽວກັບສາເຫດຂອງການເສຍຊີວິດຂອງຊາຍດັ່ງກ່າວໄປໃນຫລາຍມູມມອງ,
ແນວໃດກໍຕາມ, ຕໍ່ເຫດການ ນີ້ເຈົ້າໜ້າທີ່ພະແນກສືບສວນ-ສອບສວນນະຄອນຫລວງວຽງຈັນ ໄດ້ຢັນຢັນຕໍ່ສື່ມວນຊົນວ່າ:
ແມ່ນຜູ້ກ່ຽວແຂວນຄໍຂ້າຕົວຕາຍເອງ,ເຊິ່ງຜ່ານການສືບສວນຜູ້ຕາຍຊື້ທ້າວ ສົມບູນ ອາຍຸ 20 ປີຢູ່ບ້ານໜອງ
ພະຍາ,ເມືອງໄຊທານີ,ນະຄອນຫລວງວຽງຈັນ,ຜູ້ຕາຍໄດ້ໃຊ້ເຊືອກນິລົງມັດໃສ່ຂື່ຖຽງນາສູງປະມານ
2,5 ແມັດແລ້ວໂດດລົງໃຫ້ເຊືອກຮັດຄໍຈົນເສຍຊີວິດມາໄດ້ປະມານ 5-6 ຊົ່ວໂມງກ່ອນມີຄົນມາພົບເຫັນ,ສ່ວນ
ສາເຫດ
ຫລື ແຮງຈູງໃຈພາໃຫ້ຂ້າຕົວຕາຍນັ້ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍ່
ໄປ.
ອຸຕຸແຈ້ງ ! ອາກາດຈະເຢັນລົງຕື່ມອີກ 1-3 ອົງສາ
ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ນັບແຕ່ວັນທີ
28 ມັງກອນຫາ 3 ກຸມພາ 2015, ບໍລິເວນຄວາມ ກົດດັນສູງຂອງອາກາດໜາວຈະມີທ່າອ່ຽງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງລາວ,
ສົມທົບກັບກະແສລົມຕາເວັນ ອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຮັດໃຫ້ອຸນຫະພູມອາກາດໂດຍທົ່ວໄປໜາວລົງ
1-3 ອົງສາ ຢູ່ໃນແຕ່ລະ ພາກພ້ອມມີໝອກໜາປົກຫຸ້ມເປັນສ່ວນຫລາຍໃນຕອນກາງຄືນຫາຕອນເຊົ້າ ແລະ
ສະພາບອາກາດຈະໜາວເຢັນ ຫລາຍ, ໂດຍສະເພາະແຂວງພາກເໜືອ, ແຂວງໄຊສົມບູນ, ເຂດພູພຽງບໍລະເວນປາກຊ່ອງ,
ເມືອງທ່າແຕງ ແລະ ເມືອງດາກຈຶງ.
ອຸນຫະພູມໃນລະຫວ່າງວັນທີ 29 ມັງກອນຫາ 3 ກຸມພານີ້,
ສະພາບອາກາດໂດຍທົ່ວໄປຈະໜາວເຢັນລົງ 1 ຫາ 3 ອົງສາ ໃນແຕ່ລະພາກ, ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ,
ໂດຍສະເພາະຢູ່ແຂວງ ພາກ ເໜືອດ້ານຕາເວັນອອກ, ເຂດພູສູງ, ພູດອຍ, ໄຊສົມບູນ, ພູພຽງບໍລະເວນປາກຊ່ອງ,
ທ່າແຕງ ແລະ ເມືອງດາກ ຈຶງ. ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນໃນແຕ່ລະປີເຂດດັ່ງກ່າວມີສະຕິ
ແລະ ເອົາໃຈໃສ່ຮັກສາສຸຂະພາບໃຫ້ດີ, ໂດຍສະ ເພາະແມ່ນການປະຕິບັດຫລັກການອະນາໄມ 3 ສະອາດ ໃຫ້ເຂັ້ມງວດຄື:
ກິນດື່ມໃຫ້ສະອາດ, ນຸ່ງຫົ່ມໃຫ້ອົບອຸ່ນ ແລະ ຮັກສາສະພາບແວດລ້ອມໃຫ້ດີ.
ອຸຕຸແຈ້ງ ! ອາກາດຈະເຢັນລົງຕື່ມອີກ 1-3 ອົງສາ
ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ນັບແຕ່ວັນທີ
28 ມັງກອນຫາ 3 ກຸມພາ 2015, ບໍລິເວນຄວາມ ກົດດັນສູງຂອງອາກາດໜາວຈະມີທ່າອ່ຽງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງລາວ,
ສົມທົບກັບກະແສລົມຕາເວັນ ອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຮັດໃຫ້ອຸນຫະພູມອາກາດໂດຍທົ່ວໄປໜາວລົງ
1-3 ອົງສາ ຢູ່ໃນແຕ່ລະ ພາກພ້ອມມີໝອກໜາປົກຫຸ້ມເປັນສ່ວນຫລາຍໃນຕອນກາງຄືນຫາຕອນເຊົ້າ ແລະ
ສະພາບອາກາດຈະໜາວເຢັນ ຫລາຍ, ໂດຍສະເພາະແຂວງພາກເໜືອ, ແຂວງໄຊສົມບູນ, ເຂດພູພຽງບໍລະເວນປາກຊ່ອງ,
ເມືອງທ່າແຕງ ແລະ ເມືອງດາກຈຶງ.
ອຸນຫະພູມໃນລະຫວ່າງວັນທີ 29 ມັງກອນຫາ 3 ກຸມພານີ້,
ສະພາບອາກາດໂດຍທົ່ວໄປຈະໜາວເຢັນລົງ 1 ຫາ 3 ອົງສາ ໃນແຕ່ລະພາກ, ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ,
ໂດຍສະເພາະຢູ່ແຂວງ ພາກ ເໜືອດ້ານຕາເວັນອອກ, ເຂດພູສູງ, ພູດອຍ, ໄຊສົມບູນ, ພູພຽງບໍລະເວນປາກຊ່ອງ,
ທ່າແຕງ ແລະ ເມືອງດາກ ຈຶງ. ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນໃນແຕ່ລະປີເຂດດັ່ງກ່າວມີສະຕິ
ແລະ ເອົາໃຈໃສ່ຮັກສາສຸຂະພາບໃຫ້ດີ, ໂດຍສະ ເພາະແມ່ນການປະຕິບັດຫລັກການອະນາໄມ 3 ສະອາດ ໃຫ້ເຂັ້ມງວດຄື:
ກິນດື່ມໃຫ້ສະອາດ, ນຸ່ງຫົ່ມໃຫ້ອົບອຸ່ນ ແລະ ຮັກສາສະພາບແວດລ້ອມໃຫ້ດີ.
Subscribe to:
Posts (Atom)




