Ad

Ad

13 March 2013

ຄວາມຈິງລາຄາຊີ້ນງົວແພງຍ້ອນຜູ້ ລ້ຽງງົວຫລຸດລົງ



       ທ່ານ ບຸນ​ຊ່ຽນ ຈິດ​ປະ​ເສີດ ຮອງ​ຫົວໜ້າ​ໂຮງງານ​ຂ້າ​ສັດ​ດອນ​ດູເມືອງ​ ຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງ​ຈັນ ​ໄດ້​ໃຫ້​ສຳພາດ​ຜ່ານ​ໜັງສືພິມ​ເສດຖະກິດ-ການ​ຄ້າ​ເມື່ອ​ບໍ່​ດົນ​ມານີ້ວ່າ: ສາ​ເຫດ​ທີ່​ລາຄາ​ຊີ້ນງົວ-ຄວາຍ​ຖີບ​ຕົວ​ສູງ​ຂຶ້ນ​ໃນ​ທ້ອງ​ຕະຫລາດ​ໃນ​ຫລາຍ​ເດືອນ​ຜ່ານ​ມານັ້ນ ​ແມ່ນ​ຍ້ອນ​ປະຊາຊົນ​ຜູ້​ລ້ຽງ​ງົວ​ມີ​ຈຳນວນ​ຫລຸດ​ລົງ ຈຶ່ງ​ເຮັດ​ໃຫ້​ງົວ-ຄວາຍ​ທີ່​ມາ​ປ້ອນ​ໂຮງງານ​ຫລຸດ​ລົງ​ ສຸດ​ທ້າຍ​ເຮັດ​ໃຫ້​ລາຄາ​ໜ້າ​ຂຽງ​ໃນ​ທ້ອງ​ຕະຫລາດ​ແພງ​ຂຶ້ນ. ຂະນະ​ທີ່ ຢືນຢັນ​ລາຄາ​ຊີ້ນ​ແພງ​ບໍ່​ກ່ຽວ​ກັບ​ການ​ຂຶ້ນ​ເງິນ​ເດືອນ​ພະນັກງານ, ​ແຕ່​ເປັນ​ໄປ​ຕາມ​ກົນ​ໄກ​ຕະຫລາດ​ຫລາຍ​ກວ່າ.
        ​ຮອງ​ຫົວໜ້າ​ໂຮງງານ​ຂ້າ​ສັດ​ດອນ​ດູ່ ກ່າວ​ວ່າ: ​ໂຮງງານ​ຂ້າ​ສັດ​ດອນ​ດູ່​ເປັນ​ບ່ອນ​ສະໜອງ​ຊີ້ນລາຍ​ໃຫຍ່​ໃຫ້​ຕະຫລາດ​ໃນ​ນະຄອນຫລວງ​ວຽງ​ຈັນ, ມີ​ພໍ່ຄ້າ​ຄົນ​ກາງ​ຢູ່​ທຸກ​ແຂວງ​ໃນ​ທົ່ວ​ປະ​ເທດ. ​ເມື່ອ​ກ່ອນ​ເຄີຍ​ມີ​ງົວ ​ແລະ ຄວາຍ​ເຂົ້າມາ​ປ້ອນ​ໂຮງງານ​ບໍ່​ໜ້ອຍ​ກວ່າ​ມື້ລະ 90-100 ​ໂຕ, ​ແຕ່​ປັດຈຸບັນ​ນີ້​ເຫລືອ​ພຽງ 10-20 ​ໂຕ​ເທົ່າ​ນັ້ນ ຍິ່ງ​ໄປ​ກວ່າ​ນັ້ນ,ງົວ​ມີ​ພຽງ​ມື້ລະ 1-2 ​ໂຕ​ເທົ່າ​ນັ້ນ. ບັນ ຫາ​ດັ່ງກ່າວ​ເກີດ​ມາ​ຈາກ​ສັດລ້ຽງ​ຢູ່​ເຂດ​ຊົນນະບົດ​​ໄດ້​ຫລຸດ​ລົງ​ເປັນ​ຈຳນວນ​ຫລວງຫລາຍ ​ເຮັດ​ໃຫ້ ຫາ​ເກັບຊື້ຍາກ,ບາງ​ອາທິດ​ບໍ່​ໄດ້​ພໍ​ໂຕ​ກໍ​ມີ ​ເຊິ່ງ​ແຕກ​ຕ່າງ​ຈາກ 3-4 ປີ​ກ່ອນ​ໜ້ານີ້ ​ເກັບຊື້ມື້ລະ 5-10 ​ໂຕ​ກໍ​ໄດ້.

    ທ່ານ ດຣ. ລີ​ເບີ ລີ​ບົວ​ປາວ ຫົວ ໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ແຫ່ງ​ຊາດ ກະຊວງ​ແຜນການ ​ແລະ ການ​ລົງທຶນ ກ່າວ​ວ່າ: ​ເປັນ​ໄປ​ຕາມ​ກົນ​ໄກ​ການ​ຕະຫລາດ ​ເມື່ອ​ການ​ສະໜອງ​ບໍ່​ພຽງພໍຄວາມ ​ຕ້ອງການ​ຫລາຍ​ຂຶ້ນກໍ​ດຶງ​ລາຄາ​ແພງ​ຂຶ້ນ ​ເຊິ່ງສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ບໍລິ​ໂພ​ກທີ່​ມີລາຍ​ຮັບ​ໜ້ອຍ, ​ແຕ່​ປັດ​ໄຈ​ໃດ​ທີ່​ເຮັດ​ໃຫ້ການ​ສະໜອງ​ບໍ່​ພຽງພໍ​ນັ້ນ ພາກສ່ວນ​ກ່ຽວຂ້ອງ​ຈະ​ຕ້ອງ​ໄດ້​ສຶກສາ.
    ​ແນວ​ໃດ​ກໍ​ດີ, ການ​ພັດທະນາ​ເສດຖະກິດ​ຂອງ​ລາວ​ເຮົາ​ໃນ​ຊຸມ​ປີຜ່ານມາ ​ໄດ້​ຂະຫຍາຍຕົວ​ຢ່າງ​ໄວວາ ​ເຮັດ​ໃຫ້​ທຸກຂະ​ແໜງ​ການ​ມີ​ການ​ພັດທະນາ​ຂຶ້ນ​ໂດຍ​ສະ​ເພາະ​ຂະ​ແໜງ​ກະສິກຳ​ເຊິ່ງປະ ຊາຊົນ​ໄດ້​ຫັນ​ມາ​ຜະລິດ​ເປັນ​ສິນ ຄ້າ​ຫລາຍ​ຂຶ້ນອັນ​ໄດ້​ເຮັດ​ໃຫ້​ຄັງ​ລ້ຽງ​ງົວ, ຄວາຍ ​ແລະ ທົ່ງ​ຫຍ້າ​ກາຍ​ເປັນ​ສວນ​ມັນຕົ້ນ,ສາລີ,ສວນ​ ຢາງພາລາ ​ແລະ ພືດ​ອຸດສາຫະ ກຳ​ອື່ນໆ ​ເຮັດ​ໃຫ້​ທົ່ງ​ຫຍ້າ​ເຫລົ່າ ນັ້ນຄັບ​ແຄບ​ລົງ, ປະຊາຊົນ​ບໍ່​ມີ​ບ່ອນ​ລ້ຽງ ຈຶ່ງ​ຈຳ​ເປັນ​ໄດ້​ຂາຍ​ອອກ. ອີກ​ປັດ​​ໄຈ​ໜຶ່ງ ​ເມື່ອ​ເຄື່ອງ​ຈັກ​ກົນ​ເຂົ້າມາ​ມີ​ບົດບາດ​ໃນ​ການ​ຜະລິດ​ແທນ​ແຮງ​ງານ​ຄົນ ​ແລະ ​ແຮງ​ງານ​ສັດ ​ເຮັດ​ໃຫ້​ປະຊາຊົນ​ຫັນ​ໄປ​ໃຊ້​ເຄື່ອງ​ຈັກ​ກົນ​ແທນ ​ເພາະ​ເຫັນ​ວ່າການ​ຄາດ​ໄຖ, ການ​ຂົນ​ສົ່ງ​ສະດວກ​ສະບາຍ ​ແລະ ວ່ອງ​ໄວ​ຂຶ້ນ. ຂະນະ​ທີ່​ຜົນ​ຜະລິດ​ກໍ​ເພີ່ມ​ຂຶ້ນ.
     ​ເຂດ​ປາກ​ງວ້າ ​ເມືອງ​ເຟືອງ ​ເຊິ່ງ​ເປັນ​ໜຶ່ງ​ໃນ​ແຫ​ລ່ງອູ່​ເຂົ້າອູ່​ປາ​ຂອງ​ແຂວງ​ວຽງ​ຈັນ ​ເມື່ອ​ກ່ອນ​ປະຊາຊົນ​ເຂດ​ນີ້​ໄດ້​ພາກັນ​ລ້ຽງ​ງົວ-ຄວາຍ​ເປັນ​ຈຳນວນ​ຫລວງຫລາຍ, ບາງ​ຄອບຄົວ​ມີ​ເຖິງ 40-50 ​ໂຕ​ກໍ​ມີ ​ເພາະ​ປະຊາ ຊົນ​ເຂດ​ນີ້​ໃຊ້​ສັດລ້ຽງ​ດັ່ງກ່າວ​ນີ້ຄາດ, ​ໄຖ​ນາ ​ແລະ ລາກ​ແກ່​ສິ່ງ​ຂອງ, ​ແຕ່​ເມື່ອ​ເຄື່ອງ​ຈັກ​ກົນ​ເຂົ້າ ມາ​ມີ​ບົດບາດ​ໃນ​ການ​ຜະລິດ​ແລ້ວ ​ໂດຍ​ສະ​ເພາະ​ລົດ​​ໄຖ​ນາ (ລົດ​ຕ໊ອກໆ) ​ເຂົາ​ເຈົ້າກໍ​ເຫັນ​ມາ​ໃຊ້​ເຄື່ອງ​ກົນ​ຈັກ​ເຫລົ່ານີ້​ເຂົ້າ​ໃນ​ການ​ຜະລິດ, ຄອບຄົວ​ໃດ​ບໍ່​ມີ​ທຶນ​ຊື້ກໍ​ໄດ້​ຂາຍ​ງົວ-ຄວາຍ​ໃສ່.
      ຈາກ​ບັນຫາ​ດັ່ງກ່າວ​ຈຶ່ງ​ເຮັດ​ໃຫ້​ງົວ-ຄວາຍ​ຢູ່​ປະ​ເທດ​ເຮົາ​ຫລຸດ​ລົງ​ເປັນ​ຈຳນວນ​ຫລາຍ ​ເພາະ​ສັດລ້ຽງ​ປະ​ເພດ​ນີ້ສ່ວນ​ຫລາຍ​ແມ່ນ​ປະຊາຊົນ​ລ້ຽງ​ຕາມ​ທຳ​ມະ​ຊາດ, ການ​ລ້ຽງ​ເປັນ​ຟາ​ມຍັງ​ມີ​ໜ້ອຍ. ດັ່ງນັ້ນ ​ເມື່ອ​ງົວ-ຄວາຍ​ໜ້ອຍ​ລົງ​ ການ​ສະໜອງຈຶ່ງ​ບໍ່​ພຽງພໍ. ຂະນະ​ທີ່​ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກນັບ​ມື້​ເພີ່ມ​ຂຶ້ນ ຈຶ່ງ​ສົ່ງ​ຜົນ​ໃຫ້​ລາຄາ​ແພງ​ຂຶ້ນ.
    ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ປີ 2012 ​ໄດ້​ລະບຸ​ວ່າ: ຮອດ​ທ້າຍ​ປີ 2012,ລາວ​ມີ​ຟາ​ມລ້ຽງ ສັດ​ໃຫຍ່​ປະ​ເພດ​ງົວ-ຄວາຍ​ທັງ​ໝົດ 316 ຟາ​ມ ​ເພີ່ມ​ຂຶ້ນຈາກ​ປີ​ກ່ອນ 72 ຟາ​ມ ​ແລະ ມີ​ສັດ​ປະ ມານ 35 ພັນ​ກວ່າ​ໂຕ. ນອກ ຈາກ​ນີ້ ​ໃນ​ບົດ​ລາຍ​ງານ​ຍັງ​ລະບຸ​ວ່າ: ການ​ລົງທຶນ​ຂອງ​ລັດ​ໃນ​ປີຜ່ານ ມາ​ສ່ວນ​ໃຫຍ່​ແມ່ນ​ໄດ້​ສຸມ​ໃສ່​ແຕ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຊົນ ລະປະທານ, ສ່ວນ​ການ​ລົງທຶນ​ເຂົ້າ​ການ​ປ້ອງ​ກັນ​ພະຍາດ, ລະ ບົບ​ກວດກາ​ຄຸນ​ນະພາ​ບ ​ແລະ ມາດຕະຖານ​ຜະລິດ​ຕະພັນ​ສິນຄ້າ​ກະສິກຳ-ປ່າ​ໄມ້ ລວມທັງ​ລະບົບ​ສຸຂະ​ອະນາ​ໄມ​ພືດ ​ແລະ ສັດ​ຍັງ​ມີ​ຈຳກັດ.

No comments:

Post a Comment