Ad

Ad

4 April 2013

ຈະລາຈອນ ນະຄອນຫຼວງຄວບ​ຄຸມການ​ດື່ມ​ເຫຼົ້າ​ເມົາສະກັດ​ກັ້ນ​ເກີດ​ອຸປະຕິ​ເຫດ​ໄລຍະ​ບຸນປີ​ໃໝ່ລາວ



           ນັບ​ຖອຍຫຼັງກ້າວ​ເຂົ້າ​ສູ່​ການສະຫຼອງບຸນປີ​ໃໝ່ລາວ 2013 ເພື່ອສ້າງ​ບັນຍາ ກາດໃຫ້​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ເຕັມ​ໄປ​ດ້ວຍ​ຄວາມ​ສາມັກຄີ ແລະ ​ຫຼຸດຜ່ອນ​ບັນຫາ​ອຸປະຕິ​ເຫດ​ທາງ​ຖະໜົນ, ເຈົ້າໜ້າທີ່​ຕຳຫຼວດຈະລາຈອນ ນະຄອນຫຼວງ ໄດ້​ເພີ່ມ​ຄວາມ​ເຂັ້ມ ງວດ​ບັນຈຸກຳລັງ​ໃນ​ການ​ກວດ ກາ​ຜູ້​ຂັບ​ຂີ່ຕາມ​ທ້ອງ​ຖະໜົນ ແລະ ​​ໂຄສະນາ​ການ​ປ້ອງ​ກັນ​ອຸປະຕິ​ເຫດ​ຕາມ​ຄຸ້ບ້ານ ໃຫ້​ມີ​ຄວາມ​ຮັບ​ຮູ້​ເພື່ອ​ປະຕິບັດ​ລະບຽບ​ຈະລາ ຈອນ​ເປັນຕົ້ນ​ແມ່ນ​ຈະ​ເຂັ້ມງວດ​ຕໍ່ຜູ້​ດື່ມ​ສິ່ງ​ມືນ​ເມົາຂັບ​ລົດ​ພາ​ໃຫ້​ເກີດ​ອຸປະຕິ​ເຫດ​ໄລຍະ​ບຸນ.
        ຕາມ​ການ​ຖະ​ແຫຼງຂ່າວ​ຕໍ່ສື່​ມວນ​ຊົນຂອງທ່ານ ພັນ​ໂທ ພົມ ມະຈັນ ສວນ​ບຸນ​ມາ ຮອງ​ຫົວໜ້າຫ້ອງ​ຕຳຫຼວດ, ຫົວໜ້າ ພະ​ແນ​ກຈະລາຈອນນະຄອນຫຼວງ ​ໃນ​ວັນ​ທີ 3 ເມສາ 2013 ນີ້ ວ່າ: ​ໃນ ໄລຍະ​ສະຫຼອງບຸນປີ​ໃໝ່ລາວ 2013 ນີ້ ໄດ້​ເນັ້ນ​ໃຫ້​ເຈົ້າໜ້າທີ່​ທຸກ​ເມືອງ​ໃຫ້​ເອົາ​ໃຈ​ໃສ່​ໃນ​ການຄວບ​ຄຸມ​ບັນດາ ຜູ້​ຂັບ​ຂີ່​ທ່ີ່ດື່ມ​ສິ່ງ​ມືນ​ເມົາ ​ໂດຍ​ຈະ​ມີ​ການ​ຕັ້ງຈຸດ​ກວດກາ ​ແລະ ປະ ສານ​ສົມທົບ​ກັບ​ພະ​ແນ​ກ ຍທຂ ນະຄອນຫຼວງ ​ເພື່ອ​ໂຄສະນາ​ຕາມ​ເສັ້ນທາງຕ່າງໆທັງນີ້ກໍ​ເພື່ອ​ເປັນ​ການ​ສະກັດ​ກັ້ນການ​ເກີດອຸ ປະຕິ​ເຫດ​ໃນ​ໄລຍະ​ດັ່ງກ່າວ​ໃຫ້ຫຼຸດລົງ.
          ທ່ານພັນ​ໂທ ພົມມະຈັນ ກ່າວ​ວ່າ: ສະພາບ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນມາ​ຮອດ​ໄລຍະ ນີ້ຍັງ​ເກີດ​ຂຶ້ນ​ເປັນ​ຈຳນວນ ຫຼາຍ​ໂດຍ​ສ່ວນ​ໃຫຍ່​ສາ​ເຫດ​ແມ່ນເກີດ ຍ້ອນ​ຜູ້​ຂັບ​ຂີ່​ດື່ມ​ສິ່ງ​ມຶນ​ເມົາ ສະ ນັ້ນ ໃນ​ການສະຫຼອງບຸນປີ​ໃໝ່ ລາວ ນີ້,ປະຊາຊົນ​ລາວ​ຈະ​ມີ​ການ ຈັດ​ງານ​ສ້າງສັນ ໂດຍ​ຈະ​ມີ​ການ ດື່ມ​ສິ່ງ​ມຶນ​ເມົາ ຊຶ່ງ​ອາດ​ເຮັດ​ໃຫ້​ເກີດ​ອຸປະຕິ​ເຫດຕາມ​ທ້ອງ​ຖະໜົນ ແລະ ​ເພື່ອ​
ຮັບປະກັນ​ອຸປະຕິ​ເຫດ​ໃນ​ໄລຍະ​ດັ່ງກ່າວ​ໃຫ້ຫຼຸດລົງ,​ເຈົ້າ ໜ້າທີ່​ຈຶ່ງ​ໄດ້ດຳ​ເນີນ 5 ແຜນ​ວຽກ ຄື ຈັດ​ກຳລັງ​ເຈົ້າໜ້າທີ່​ລົງ​ໂຄສະ ນາ​ຕາມ​ສາຍ​ທາງ​ຕ່າງໆພ້ອມ​ທັງ​ແຈກ​ຢາຍ​ແຜ່ນ​ພັບ​ໃນ​ການ​ປຸກລະ ດົມການຂັບ​ຂີ່​ປອດ​ໄພ ​ໂດຍ​ສະ​ເພາະ​ຜູ້​ຂັບ​ຂີ່​ລົດ​ໃຫຍ່​ແມ່ນ​ຫ້າມ​ດື່ມ​ສິ່ງ​ມຶນ​ເມົາ, ຜູ້​ຂັບ​ຂີ່​ລົດຈັກ​ແມ່ນ​ຕ້ອງ​​ໃສ່ໝວກກັນກະທົບ​ເພື່ອ​ເປັນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຈາກ​ອຸປະຕິ​ເຫດ, ນຳ​ໃຊ້​ກຳລັງ​ປະຈຳ​ຈຸດ​ເສັ້ນທາງ​ທີ່​ມີ ການ​ສັນຈອນ​ໜາ​ແໜ້ນໂດຍ​ສະ​ເພາະ​ແມ່ນ​ເສັ້ນທາງ 13 ເໜືອ, 13 ໃຕ້, ​ເສັ້ນທາງ​ທ່າ​ເດື່ອ ​ແລະ ​ເສັ້ນທາງ​ໄກສອນ ໂດຍ​ຈະ​ເຮັດ ໜ້າທີ່ຕິດຕາມ​ກວດກາ​ຄວາມ​ໄວ, ກວດ​ທາດ​ເຫຼົ້າຂອງ​ຜູ້​ທີ່​ສັນຈອນ ຕາມ​ເສັ້ນທາງຫາກ​ພົບ​​ເຫັນ​ກໍ​ຈະ​ມີ​ການ​ຢຸດ​ກັກ​ໄວ້​ຊົ່ວຄາວ​ເພື່ອ​ໃຫ້ຫາ​ຍ​ເມົາ​ກ່ອນ​ຈະ​ປ່ອຍ​​​ໄປ, ​ເນັ້ນ​ເຈົ້າໜ້າທີ່ທຸກ​ຄົນ ລົງ​ປະຈຳ ການ​ຕາມ​ປ້ອມ​ຕ່າງໆ ເພື່ອ​ເຮັດ ໜ້າທີ່​ປ້ອງ​ກັນວົງ​ໃນ​ເຂດ​ເສັ້ນ ທາງພ້ອມ​ທັງ​ມີ​ພາກສ່ວນຈັດ​ລະບຽບອອກ​ເຄື່ອນ​ໄຫວ​ຕິດຕາມ​ແຕ່ລະ​ເສັ້ນ ທາງ​ເພື່ອ​ໂຄສະນາ ​ແລະ ກວດກາ​ການ​ຈອດ​ລົດ​ເພື່ອ ບໍ່​ໃຫ້​ເກີດ​ມີ​ຄວາມ​ແອ​ອັດຕາ​ມ ທ້ອງ​ຖະໜົນ ແລະ ​ໃຫ້ໜ່ວຍງານ ເຈົ້າ ໜ້າທີ່ປະຈຳ​​ເພື່ອ​ຕິດຕາມ​ສະ ພາບ​ການ​ເກີດ​ອຸປະຕິ​ເຫ​ດ ​ແລະ ​ແກ້​ໄຂ​ໃຫ້​ທ່ວງທັນ ຊຶ່ງ​ຄາດ​ວ່າ​ຈະ​ມີ​ການ​ນຳ​ໃຊ້​ກຳລັງ 600 ກວ່າ​ສະຫາຍ.ສຳລັບ​ການກຽມ ປ້ອງ​ກັນ​ໃນ​ຄັ້ງນີ້​ຈະ​ເລີ່​ມ​ແຕ່​ວັນ​ທີ 12 ຫາ 17 ເມສາ 2013 ຊຶ່ງ​ເປັນ​ມື້ສະຫຼອງປີ​ໃໝ່ລາວ.
         ທ່ານພັນ​ໂທ ພົມມະຈັນ ສວນ​ບຸນ​ມາ ກ່າວ​ວ່າ: ຈາກ​ການ ສະຫຼອງ​ປີ​ໃໝ່ລາວ​ໃນ​ປີຜ່ານມາ ພົບ​ວ່າ​ມີ​ສະພາບ​ອຸປະຕິ​ເຫດ​ເກີດ​ຂື້ນຫຼາຍກວ່າ 50 ກໍລະນີ ໂດຍ​ມີ​ຜູ້​ເສຍ​ຊີວິດ 7 ຄົນ ​ໂດຍ​ສ່ວນ​ໃຫຍ່​ແມ່ນ ຍ້ອນ​ຜູ້​ຂັບ​ຂີ່​ດື່ມ​ສິ່ງ​ມຶນເມົາ. ​ແນວ​ໃດ​ກໍ​ຕາມຍັງ​ພົບ​ວ່າ​ສະ ພາບອຸປະຕິ​ເຫດ​ແມ່ນ​ຈະ​ມັກ​ເກີດ​ຂຶ້ນຢູ່​ເຂດ​ຊານ​ເມືອງ, ​ເສັ້ນທາງ 13 ເໜືອ ​ແລະ 13 ໃຕ້ ຍ້ອນ​ປະຊາ ຊົນ​ມີ​ການ​ເດີນທາງ​ອອກ​ໄປ​ທ່ຽວ ຫຼິ້ນ​ເຂດ​ຫ່າງ​ໄກ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວຕ່າງໆ. ສະນັ້ນ ຈຶ່ງ​ມັກ​ເກີດ​ອຸປະຕິ​ເຫດ​ໃນ​ໄລຍະ​ຂາ​ກັບ​ມາໂດຍ​ສະ​ເພາະ​ໃນ​ເວລາ 16 ໂມງ​ຂຶ້ນ​ໄປ.ນອກ​ນີ້ຍັງ​ພົບ​ເຫັນ​ຜູ້​ຂັບ​ຂີ່​ຝ່າຝືນ​ກົດ​ລະບຽບຂໍ້​ຫ້າມ ຄື ​ໃຊ້​ສາຍທໍ່ນ້ຳອອກ​ມາ​ຈາກ​ເຮືອນ ເພື່ອຫົດ​ນ້ຳຕາມ​ທ້ອງ​ຖະໜົນ, ນຳ​ໃຊ້​ລົດ​ບັນຈຸ​ຖັງ​ນ້ຳ,ຄຸນ້ຳ​ເລາະ​ຫົດ​ຕາມ​ເສັ້ນທາງ ​ແລະ ມີ​ການ​ແກວ່ງຖົງນ້ຳ​ໃສ່​ກັນຊຶ່ງ​ເປັນ​ອັນຕະລາຍ​ເຮັດ​ໃຫ້​ແວ່ນ​ລົດ​ແຕກ ລວມທັງ​ເກີດ​ອຸປະຕິ​ເຫດຕາມ​ມາ.
         ດັ່ງນັ້ນ​ໃນ​ການຫຼິ້ນບຸນປີ​ໃໝ່ປີນີ້,​ເຈົ້າໜ້າທີ່​ຈະລາຈອນຈະ​ເພີ່ມ​ທະວີ​ເຂັ້ມງວດ​ຕໍ່ຜູ້ທີ່​ລະ​ເມີດ​ຂໍ້​ຫ້າມ​ໂດຍ​ຈະ​ມີ​ການ​ປັບ​ໃໝ ແລະ ຖ້າ​ຫາກ​ກໍລະນີ​ຮ້າຍ​ແຮງ​ກໍ​ຈະ​ມີ​ການ​ກັກ​ພ້ອມ​ທັງ​ດຳ​ເນີນ ຄະດີ​ຕາມ​ລະບຽບກົດໝາຍ, ຈຶ່ງ​ຢາກ​ໃຫ້​ປະຊາຊົນ​ລາວ ຮ່ວມ​ກັນ​ສະ​ເຫຼີມສະຫຼອງ ບຸນປີ​ໃໝ່ລາວ​ໃຫ້ ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ ແລະ ​ໃຫ້​ຖື​ກຕ້ອງຕາ​ມຮີດຄອງ​ວັດທະນະທຳ​ປະ​ເພນີ​ຂອງ​ລາວ​ເຮົາ.

No comments:

Post a Comment