Ad

Ad

5 April 2013

“ ສາວລາວ” ງາມຮູບຈູບຫອມ ( ຄໍລຳ ຈານແຍ່ )



     ຕັ້ງໃຈເອົາໄວ້ວ່າສິຫລຸດຜ່ອນ ຫລື ເລີກເລີຍບໍ່ຂຽນກ່ຽວກັບບັນຫາການປະກວດນາງສາວລາວປະຈຳປີ ຍ້ອນວ່າເຄີຍເວົ້າ ຜ່ານສື່ມວນຊົນມາຫລາຍແລ້ວ ບໍ່ນັບ ການໂອ້ລົມພັນເຕກັບສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາ “ບາຢອງ” ຕາມນິດໃສ ຂອງຈານແຍ່.
    ແຕ່ແລ້ວສິ່ງທີ່ຕັ້ງໄວ້ກໍລົ້ມອາບ ຟາບ, ເມື່ອສຽງແຫ້ມຫູຈາກໂທ ລະສັບດັງຂຶ້ນ “ອ່າວມີຄວາມເຫັນແນວ ໃດກ່ຽວກັບການ ປະກວດ ນາງສາວລາວ ? ເຂົາວ່າອ່າວ ເຄີຍແຍ່ບັນຫານີ້ໃນຫລາຍບົດໆ” ຈານແຍ່ທົບທວນ ຄືນ ແລະ ເຫັນວ່າ: ເຈົ້າຂອງສາຍ ເວົ້າບໍ່ຜິດພໍ ຫຸນ, ຜ່ານມາ ຈານແຍ່ເຄີຍຂຽນ ບົດຢັງຢາຍຢູ່ໜ້າໜັງສືພິມ ຫລາຍສະບັບ, ເຄີຍເວົ້າເລື່ອງບັນຫາການປະກວດ ນາງງາມຕາມຄຳເຫັນແບບເດັດໆເຜັດມັນຂອງລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາກ່າວຢູ່ກອງປະຊຸມສະພາໃນ ຕົ້ນໆອາຍຸການຂອງສະພາຊຸດນີ້.
     ພໍການຖາມການຕອບຜ່ານໂທ ລະສັບກັບພະນັກງານໜຸ່ມນ້ອຍ ສຸດລົງປຸບ, ຫົວໜ້າກົມທີ່ແບກຫາບຄວາມຮັບຜິດຊອບ ດ້ານວັດທະນະທຳກໍຄາດລາດເຂົ້າໄປຫາ ຈານແຍ່, ເຂົາງະຮີມສົບກວ້າງ ເກືອບສິບເຊັນ ແລ້ວພົ່ນຄຳຖາມ ຕໍ່ຫາງກັນອອກມາ ປານລົວປືນ AK 47 “ການປະກວດນາງງາມ ມີຈຸດດີຈຸດເສຍແນວໃດ ? ມັນມີ ຊ່ອງວ່າງໃຫ້ຂະບວນຄ້າມະນຸດ ແຊກຫລິ້ມ ແນວໃດ ?” ເຂົາຖາມ ເອົາປານວ່າຈານແຍ່ເປັນມະຫາ ເກົາ. ຈານແຍ່ກໍຕອບໄປຕາມທີ່ ໄດ້ຂຽນໄວ້ບົດທີ່ບາງທ່ານອາດ ບັງເອີນໄດ້ອ່ານ. ດັ່ງນັ້ນ, ສຳລັບຜູ້ທີ່ໄດ້ອ່ານບົດ ເຫລົ່ານັ້ນມາແລ້ວ ສະເໜີໃຫ້ປືດຜ່ານບົດນີ້ເລີຍຈະບໍ່ ໄດ້ເສຍເວລາ.

    ຈານແຍ່ບອກຫົວໜ້າກົມ ແລະ ພະນັກງານເຈົ້າຄຳຖາມວ່າ: ຕົນ ເອງນິຍົມຊົມຊອບຄຳເຫັນຂອງລັດຖະ ມົນຕີສຶກສາທິການ ແລະ ກິລາເປັນຢ່າງຍິ່ງໂດຍສະເພາະຕອນທ່ານບອກວ່າ: ຈະບໍ່ອະນຸຍາດໃຫ້ຈັດການ ປະ ກວດນາງງາມໃນຂອບຮົ້ວຂອງສະຖາບັສຶກສາ ເພາະນັກສຶກສາມີໜ້າທີ່ ແຂ່ງຂັນກັນຊອກຫາວິຊາຄວາມຮູ້ ບໍ່ແມ່ນມາແຂ່ງຄວາມງາມກັນ, ໃນສະຖາບັນການສຶກສາ ຕ້ອງແຂ່ງກັນສອນດີ-ຮຽນເກັ່ງ. ນອກນັ້ນ ທ່ານຍັງໄດ້ ເວົ້າມ້ວນ ທ້າຍໃຫ້ຕີຄວາມໝາຍເອົາເອງ ວ່າ: ການໃຊ້ຈ່າຍຟຸມເຟືອຍຂອງ ຊາວໜຸ່ມ (ເພື່ອເພດເອ້) ນັ້ນຕິດ ພັນກັບການປະກວດນາງງາມ. ທີ່ ເວົ້າມາເທິງນັ້ນແມ່ນຄຳເວົ້າຂອງ ຈານແຍ່ທີ່ຕີຄວາມໝາຍເອົາເອງ ຈາກຄ ຳເຫັນຂອງລັດຖະມົນຕີ. ແຕ່ຖ້າເວົ້າຕາມ ປະໂຫຍກຄຳ ເວົ້າຕົວຈິງຂອງເພິ່ນແລ້ວແຮງ ເຜັດມັນ ແລະ ເຂັ້ມ ຂຸ້ນກວ່ານີ້ ຫລາຍຕໍ່. ຈານແຍ່ເຊື່ອວ່າ: ຜູ້ທີ່ ໄດ້ຟັງຄວາມເຫັນດັ່ງກ່າວຄົງ ເຂົ້າໃຈໂດຍອັດຕະໂນມັດວ່າ: ລັດ
ຖະມົນຕີບໍ່ເຫັນດີໃຫ້ຈັດການປະ ກວດນາງງາມໃນໂຮງຮຽນ-ໃນ ສະຖາບັນການສຶກສາ ບໍ່ແມ່ນ ຫ້າມນັກສຶກ ສາທີ່ສະຫວັນປະທານໃຫ້ເກີດມາງາມໄປຮ່ວມປະ ກວດຄວາມງາມ ເພາະຖ້າຫ້າມ ເຖິງຂະໜາດນັ້ນຄົງເປັນ ໄປບໍ່ໄດ້. ນາງສາວທີ່ເຂົ້າປະກວດເທື່ອ ຜ່ານໆມາກໍລ້ວນແຕ່ແມ່ນນັກສຶກສາທັງນັ້ນ. ໃນບົດທີ່ຕົນຂຽນ ຜ່ານ ມາບໍ່ມີບົດໃດບອກວ່າ: ຈານແຍ່ຄັດຄ້ານການປະກວດ ນາງສາວລາວ ເພາະເປົ້າໝາຍການປະກວດທຸກ ເທື່ອ ບອກວ່າ: ເພື່ອເອົາຄວາມງາມ, ຄວາມອ່ອນຊ້ອຍ ແລະ ມົນສະເໜ່ຂອງສາວລາວເປັນແມ່ແຮງສົ່ງເສີມ ວັດ ທະນະທຳ, ສີໄມ້ລາຍມືອັນປາ ນີດຂອງແມ່ຍິງລາວທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄືໃນໂລກນີ້. ນອກນັ້ນ ການປະ ກວດນາງສາວລາວ ຫລື ນາງສາວໃນລະດັບຫລຸດລັນກັນມາ ກໍຍັງເປັນເວທີສົ່ງເສີມຄວາມກ້າຫານໃນ ການ ສະແດງອອກຂອງແມ່ຍິງລາວ, ກ້າຫານ ເພື່ອຊ່ວຍສັງຄົມ, ກຳຈັດພະຍາດ ຂີ້ອາຍທີ່ໄຮ້ເຫດຜົນ ເຊິ່ງມັກຈະ ເກາະຫ້ອຍເປັນປົ່ມດ້ອຍຂອງແມ່ຍິງລາວເຮົາຈຳນວນບໍ່ໜ້ອຍ. ແຕ່ສຳຄັນກວ່ານັ້ນ ແມ່ນເພື່ອລຶບລ້າງມໍລະດົກ ຮົກຊາດທີ່ລະບອບ ສັກດີນາ-ນາຍທຶນສ້າງເປັນກົດ ໄວ້ວ່າ: ແມ່ຍິງເປັນພຽງດອກໄມ້ ແຄມທາງ ເພື່ອໃຫ້ຜູ້ຊາຍ ເດັດດົມຊົມກິ່ນແລ້ວໂຍນຖິ້ມ. ແຕ່ໃນຍຸກ ນີ້ ແມ່ຍິງຕ້ອງເປັນດອກໄມ້ທີ່ ຫອມຫວນດ້ວຍຄຸນນະທຳ, ດ້ວຍ ຄວາມຮູ້ເພື່ອປະດັບກຽດ ແລະ ສັກສີຂອງຊາດບ້ານເມືອງ, ເປັນ ທູດແຫ່ງສີສັນວັດທະນະທຳອັນດີງາມ, ເປັນ ຂວັນຕາຂວັນໃຈຂອງ ສັງຄົມລາວ. ສິ່ງທີ່ຈານແຍ່ຕ້ອງ ການໃຫ້ສັງຄົມລາວຊ່ວຍຄິດຫງຳນຳກັນກ່ຽວກັບການ ປະກວດນາງສາວລາວນັ້ນ ກໍຄືຊອກ ຄຳຕອບຕໍ່ຄຳຖາມທີ່ວ່າ: ພວກ ເຮົາໄດ້ສ້າງເງື່ອນໄຂໃຫ້ນາງສາວລາວ ເຫລົ່ານັ້ນເຄື່ອນໄຫວ ຢ່າງສົມກຽດແລ້ວບໍ ? ຫລືວ່າ ຍັງຜິວເຜີນເບິ່ງແຕ່ເປືອກນອກ ຂອງຄວາມງາມ, ມີການ ກະທຳແນວໃດທີ່ພາໃຫ້ສັງຄົມເບິ່ງຄືວ່າ ເຈົ້າຂອງມົງກຸດເປັນພຽງໂຕປະດັບ ? ແລະ ຄຳຖາມອື່ນໆທີ່ຄວນຈະ ຖາມຊອກຫາຄຳຕອບ.
    ຈານແຍ່ກໍໄດ້ມ້ວນທ້າຍກັບ ຫົວໜ້າກົມວ່າ: ຊາໃຈແລ້ວ ຢາກໃຫ້ມີສະໂມສອນເປັນສູນເຕົ້າໂຮມນາງ ງາມທັງໝົດທີ່ໄດ້ເປັນ ເຈົ້າຂອງມົງກຸດແຕ່ລະຊຸດ ເພື່ອ ໃຫ້ພວກເຂົາເຈົ້າມີເວທີຂອງຕົນເອງເພື່ອການເຄື່ອນ ໄຫວແບບຍືນຍົງ, ບໍ່ຊັ້ນ ສັງຄົມອາດເຫັນ ພວກເຂົາບໍ່ຕ່າງກັບປະຕິທິນ, ພໍສົ່ງທ້າຍປີເກົ່າປະຕິທິນກໍໝົດ ຄວາມໝາຍລົງ. ນາງງາມລາວຕ້ອງ “ງາມຮູບ-ຈູບຫອມ” ຈູບຫອມໝາຍເຖິງຫອມຫວນຈາກມາລະຍາດ ວາດຊົງຂອງກຸລະສັດຕີ ແລະ ຄວາມດີງາມທີ່ເຈົ້າຂອງມົງກຸດມອບໄວ້ໃນສັງຄົມ.

No comments:

Post a Comment