Ad

Ad

27 June 2013

ພະຍາດໄຂ້ເລືອດອອກສືບຕໍ່ແຜ່ລະບາດຫນັກຢູ່ແຂວງຈຳປາສັກມີຜູ້ເສຍຊີວິດແລ້ວ 18 ຄົນ



            ພະ​ແນ​ກສາທາລະນະ​ສຸກ​ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ເມື່ອ​ວັນ​ທີ 25 ມິຖຸນາ​ນີ້ວ່າ: ພະຍາດ​ໄຂ້​ເລືອດ​ອອກ​ຍັງ​ສືບຕໍ່​ແຜ່​ລະບາດ​ໜັກ​ຢູ່​ແຂວງ​ດັ່ງກ່າວປັດຈຸບັນ​ມີ​ຜູ້​ຕິດ​ເຊື້ອ 2.235 ກໍລະນີ ​ແລະ ​ເສຍ​ຊີວິດ​ແລ້ວ 18 ຄົນ ເຮັດໃຫ້ເກີດສະພາບຄົນເຈັບລົ້ນໂຮງໝໍຈົນ​ໂຮງໝໍ​ບາງ​ແຫ່ງ​ໄດ້​ນຳ​ໃຊ້​ຫ້ອງ​ປະຊຸມ​ຈັດ​ເປັນ​ບ່ອນ​​ນອນ​ປິ່ນປົວ​ຕໍ່​ສະພາບ​ດັ່ງກ່າວອຳນາດ​ການ​ປົກຄອງ ​ແລະ ​ເຈົ້າໜ້າ​ທີ່​ພະ​ແນ​ກສາທາລະນະ​ສຸກ​ແຂວງ ກໍໄດ້ ເພີ່ມທະວີ ຄວາມຮັບຜິດຊອບຂອງຕົນເຂົ້າ​ໃນ​ການ​ປິ່ນປົວ​ຄົນ​ເຈັບໃຫ້ໄດ້ຮັບຜົນ. ຄຽງ​ຄູ່​ກັນນັ້ນ ກໍ​ໄດ້ຈັດ ຕັ້ງ​ໜ່ວຍ​ງານ​ສະ​ເພາະ​ກິດ​ເພື່ອ​ລົງ​ເຄື່ອນ​ໄຫວ​ໂຄສະ ນາ​ປຸກລະດົມ​ໃຫ້​ປະຊາຊົນ​ຢູ່​ແຕ່ລະ​ເຂດ​ເອົາ​ໃຈ​ໃສ່​ການ​ປ້ອງ​ກັນ​ພະຍາດ​ໄຂ້​ເລືອດ​ອອກ ​ໂດຍ​ການຈັດຕັ້ງຂະ​ບວນການ​ທຳລາຍ​ແຫ​ລ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ ​ເປັນຕົ້ນພາຊະນະ​ທີ່​ມີນ້ຳຂັງ, ຖາງ​ປ່າ​ຮົກ​ເຮື້ອ, ອະນາ​ໄມ​ຕາມ​ບໍລິ​ເວນ​ອ້ອມ​ຮອບ​ເຮືອນ​ຊານ, ສຳນັກງານ​ຕ່າງໆ​ໃຫ້​ມີ​ຄວາມ​ສະອາດ ​ແລະ ​ສີດ​ຢາຂ້າ​ຍຸງລາຍທີ່ເປັນພາຫະນະ ນຳເຊື້ອພະຍາດດັ່ງກ່າວໃຫ້​ຫລຸດ ຜ່ອນ​ລົງ.

No comments:

Post a Comment