Ad

Ad

27 June 2013

ໄຊຍະບູລີ ວາງຄາດຫມາຍລຶບລ້າງຄວາມບໍ່ຮູ້ຫນັງສືຊັ້ນປະຖົມ-ມັດທະຍົມບຳລຸງໃຫ້ສຳເລັດພາຍໃນປີ 2015



      ທ່ານ ດຣ. ລຽນ ​ທິ​ແກ້ວ ​​ເຈົ້າ​ແຂວງໄຊ​ຍະ​ບູລີ ໄດ້​ລາຍ​ງານ​ໃນ​ກອງ​ປະຊຸມ​ຜູ້​ບໍລິຫານ​ການ​ສຶກ ສາ ​ແລະ ​ກິລາ​ທົ່ວ​ປະ​ເທດ ​ປະ​ຈຳ ປີ 2013​ ໃນ​ວັນ​ທີ 25 ມິຖຸນານີ້ ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ ດຣ. ພັນ​ຄຳ ວິພາ​ວັນ ລັດຖະມົນຕີ​ວ່າການ​ກະຊວງ​ສຶກ ສາ​ທິການ ​ແລະ ​ກິລາ. ເຈົ້າ​ແຂວງ​ໄຊ​ຍະ​ບູລີ​ ກ່າວ​ວ່າ: ການ​ພັດທະນາ​ການ​ສຶກສາ ​ແລະ ​ກິລາ ​ໂດຍ​ສະ​ເພາະ​ການ​ລຶບລ້າງ ຄວາມ​ບໍ່​ຮູ້​ໜັງສື, ລຶບລ້າງ​ຊັ້ນ​ປະ ຖົມ​ບຳລຸງ​ໃຫ້​ປະຊາຊົນ​ ເປັນ​ຕົ້ນ​ເມືອງ​ໄຊສະຖານໄດ້​ຄາດໝາຍ​ສູ້​ຊົນ​ປະຕິບັດ​ແຜນການ​ລຶບລ້າງ​ຊັ້ນ​ມັດ ທະຍົມ​ບຳລຸງ​ໃຫ້​ໄດ້​ໃນ​ປີ 2015 ​ໂດຍ​ປະຕິບັດ​ຕາມ​ແນວ ທາງ​ດຳ​ເນີນ​ການ​ປະຕິວັດ 3 ປະ ການ​ ເຊິ່ງ​ໃນ​ນັ້ນ​ ມີ​ການ​ປະຕິວັດ ດ້ານ​ແນວ​ຄິດ-ວັດທະນະ​ທຳ ​ໂດຍ​ຖື​ເອົາ​ການ​ສຶກສາ​ໄປ​ກ່ອນ​ບາດ ກ້າວ​ໜຶ່ງ​ ແລະ ​ປະຕິບັດ​ຄຳ​ຂວັນ ທີ່​ວ່າ: ຮຽນ​ໜັງສື​ແມ່ນ​ຮັກ​ຊາດ, ການ​ກືກ​ໜັງສື​ແມ່ນ​ໄພ​ອັນຕະ ລາຍ ​ແລະ​ ແມ່ນ​ຄວາມ​ໂງ່​ຈ້າ​ຫລ້າຫລັງ. ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ​ໜ້າ​ທີ່​ການ​ສຶກສານ​ອກ​ໂຮງຮຽນ​ນັ້ນ​ ແຂວງ ​ແລະ​ ພະ​ແນ​ກ ສຶກສາ​ທິການ ​ແລະ ​ກິລາ​ແຂວງ ​ກໍ​ໄດ້​ເອົາ​ໃຈ​ໃສ່​ພັດທະນາ​ການ​ສຶກສາຢ່າງຮອບ ດ້ານ​ຢູ່ ເມືອງ​ໄຊ​ສະຖານ.​ ພ້ອມ​ດຽວ​ກັນ​ນັ້ນ ​ກໍ​ຊີ້​ນຳ​ເມືອງ​ຕ່າງໆໃຫ້ສຶບຕໍ່​ລຶບລ້າງ​ຊັ້ນ​ມັດທະຍົມ​ບຳລຸງ​ໃນ​ທົ່ວ​ແຂວງ​ຢ່າງ​ມີ​ຈຸດ​ສຸມ ​ເພື່ອ​ບັນ ລຸ​ແຜນການ​ທີ່​ວາງ​ໄວ້​. ປັດຈຸ​ບັນ ທົ່ວ​ເມືອງ​ໄຊ​ສະຖານ​ມີ​ຫ້ອງ​ກຽມ​ປະຖົມ 11​ ແຫ່ງ, ເດັກນ້ອຍ​ເກນ​ອາຍຸ 3-5 ປີ​ໄດ້​ເຂົ້າ​ຮຽນ​ກວມ​ເອົາ 40,95 %, ມີ​ໂຮງຮຽນ​ປະຖົມ​ສົມບູນ 21​ ແຫ່ງ, ​ເດັກ​ເກນ​ອາຍຸ 6-10 ປີ ​ເຂົ້າ​ຮຽນ​ກວມ​ເອົາ 94,6%, ມີ​ໂຮງຮຽນ​ມັດທະຍົມ​ຕົ້ນ 3​ ແຫ່ງ​ ແລະ ມີ​ໂຮງຮຽນ​ມັດ
ທະຍົມ​ສົມບູນ 1​ ແຫ່ງ, ປັດຈຸ​ບັນ​ ທົ່ວ​ແຂວງ​ໄດ້​ຈັດ​ຕັ້ງ​ບຳລຸງ​ມັດ ທະຍົມ​ຕອນ​ຕົ້ນ​ໃຫ້​ປະຊາຊົນ​ຢູ່ 10 ​ເມືອງ, ສອບ​ເສັງ​ຈົບ​ຊັ້ນ​ໄດ້​ທັງ​ໝົດ 192 ບ້ານ​ ເທົ່າ​ກັບ 43,73% ທຽບ​ໃສ່​ຈຳນວນ​ບ້ານ​ໃນ​ທົ່ວ​ແຂວງ, ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 8.949 ຄົນ ,ຍິງ 5.709 ຄົນ, ປະກາ​ດຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ບຳລຸງ​ເປັນ​ທາງ​ການ​ໄດ້ 1​ ເມືອງ​ ຄືເມືອງ​ທົ່ງ​ມີ​ໄຊ​ ແລະ ​ໃນ​ສົກຮຽນ 2013-2014 ຈະ​ໃຫ້​ໄດ້​ປະກາດ​ຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ບຳລຸງ​ຢູ່ 4 ​ເມືອງ ​ຄື​ເມືອງ​ບໍ່​ແຕນ,​ ເມືອງ​ແກ່ນ​ທ້າວ,​ ເມືອງ​ພຽງ​ ແລະ​ ເມືອງ​ເງິນ ໂດຍ​ເລີ່​ມ​ແຕ່​ສົກຮຽນ 2013-2014​ ແມ່ນ​ໄດ້​ລະດົມ​ເອົາ​ຄູ​ອາຈານ​ຊັ້ນ​ ມ.​ຕົ້ນ ແລະ ມ.ປາຍ​ທົ່ວ​ແຂວງ​ໄປ​ປະ​ຈຳ​ຢູ່ 21 ບ້ານ ບ້ານ​ລະ 3 ຄົນ​ ເພື່ອ​ຈັດ​ຕັ້ງ​ບຳລຸງ​ມັດທະຍົມ​ຕອນ​ຕົ້ນ ໃຫ້​ປະຊາຊົນ​ໃນ​ເກນ​ອາຍຸ 15-30 ປີ ໃຫ້​ສຳ​ເລັດ​ໃນ​ສົກ​ປີ 2014- 2015 ສ້າງ​ເງື່ອນ​ໄຂ​ໃຫ້​ທົ່ວ​ແຂວງ​ປະກາດ​ຈົບ​ຊັ້ນ​ມັດທະຍົມ​ບຳລຸງ​ຢ່າງ​ເປັນ​ທາງ​ການ​ ໃນ​ປີ 2015.

No comments:

Post a Comment