Ad

Ad

26 June 2013

ສະພາແຫ່ງຊາດຈັດກອງປະຊຸມຮ່ວມລະຫວ່າງຄະນະປະຈຳ ແລະ ສະມາຊິກສະພາເຂດ



          ໃນ​ວັນ​ທີ 25 ມິຖຸນາ​ນີ້, ຢູ່​ໂຮງ​ແຮມ​ອ່າງ​ຄຳ ນະຄອນຫລວງ​ວຽງ​ຈັນ ​ໄດ້​ມີ​ກອງ​ປະຊຸມ​ຮ່ວມ​ລະຫວ່າງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ​ເລືອກ​ຕັ້ງ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ເພື່ອ​ຕີ​ລາຄາ​ການ​ຊີ້ນຳ-ນຳພາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຕໍ່​​ຄະນະ​ສະມາຊິກ​ສະພາ​​ປະຈຳ​ເຂດ​ເລືອກ​ຕັ້ງ ແລະ ການ​ປະສານ​ງານ​ລະ ຫວ່າງ​ບັນດາ​ກຳມາ​ທິການ​ກັບ​ເຂດ​ເລືອກ​ຕັ້ງດັ່ງກ່າວ ເພື່ອແນໃສ່​ເພີ່ມ​ທະວີ​ບົດບາດ ແລະ ຄຸນນະພາບ​ການ​ເຄື່ອນ​ໄຫວຂອງ​​ສະມາຊິກ​ສະພາ​ແຫ່ງ​ຊາດ​ປະຈຳ​ເຂດ​ເລືອກ​ຕັ້ງ.
            ທ່ານ ສົມ​ພັນ ​ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ຖື​ສຳຄັນ​ຕໍ່​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ, ​ເອົາ​ໃຈ​ໃສ່​ປັບ ປຸງ​ກົງຈັກ​ການຈັດຕັ້ງ ​ແລະ ບຸກ ຄະລາ​ກອນ​ຂອງ​ເຂດ​ເລືອກ​ຕັ້ງ ​ໂດຍ​ສະ​ເພາະ​ການ​ເພີ່ມ​ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປະຈຳ ການ, ການ​ປະຕິບັດ​ນະ​ໂຍບາຍ​ຕໍ່​ສະມາຊິກ​ສະພາ​ໃຫ້​ມີ​ຄວາມ​ເໝາະ​ສົມ ລວມ​ເຖິງ​ການ​ບັນຈຸ​ສະມາຊິກ​ສະພາ​ທີ່​ປະຈຳການ​ຢູ່​ທ້ອງ​ຖິ່ນ​ປະກອບ​ເຂົ້າ​ໃນ​ຄະນະ​ຜູ້​ແທນ ​ເພື່ອ​ເຄື່ອນ​ໄຫວ​ການ​ຕ່າງ ປະ​ເທດ ​ແລະ ອື່ນໆ. ອັນ​ພົ້ນ​ເດັ່ນ​ໃນ​ໄລຍະ​ສອງ​ປີຜ່ານມາ​ນີ້ ຄະນະ​ປະຈຳ​ສະພາ​ໄດ້​ລົງ​ເລິກ​ຊີ້ນຳ​ຢ່າງ​ໃກ້ຊິດ​ໃນ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ຄົບ​ຄະນະ​ສະມາ ຊິກ​ສະພາ​ແຫ່ງ​ຊາດເປັນຕົ້ນ​ແມ່ນ​ລົງ​ພົບ​ປະ​ຊຸກຍູ້​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ ແຂວງ, ນະຄອນຫລວງ​ໄດ້​ເຂົ້າ​ໃຈ ​ແລະ ​ເຫັນ​ໄດ້​ຄວາມ​ໝາຍ​ສຳຄັນ​ຂອງ​ກອງ​ປະຊຸມ​ດັ່ງກ່າວ.

          ນອກຈາກ​ນີ້ ຄະນະ​ສະມາ ຊິກ​ສະພາ​ແຫ່ງ​ຊາດ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ລົງ​ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ໂດຍ​ສະ​ເພາະ​ແມ່ນ​ພາຍຫລັງ​ສຳ​ເລັດ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ແຕ່ລະຄັ້ງ​ແມ່ນ​ໄດ້​ນຳ​ເອົາ​ຜົນສຳ​ເລັດ​ກອງ​ປະຊຸມ​ລົງ​ໄປ​ເຜີຍ​ແຜ່​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ​ໄດ້​ເຖິງ 2 ພັນ​ກວ່າ​ຈຸດ, ມີ​ຜູ້​ເຂົ້າຮ່ວມ​ຫລາຍ​ກວ່າ 2 ​ແສນ​ຄົນ, ​ໄດ້​ຕິດຕາມ​ກວດກາ​ແຜນ​ພັດທະນາ​ເສດຖະກິດ-ສັງ ຄົມ, ​ແຜນ​ງົບປະມານ ​ແລະ ການ​ລົງທຶນ​ຢູ່​ພາຍ​ໃນ​ທ້ອງ​ຖິ່ນ ​ໂດຍ​ສະ​ເພາະ​ບັນຫາ​ທີ່​ມີ​ຜົນ​ກະທົບ​ຕໍ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ, ສິ່ງ​ແວດ​ລ້ອມ ​ແລະ ບັນຫາ​ອື່ນໆ. ນອກຈາກ​ນີ້ ສະມາຊິກ​ສະພາ​ແຫ່ງ​ຊາດ​ຍັງ​ໄດ້​ເປັນ​ເຈົ້າການ​ເສີມ​ຂະ ຫຍາຍ​ປະຊາທິປະ​ໄຕ​ຂອງ​ຕົນ​ໃນ​ຖານະ​ທີ່​ເປັນ​ຕົວ​ແທນ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງປະກອບ​ຄຳ​ເຫັນ​ດ້ວຍ​ຄວາມ​ຮັບຜິດຊອບ ​ແລະ ມີ​ເຫດຜົນ​ຕໍ່​ການ​ເປັນ​ເຈົ້າການ​ຕົວ​ແທນ​ແຫ່ງ​ສິດຜົນປະ​ໂຫຍດຂອງ​ປະຊາຊົນ.

No comments:

Post a Comment