Ad

Ad

26 June 2013

ກອງທັບລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ



             ການ​ພົບ​ປະລະ​ຫວ່າງ​ຄະນະ​ຜູ້​ແທນ​ຂັ້ນສູງ​ຂອງ​ກະ ຊວງ​ປ້ອງ​ກັນ​ປະ​ເທດ ສປປ ລາວ ​ແລະ ສສ ຫວຽດນາມ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 25 ມິຖຸນາ​ນີ້ ຢູ່​ເມືອງ​ມໍລະດົກ​ໂລກ​ຫລວງ​ພະ​ບາງ, ຝ່າຍ​ລາວ​ນຳ​ໂດຍ ສະຫາຍ ພົນ​ຕີ ​ແສງ​ນວນ ​ໄຊ​ຍະ​ລາດ ຄະ ນະເລຂາທິການ​ສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ຊີ້ນຳ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາ ຊົນ​ລາວ ​ແລະ ຝ່າຍ​ຫວຽດນາມ​ນຳ​ໂດຍ ສະຫາຍ ພົນ​ໂທ ​ໂງ​ຊວນລິກ ຄະນະເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການ ເມືອງກອງທັບ ​ເຊິ່ງພວມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ລະຫວ່າງ​ວັນ​ທີ 24-27 ມິຖຸນາ​ນີ້, ຕາມ​ຄຳ​ເຊີນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ.
           ​ໃນ​ການ​ພົບ​ປະ​ຫາລື, ທັງ​ສອງ​ຝ່າຍ​ຕ່າງ​ກໍ​ໄດ້​ແຈ້ງ​ໃຫ້​ກັນ ຊາ​ບສະພາບ​ການ​ສາກົນ ​ແລະ ພາຍ​ໃນ ກໍ​ຄື​ຂົງ​ເຂດ​ທີ່​ມີ​ຄວາມ​ສົນ​ໃຈ, ຈາກ​ນັ້ນກໍ​ໄດ້​ພ້ອມ​ກັນ​ຕີ​ລາຄາ​ຄືນ​ໝາກຜົນ​ການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເຫັນ​ວ່າ​ຕ່າງ​ຝ່າຍ​ໄດ້​ເຮັດ​ສຳ​ເລັດ​ວຽກ​ງານ​ໂຄສະນາ​ສຶກສາ​ອົບຮົມ​ພະ ນັກງານ​ນັກຮົບ​ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ເລິກ​ເຊິ່ງມູນ​ເຊື້ອການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຈັດຕັ້ງກິດຈະກຳ​ຕ່າງໆ ​ເພື່ອ​ລະນຶກ​ວັນ​ສ້າງຕັ້ງ ສາຍ​ພົວພັນ​ການ​ທູດ ລາວ- ຫວຽດນາມ ຄົບຮອບ 50 ປີ ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ ຫວ່າງ​ສອງ​ປະ​ເທດ ຄົບຮອບ 35 ປີ ພ້ອມ​ຂະ​ບວນການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ສະໜັບສະໜູນ​ປີ​ສາ
ມັກຄີ​ມິດຕະພາບ ລາວ-ຫວຽດ ນາມ ​ແລະ ຫວຽດນາມ-ລາວ 2012 ຜ່ານ​ມາ ຢ່າງ​ມີ​ຄວາມ​ໝາຍ. ພິ​ເສດ​ແມ່ນ​ທັງ​ສອງ​ກອງ ທັບ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ກໍ່ສ້າງ​ພະນັກງານ-ນັກຮົບ, ການ​ແລກປ່ຽນ​ຢ້ຽມຢາມ​ເພື່ອ​ຖອດ​ຖອນ​ບົດຮຽນ​ດ້ານ​ຕ່າງໆ ​ເຊິ່ງສະ​ແດງ​ອອກ​ໃຫ້​ເຫັນ​ແມ່ນ​ສອງ​ຝ່າຍ​ໄດ້​ມີ​ຄວາມ​ພະຍາຍາມ​ສູງ​ໃນ​ການ​ປະສານ​ສົມທົບ​ຊອກ ​ແລະ ຂຸດ​ຄົ້ນອັດ ຖິ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຫວຽດ ນາມ​ທີ່​ໄດ້​ເສຍ​ສະລະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່​ລາວຢ່າງ​ມີ​ຜົນສຳ​ເລັດ ຄື​ສະ​ເພາະ​ສົກ​ປີ 2012- 2013, ສອງ​ຝ່າຍ​ສາມາດ​ຊອກ ​ແລະ ຂຸດ​ຄົ້ນອັດຖິ​ດັ່ງກ່າວ​ໄດ້​ຕື່ມ​ອີກ 413 ອັດຖິ ອັນ​ໄດ້​ເພີ່ມ​ຍອດ​ການ​ຂຸດ​ຄົ້ນອັດຖິ​ນີ້ຂອງ​ສອງ​ຝ່າຍ​ທີ່​ໄດ້​ດຳ​ເນີນ​ມາ​ແຕ່​ປີ 1994 ​ເພີ່ມ​ເປັນ 16.042 ອັດຖິ​ແລ້ວ.
          ​ໃນ​ກອງ​ປະຊຸມ​ພົບ​ປະ​ດັ່ງ ກ່າວ, ທັງ​ສອງ​ຝ່າຍ​ຍັງ​ໄດ້​ເປັນ​ເອກະ​ພາບ​ກັນ​ສືບຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ໃນ​ສະພາບ​ການ​ໃໝ່​ໃຫ້​ມີ​ປະສິດທິ​ຜົນ​ຍິ່ງ​ຂຶ້ນ ​ໂດຍ​ສະ​ເພ​າະຈະ​ໄດ້​ປະສານ​ສົມ ທົບ​ກັນ​ຈັດຕັ້ງກິດຈະ ກຳ​ຕ່າງໆ ​ເພື່ອ​ລະນຶກ​ວັນ​ສ້າງຕັ້ງກອງທັບ​ລາວ ຄົບຮອບ 65 ປີ ​ແລະ ວັນ​ສ້າງຕັ້ງກອງທັບ​ຫວຽດນາມ ຄົບ ຮອບ 70 ປີ ​ໃຫ້​ມີ​ຄວາມ​ໝາຍ​ຍິ່ງ​ຂຶ້ນ, ກະຕຸກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກົມ​ກອງ​ຕ່າງໆ​ຂອງ​ສອງ​ກອງທັບ​ໃນ​ດ້ານ​ຄວາມ​ສະຫງົບ​ປອດ​ໄພ, ສ້າງ​ບ້ານ ​ແລະ ກຸ່ມ​ບ້ານ​ພັດທະນາ, ສ້າງ​ໃຫ້​ຊາຍ​ແດນ​ສອງ​ປະ​ເທດ​ກາຍ​ເປັນ​ເສັ້ນຊາຍ​ແດນ​ສັນຕິ ພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ສອງ​ຝ່າຍ​ເປັນ​ເອກະ​ພາບ​ກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ໃນ​ກຳລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ແຂງ​ແຮງ​ກວ່າ​ເກົ່າ, ສົ່ງ​ເສີມ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ວຽກ​ງານ​ສື່​ມວນ​ຊົນ​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ການ​ໄປມາຫາສູ່​ຢ້ຽມຢາມ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ໃຫ້​ຫລາຍ​ຂຶ້ນ. ພິ​ເສດ​ແມ່ນ​ຈະ​ໄດ້​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ແໜ້ນ​ໃນ​ການ​ຊອກ​ຫາ ​ແລະ ຂຸດ​ຄົ້ນອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຫວຽດນາມ​ທີ່​ໄດ້​ເສຍ​ສະລະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່ລາວ​ໃຫ້​ໄດ້​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ໂດຍ​ໄວ​ໃນ​ຈຳ ນວນ​ເກືອບ 1.000 ອັດຖິ​ທີ່​ຍັງ​ເຫລືອ​ຢູ່, ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຮັດ​ແໜ້ນ​ການ​ພົວ ພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ກໍ​ຄື​ສອງ​ກຳລັງ​ປະກອບ​ອາວຸດ ລາວ-ຫວຽດ ນາມ ​ໃຫ້​ໝັ້ນຄົງ​ທະ​ນົງ​ແກ່ນ​ຕະ ຫລອດ​ກາລະ​ນານ.

No comments:

Post a Comment