Ad

Ad

26 June 2013

ອົງການຈັດຕັ້ງ​ສາກົນສະໜັບສະໜູນລາວໃນ​ການປັບປຸງ​ກົດໝາຍ



          ລັດຖະບານ​ຝຣັ່ງ ​ແລະ ອົງ ການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ (UNDP) ສືບຕໍ່​ໃຫ້ ການ​ຊ່ວຍ​ເຫຼືອ​ລາວ ​​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ສ້າງ​ລັດ​ໃຫ້​ກາຍ​ເປັນ​ລັດ​ແຫ່ງ​ກົດ ໝາຍ ​ໂດຍ​ລ້າ​ສຸດ​ລັດຖະບານ​ແຫ່ງ​ສາທາລະນະ​ລັດ ຝຣັ່ງ ​ໄດ້​ເຊັ່ນ​ສັນຍາ​ຮ່ວມ​ກັບ UNDP ເພື່ອ​ສະໜອງ​ເງິນຈຳນວນ 4 ແສນ​ກວ່າ​​ໂດ​ລາ​ສະຫະລັດ​ເຂົ້າ​ໃນ​​ແຜນ​ແມ່​ບົດ​ພັດທະນາ​ລັດ​​ໃຫ້​ເປັນ​ລັດແຫ່ງ​ກົດໝາຍ​ຂອງ ສປປ ລາວ ​ໃນຕໍ່ໜ້າ.
         ພິທີ​ເຊັ່ນ​ສັນຍາ​ມອບ​ເງິນ​ຊ່ວຍ​ເຫຼືອ​ລ້າ​ດັ່ງກ່າວ ​ມີ​ຂຶ້ນໃນ​ຕອນ​ເຊົ້າວັນ​ທີ 25 ມິຖຸນານີ້ ທີ່​ໂຮງ​ແຮມ​ລາວ​ພລາຊາ ນະ ຄອນຫຼວງ​ວຽງ​ຈັນ ລະຫວ່າງ​ທ່ານ ອີຟ ຄາຣ​ໂມ​ນາ ​ເອກ​ອັກຄະ​ລັດ ຖະທູດ​ສາທາລະນະ​ລັດ ຝຣັ່ງ ປະ ຈຳ ສປປ ລາວ ຮ່ວມ​ກັບ​ທ່ານ ມິງ​ ຟາ​ມ ຜູ້​ຕ່າງ​ໜ້າ​ອົງການ UNDP ປະຈຳ​ລາວ ​ແລະ ທ່ານ ສຈ. ເກດ ກຽດຕິ​ສັກ ລັດຖະມົນຕີ​ຊ່ວບວ່າ ການ ກະຊວງ​ຍຸຕິ​ທຳ, ມີ​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ພັດທະນາ​ເຂົ້າ​ຮ່ວມ​ເປັນ​ສັກ​ຄີ​ພິຍານ.
            ເອກ​ອັກຄະ​ລັດຖະທູດ​ສາ ທາລະນະ​ລັດ ຝຣັ່ງ ປະຈຳ ສປປ ລາວ ກ່າວ​ວ່າ: ການ​ສົມທົບ​ທຶນ​ສະ ໜັບ​ສະ​ໜູນ​ດັ່ງ ກ່າວ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ຊ່ວຍ​ເຫຼືອ ຂອງລັດຖະບານ​ຝຣັ່ງ ເຂົ້າ​ໃນ​ການ​ສ້າງ​ລັດ​ໃຫ້​ເປັນ​ລັດ​ແຫ່ງ​ກົດ ໝາຍຕາມ​ການ​ລົງ​ນາມ​ຂອງ​ເຈົ້າ​ໜ້າ​ທີ່​ຂັ້ນສູງລາວ ​ແລະ ຝຣັ່ງ​ໃນ​ເດືອນ​ ພະຈິກ ຂອງ​ປີຜ່ານມາ ​ເຊິ່ງມີ​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ​ສຳລັບ ສປປ ລາວ ​ໃນ​ການ​ສ້າງ​ຄວາມ​ປອດ​ໃສ ​ແລະ ຍຸຕິ​ທຳ​ໃນ​ສັງຄົມ​ລາວພາຍ​ໃຕ້​
ລະບຽບ​ກົດ ໝາຍ. ສ່ວນຜູ້​ຕ່າງ​ໜ້າ​ອົງການ UNDP ປະຈຳ​ລາວ ກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ສົມທົບ​ທຶນ​ສະໜັບສະໜູນ​ລັດຖະບານ​ຝຣັ່ງ ​ເຂົ້າ​ໃນ​ການ​ພັດທະນາ​ລັດ​ໃຫ້​ເປັນ​ລັດ​ແຫ່ງ​ກົດໝາຍ​ຢ່າງ​ແທ້​ຈິງ​ໃນ ສປປ ລາວ. ໃນ​ປີ 2020 ນັ້ນ ແມ່ນ​ກົງ​ກັບ​ເປົ້າ​ໝາຍ ຂອງ​ການຫຼຸດ​ພົ້ນ​ອອກ​ຈາກ​ການ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ ​ເຊິ່ງ​ແຜນ​ການ​ດັ່ງກ່າວ​ເນັ້ນ​ເຖິງຄວາມ​ຕ້ອງ ການ​ພື້ນຖານ​ອັນ​ສຳຄັນ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ສະ​ຖາ​ບັນ​ກໍ​ຄື​ຄວາມ​ອາດ​ສາມາດ​ໃນ​ການ​ປົກ​ປ້ອງ ​ແລະ ສົ່ງ​ເສີມ​ສິດທິ​ຂອງ​ປວງ​ຊົນ​ລາວ​ໃນ​ການ​ເຂົ້າ​ເຖິງ​ຂະ​ບວນການ​ຍຸຕິ​ທຳ.
          ໂອກາດ​ດັ່ງກ່າວ ລັດຖະ ມົນຕີ​ຊ່ວບວ່າການ ກະຊວງ​ຍຸຕິ​ທຳກໍ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ ແລະ ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດຖະ ບານ​ຝຣັ່ງ ​ແລະ ອົງການ UNDP ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ ​ແລະ ສະ ໜັບສະ ໜູນ ສປປ ລາວ ​ເຂົ້າ​ໃນ​ການ​ສ້າງ​ລັດ​ໃຫ້​ເປັນ​ລັດ​ແຫ່ງ​ກົດໝາຍ ​​ເຊິ່ງການ​ຊ່ວຍ​ເຫຼືອ​ດັ່ງ ກ່າວ​ຈະ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ດຳ​ເນີນ​ງານ​ດ້ານ​ກົດ ໝາຍ​ຂອງ​ລາວ​ຫຼາຍ​ຂຶ້ນ ແລະ ຫວັງ​ວ່າການ​ຊ່ວຍ​ເຫຼືອ​ຄັ້ງນີ້ ຈະ​ເກີດ​ໃຫ້​ມີ​ການ​ຊ່ວຍ​ເຫຼືອ​ໃນ​ຄັ້ງ ຕໍ່ໆ​ໄປ.
    ​ແຜນ​ແມ່​ບົດ​ພັດທະນາ​ລັດ​ໃຫ້​ກາຍ​ເປັນ​ລັດ​ແຫ່ງ​ກົດໝາຍ​ນັ້ນ ແມ່ນ​ໄດ້​ເລີ່​ມດຳ​ເນີນ​ພາຍ​ໃນ​ໄຕ​ມາດ​ທີ່​ສາມ​ຂອງ​ປີ 2013 ເຊິ່ງ​ເປັນ​ແຜນ​ການ​ກົດໝາຍ​ແບບ​ຄວບ​ຄຸມ​ສະບັບ​ທຳ​ອິດ​ໃນ​ປະ​ເທດ ​ແລະ ຈະ​ຖືກ​ຈັດຕັ້ງປະຕິບັດ​ໂດຍ​ກະຊວງ​ຍຸຕິ​ທຳ, ກະ ຊວງ​ການ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ, ອົງການ​ໄອ​ຍະ​ການ​ປະ ຊາຊົນ​ສູງ​ສຸດ ​ແລະ ອົງ​ການ​ສານ​ປະຊາຊົນ​ສູງ​ສຸດ ມີ​ເປົ້າ​ໝາຍ​ເພື່ອ​ຕອບ​ສະໜອງ​ການ​ຮັບປະກັນ​ການ​ນຳ​ໃຊ້​ສິດທິ​ຂອງ​ປະຊາຊົນ​ລາວ​ໃນ​ການ​ເຂົ້າ​ເຖິງ​ຂະ​ບວນ ການ​ຍຸຕິ​ທຳ.

No comments:

Post a Comment