Ad

Ad

26 June 2013

ກະຊວງສຶກສາຢືນຢັນການສອບເສັງຈົບຊັ້ນ ມ.7 ປີນີ້ ຮັບປະກັນຄວາມປອດໃສ ແລະ ຍຸຕິທຳ



        ກະຊວງສຶກສາທິການ ແລະ ກີລາ ຢືນຢັນການສອບເສັງຈົບ ຊັ້ນມັດທະຍົມປາຍ ມ.7 ປະຈຳສົກ ຮຽນ 2012 - 2013 ນີ້ ຮັບປະກັນຄວາມປອດໃສ່ ແລະ ຍຸຕິທຳ ແລະ ບໍ່ພົບເຫັນກໍລະນີມີການຮົ່ວໄຫຼຂອງ ຫົວບົດ ຫຼື ການຈັດຕັ້ງການ ສອບເສັງບໍ່ປະຕິບັດໄປຕາມລະບຽບ ຫຼັກການທີ່ຄະນະກຳມະການວາງໄວ້ ແຕ່ຢ່າງໃດໃນຂະ ນະທີ່ການຈັດຕັ້ງການສອບເສັງໃນໄລຍະຜ່ານມາຢູ່ບາງເຂດບາງທ້ອງຖິ່ນຍັງບໍ່ສາມາດ ຮັບປະກັນຄວາມປອດໃສ ແລະ ຍຸຕິທຳໄດ້ອັນກໍ່ໃຫ້ເກີດມີຫ່າງສຽງຕ່າງໆນາໆຈາກສັງຄົມ. ສ່ວນ ບັ້ນສອບ ເສັງທົ່ວປະເທດໄດ້ເລີ່ມ ຂຶ້ນໃນເວລາດຽວກັນ ຂອງວັນທີ 25 - 28 ມິຖຸນາ 2013 ນີ້ດ້ວຍ ບັນ ຍາກາດອັນດີ
     ທ່ານ ດຣ ນາງ ສີສຸກ ວົງວິຈິດ ຄະນະຮັບຜິດຊອບຊີ້ນຳ ວຽກ ງານສອບເສັງໃຫ້ສຳພາດຕໍ່ນັກ ຂ່າວໜັງ ສືພິມລາວພັດທະ ນາ ວ່າ: ການສອບເສັງຈົບຊັ້ນມັດທະ ຍົມປາຍ ມ.7 ໃນສົກຮຽນ 2012 - 2013 ນີ້ ທົ່ວປະເທດມີຜູ້ເຂົ້າຮ່ວມສອບເສັງທັງ ໝົດ 45.228 ພັນ ກວ່າຄົນ, ຍິງ 20 ພັນກວ່າຄົນ ໃນ ນັ້ນສະເພາະ ຢູ່ນະຄອນຫຼວງວຽງ ຈັນ ມີນັກສອບເສັງທັງໝົດ 8 ພັນ ກວ່າຄົນ. ໄດ້ແບ່ງອອກເປັນ 207 ສູນສອບເສັງໃນ ທົ່ວປະເທດ ແລະ ໄດ້ດຳເນີນໄປດ້ວຍຄວາມເປັນ ລະບຽບຮຽບຮ້ອຍ ແລະ ບໍ່ມີ ການລະເມີດກົດລະບຽບຕ່າງໆ ທີ່ທາງຄະນະກຳມະການວາງ ອອກແຕ່ຢ່າງໃດທັງນີ້ກໍຍ້ອນວ່າ ກະຊວງສຶກສາໄດ້ແຕ່ງຕັ້ງ ຄະນະ ລົງໄປກວດກາ ແລະ ຊີ້ນຳການ ສອບເສັງດັ່ງກ່າວຢ່າງໃກ້ຊິດ ເພື່ອຮັບປະກັນໃຫ້ ການສອບເສັງດຳເນີນໄປຕາມແຜນ ການທີ່ວາງ ໄວ້ທັງຮັບປະກັນຄວາມປອດ ໃສ່. ທ່ານຍັງກ່າວອີກວ່າ: ຜູ້ໃດກໍ ຕາມຫາກມີການລະເມີດຂໍ້ກຳ
ນົດການສອບເສັງ ດັ່ງກ່າວ ໂດຍ ສະເພາະແມ່ນເຮັດໃຫ້ມີ ການຮົ່ວ ໄຫຼຂອງຫົວບົດແມ່ນຈະໂຈະ ການສອບເສັງ ແລະ ນຳເອົາຫົວ ບົດສອບເສັງ ສຳຮອງ ທີ່ທາງກະ ຊວງກຽມໄວ້ໃຫ້ທັນທີ່. ສຳລັບ ການອອກຫົວບົດສອບເສັງນັ້ນ ທາງຄະນະກຳມະການໄດ້ມີການ ວິເຄາະ, ວິໄຈ ແລະ ຄັດເລືອກມາ ຈາກຫົວບົດສອບເສັງທີ່ແຂວງ ຕ່າງໆສົ່ງມາເພື່ອຮັບປະກັນໃຫ້ ການສອບເສັງດັ່ງກ່າວມີຄຸນນະ ພາບສູງ.
     ໃນໄລຍະຜ່ານມາກະຊວງສຶກ ສາສາມາດກວດສອບຜູ້ລະເມີດ ແລະ ສະແດງພຶດຕິກຳບໍ່ແທດ ເໝາະກັບລະບຽບຫຼັກການ ທີ່ ທາງຄະນະກຳມະການວາງອອກ ໄດ້ຫຼາຍກໍລະນີ ແລະ ພາກສ່ວນ ກ່ຽວຂ້ອງກໍໄດ້ມີການ ສຳຫຼວດ, ຕັກເຕືອນ ແລະ ມີ ມາດຕະການຕໍ່ບຸກຄົນດັ່ງກ່າວ, ເພື່ອບໍ່ໃຫ້ບັນຫາດັ່ງກ່າວເກີດຂຶ້ນອີກ ແລະ ຫຼີກ ເວັ້ນຫ່າງສຽງຈາກສັງຄົມກໍຄືພໍ່ ແມ່ຜູ້ປົກຄອງ ນັກຮຽນເມື່ອບໍ່ ນານມານີ້ ທ່ານ ລີຟຸງ ຫົວໜ້າ ກົມມັດທະຍົມກະຊວງສຶກສາທິ ການ ແລະ ກີລາ ກໍເຄີຍໃຫ້ສຳ ພາດຕໍ່ນັກຂ່າວ ໜັງສືພິມລາວພັດ ທະນາວ່າ: ຈະເຂັ້ມງວດຕໍ່ການ ສອບເສັງຈົບຊັ້ນ ແລະ ເລື່ອນຊັ້ນ ຂຶ້ນກວ່າເກົ່າ ແນໃສ່ເຮັດໃຫ້ການຈັດຕັ້ງ ການສອບເສັງດຳ ເນີນໄປດ້ວຍຄວາມປອດໃສ ແລະ ຍຸຕິທຳ, ຮັບປະກັນບໍ່ໃຫ້ມີການ ຮົວໄຫຼ ຂອງຫົວບົດ ແລະ ມີການ ລະ ເມີດລະບຽບການສອບເສັງທີ່ ທາງຄະນະກຳມະການກໍຄືກະ ຊວງສຶກສາທິການ ແລະ ກິລາ ວາງອອກ ຖ້າພົບເຫັນກໍຈະປະ ຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.
       ທ່ານຫົວໜ້າກົມຍັງກ່າວອີກ ວ່າ: ຫາກນັກຮຽນຜູ້ໃດ, ຊັ້ນໃດ ແລະ ຢູ່ໂຮງຮຽນແຫ່ງໃດຮູ້ສຶກວ່າຕົນເອງບໍ່ໄດ້ຮັບຄວາມ ເປັນທຳຈາກການໃຫ້ຄະແນນຂອງຄະ ນະກຳມະການ ຫຼື ເຮັດຂໍ້ສອບຖືກ 100 % ແຕ່ການໃຫ້ຄະແນນຂອງຄະນະກຳມະ ການຂາດຄວາມ ປອດໃສ ແລະບໍ່ຍຸຕິທຳ,ກໍສາມາດ ແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງໂຮງຮຽນ ເພື່ອນຳສະເໜີໄປ ຍັງຂັ້ນ ເທິງກວດສອບຄືນໃໝ່ ແລະ ຈະມີມາດຕະການເຂັ້ມງວດ ຕໍ່ຜູ້ລະເມີດ ຂະນະດຽວກັນຫາກຄູ, ອາຈານ ຫຼື ຄະນະກຳມະ ການຍາມຫ້ອງສອບເສັງຫາກພົບເຫັນ ນັກຮຽນທີ່ມີພຶດຕິກຳຄັດກັບລະບຽບຫຼັກການທີ່ ທາງຄະນະກຳມະການວາງອອກ ເປັນຕົ້ນ: ລັກກາຍເອກະສານ, ຖາມໝູ່ ຫຼື ບອກ ຄຳຕອບໃຫ້ໝູ່ກໍຈະມີມາດຕະການເຂັ້ມງວດຕໍ່ຜູ້ລະເມີດເຊັ່ນດຽວກັນ.
             ການສຶກສາເປັນ 1 ໃນ 4 ບຸທະລຸທີ່ທາງພັກ ແລະ ລັດຖະ ບານຖືເປັນວຽກງານໃຈກາງ ຂອງການ ພັດທະນາບັນ ດາເປົ້າໝາຍສະຫັດສະວັດໃນດ້ານ ຕ່າງໆຄືຜ່ານມານີ້ ລັດຖະບານ ໄດ້ສຸມທຶນ ເຂົ້າໃນການແກ້ໄຂບັນຫາດັ່ງກ່າວຫຼາຍສົມ ຄວນໂດຍໄດ້ຈັດສັນງົບປະມານໃຫ້ຂະ ແໜງການດັ່ງກ່າວ ເຖິງ 17 % ຂອງຍອດລາຍຈ່າຍທັງໝົດຂອງ ລັດຖະບານ ແລະ ກໍໄດ້ເຮັດໃຫ້ການປະຕິບັດແຜນປະຕິຮູບລະບົບ ການສຶກສາມີຄວາມຄືບໜ້າ ແລະ ສາມາດບັນລຸບັນດາແຜນການຕ່າງໆໄດ້ ເປັນຢ່າງດີ.

No comments:

Post a Comment