Ad

Ad

27 June 2013

ສະພາບຊິງຊັບພົນລະເມືອງຍັງປາກົດມີຂຶ້ນ



                ສະພາບ​ການ​ຊີງ​ຊັບ​ຂອງ​ພົນລະ​ເມືອງ​ຍັງ​ແມ່ນ​ປາກົດການ​ຫຍໍ້​ທໍ້​ໜຶ່ງ​ທີ່​ເກີດ​ຂຶ້ນ​ໃນ​ສັງຄົມ ​ແລະ ​ເປັນ​ໄພ​ໃກ້​ຕົວ​ທີ່​ຕ້ອງ​ມີ​ສະຕິ​ລະມັດລະ ວັງ​​ເຊິ່ງຈາ​ກການ​ລາຍ​ງານ​ຂອງ​ເຈົ້າໜ້າ​ທີ່ ປກສ ນະຄອນ ຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນອາທິດຜ່ານມາສະເພາະຢູ່ ນະຄອນຫລວງວຽງຈັນ ໄດ້​ເກີດ​ເຫດການ​ຊີງ​ຊັບ​ຂອງ​ພົນລະ​ເມືອງ​ຫລາຍ​ຄັ້ງ​ຄື​ເມື່ອ​ວັນ​ທີ 17 ມິຖຸນາ, ​ເກີດ​ເຫດການ​ຄົນ​ຮ້າຍ 2 ຄົນ ​ຂີ່​ລົດຈັກ​ເວ​ບສີດຳ ດຶງ​ກະ​ເປົາ​ຢູ່​ເສັ້ນທາງ​ຄູ​ວຽງ ​ເມືອງ​ສີ​ສັດ​ຕະນາກ, ວັນ​ທີ 18 ມິຖຸນາ, ມີ​ຄົນ​ຮ້າຍ 2 ຄົນ ຂີ່​ລົດຈັກ​​ເວ​ບສີດຳ ດຶງ​ສາຍ​ຄໍ​ຄຳ​ພົນລະ​ເມືອງ ຢູ່​ເສັ້ນທາງ​ບ້ານ​ໜອງ​ດ້ວງ ​ເມືອງ​ຈັນທະ​ບູລີ, ​ໃນ​ວັນ​ທີ 19 ​ມິຖຸນາ, ມີ​ຄົນ​ຮ້າຍ 2 ຄົນ ຂີ່​ລົດຈັກ​ເວ​ບສີດຳ ກໍ່​ເຫດ​ດຶງ​ກະ​ເປົາ​ພົນລະ​ເມືອງ ຢູ່​ເສັ້ນທາງ​ເຂດ​ບ້ານ​ໜອງ​ດ້ວງ ​ເມືອງ​ຈັນທະ​ບູລີ ​ແລະ ​ໃນ​ວັນ​ທີ 24 ມິຖຸນາ, ມີ​ຄົນ​ຮ້າຍ 2 ຄົນ ຂີ່​ລົດຈັກ​ຊູ​ຊູ​ກິ​ສະ​ແມດດຶງ ​ກະ​ເປົາ​ພົນລະ​ເມືອງ ຢູ່​ເສັ້ນ ທາງ​ໂຮງ​ກາ​ຍະ​ສິນ ​ເມືອງ​ຈັນທະ​ບູລີ. ຈາກ​ເຫດການ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຊັບ​ສິນ​ຂອງ​ພົນ ລະ​ເມືອງ​ເປັນ​ຈຳນວນ​ບໍ່​ໜ້ອຍ.​​ ແນວ​ໃດ​ກໍ​ຕາມ ເຈົ້າໜ້າ​ທີ່​ຮຽກຮ້ອງ​ມາ​ຍັງ​ປະຊາຊົນກໍ​ຄື​ສັງຄົມ​ຈົ່ງ​ມີ​ສະຕິ​ລະວັງ​ຕົວ​ ແລະ ເປັນເຈົ້າການຮ່ວມກັນຕ້ານປາກົດການຫຍໍ້ທໍ້ດັ່ງກ່າວໃຫ້ມີຜົນ.

No comments:

Post a Comment