Ad

Ad

5 July 2013

ການ​ອະນຸມັດ​ສຳ​ປະທານທີ່​ດິນ​ໃນລາວມີ​ຫລາຍກວ່າ 1 ລ້ານ​ເຮັກຕາແລ້ວ



    ອີງ​ຕາມ​ເອກະສານ​ການ​ຄຸ້ມ​ຄອງ​ທີ່​ດິນ, ປ່າ​ໄມ້ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດຂອງ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໃຫ້​ຮູ້​ວ່າ:ມາຮອດປັດຈຸບັນນີ້, ການ​ອະນຸມັດ​ສຳ​ປະທານ​ທີ່​ດິນ​ໃນ​ທົ່ວ​ປະ​ເທດ​ມີ​ອັດຕາ​ຫລາຍ​ກວ່າ 1 ລ້ານ​ເຮັກຕາ. ບັນຫາ​ດັ່ງກ່າວ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ: ການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່​ລາວ​ແມ່ນ​ເພີ່ມ​ຂຶ້ນຢ່າງ​ໄວ ວາ​ໂດຍ​ສະ​ເພາະ​ໃນ​ຂະ​ແໜງ​ການ​ຂຸດ​ຄົ້ນບໍ່​ແຮ່, ພະລັງງານນ້ຳ ​ແລະ ການ​ປູກ​ໄມ້​ອຸດສາຫະກຳ. ​ແຕ່​ການ​ນຳ​ໃຊ້​ຊັບພະ ຍາກອນ​ນັ້ນ​ແມ່ນ​ວິທີ​ໜຶ່ງ​ເພື່ອ​ຮັບປະກັນ​ໃຫ້​ບັນລຸ​ເປົ້າໝາຍ​ການ​ພັດທະນາ ຂອງລາວ.
   ​ແຜນ​ພັດທະນາ​ເສດຖະກິດ- ສັງ ຄົມ 5 ປີ ຄັ້ງທີ VII ຂອງ​ລາວ ​ແມ່ນ​ແນ​ໃສ່​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ທີ່​ຍືນ​ຍົງ ​ແລະ ຮັບປະກັນ​ການ​ລຶບລ້າງ​ຄວາມ ທຸກ​ຍາກ. ດັ່ງນັ້ນ ຊັບພະຍາກອນ​ທີ່​ດິນ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ທີ່​ເປັນ​ທ່າ​ແຮງ​ໃນ​ການ​ຮັບປະກັນ​ເປົ້າໝາຍ​ດັ່ງກ່າວ ​ແລະ ​ໃນ​ໄລຍະ​ຜ່ານ​ມາ,ການ​ພັດທະນາ​ທີ່​ດິນ​ອຸດ ສາຫະກຳ​ຢ່າງ​ຫລວງຫລາຍ​ຈາກ​ນະ​ໂຍບາຍ​ຫັນ​ດິນ​ເປັນ​ທຶນ​ແມ່ນ​ເສົາ​ຫລັກ​ຂອງ​ຍຸດ​ທະ​ສາດ​ການ​ພັດທະນາ​ໄລຍະ​ຍາວ.
       ປັດຈຸບັນ,ການ​ລົງທຶນ​ຂອງ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ບໍ່​ແຮ່, ພະລັງງານ ​ແລະ ກະສິກຳໄດ້​ຫລັ່ງ​ໄຫລເຂົ້າ ມາລາວ ສິ່ງ​ດັ່ງກ່າວ​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ຕ້ອງການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່​ລາວ​ເພີ່ມ​ຂຶ້ນ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ຕ່າງໆ.

     ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໃຫ້​ຮູ້​ວ່າ: ສຳລັບ​ການ​ສຳ​ປະທານ​ທີ່​ດິນ​ໃນ​ການ​ປູກ​ໄມ້​ອຸດສາຫະ ກຳ ​ເປັນຕົ້ນຢາງພາລາ ສ່ວນ​ຫລາຍ​ແມ່ນ​ການ​ລົງທຶນ​ຂອງ​ນັກທຸລະ ກິດ​ຈີນ ​ແລະ ຫວຽດນາມ ​ແລະ ການ​ອະນຸມັດ​ສຳ​ປະທານ​ທີ່​ດິນ​ໃນ​ທົ່ວ​ປະ​ເທດ​ມີຫລາຍ​ກວ່າ 1 ລ້ານ​ເຮັກຕາແລ້ວ ​ແລະ ມີ​ປະ ມານ 3.600 ​ໂຄງການ ​ໂດຍ​ການ​ອະນຸມັດ​ສ່ວນ​ຫລາຍ​​ແມ່ນ​ອີງ​ໃສ່​ລະບຽບ ຄື​ໜ້ອຍ​ກວ່າ 3 ​ເຮັກຕາ ​ແມ່ນ​ຂັ້ນ​ເມືອງ, 3-100 ​ເຮັກຕາ ​ແມ່ນ​ຂັ້ນ​ແຂວງ, 100-10.000 ​ເຮັກຕາ ​ແມ່ນ​ລັດຖະບານ ​ແລະ ຫລາຍກວ່າ 10 ພັນ​ເຮັກຕາ ​ແມ່ນ​ສະພາ​ແຫ່ງ​ຊາດ.
    ​ເຖິງ​​ວ່າການ​ນຳ​ໃຊ້​ຊັບພະ ຍາກອນ​ທີ່​ດິນຈະ​ເພີ່ມ​ຂຶ້ນຢ່າງ​ໄວ ວາ​ກໍ​ຕາມ, ​ແຕ່​ເພື່ອ​ຮັບປະກັນ​ວ່າ: ດິນ​ທີ່​ອະນຸມັດ​ໄປ​ແລ້ວນັ້ນ​ໄດ້​ມີ​ການ​ນຳ​ໃຊ້​ຢ່າງ​ຖືກຕ້ອງ ຫລື ບໍ່ ? ລັດຖະບານ​ກໍ​ໄດ້​ມີ​ການ​ຕິດຕາມ​ກວດກາ ​ແລະ ຕີ​ລາຄາ​ເຖິງ​ຜົນ​ກະທົບ​ໃນ​ແຕ່ລະ​ໄລ ຍະເພື່ອ​ບໍ່​ໃຫ້​ເກີດ​ຜົນ​ກະທົບ​ຕໍ່​ສັງຄົມ, ສິ່ງ​ແວດ​ລ້ອມ ​ແລະ ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ. ຕົວຢ່າງ​ໃນ​ປີ 2007, ລັດຖະ ບານ​ໄດ້​ສັ່ງ​ຢຸດ​ການ​ສຳ​ປະທານ​ຫລາຍ​ຢ່າງ​ໄວ້​ຊົ່ວຄາວ ຍ້ອນ​ເກີດ​ຜົນ​ກະທົບ​ດ້ານ​ລົບ​ຈາກ​ການ​ປູກ​ໄມ້, ນາຍົກລັດຖະມົນຕີ ຈຶ່ງ​ຫ້າມ​ບໍ່​ໃຫ້​ມີ​ການ​ສຳ​ປະທານ​ເນື້ອທີ່​ດິນ​ຫລາຍ​ກວ່າ 100 ​ເຮັກຕາ, ​ໃນ​ປີ 2009 ​ໄດ້​ມີ​ການ​ສັ່ງ​ຢຸດ​ການ​ໃຫ້​ສຳ​ປະທານ​ຂຸດ​ຄົ້ນ ບໍ່​ແຮ່​ຕື່ມ​ອີກ ​ແລະ ​ໃນ​ປີ 2011, ລັດຖະບານ​ຈຳກັດ​ການ​ປູກ​ຢາງພາລາ ໝາຍວ່າ​ຈະ​ບໍ່​ມີ​ການ​ພິຈາລະນາ​ຂໍ້​ສະ​ເໜີ​ໃໝ່​ດ້ານ​ການ​ລົງທຶນ​ໃສ່​ການ​ຂຸດ​ຄົ້ນບໍ່​ແຮ່ ຫລື ​ໃຫ້​ສຳ​ປະທານ​ທີ່​ດິນເພື່ອ​ປູກ​ຢາງພາລາ​ຈົນ​ກວ່າ​ຈະ​ຮອດ​ປີ 2015.

No comments:

Post a Comment