Ad

Ad

19 August 2013

ໂຮງຫມໍ 150 ຕຽງສຸມປະຕິບັດມາດຕະການຕ້ານໄຂ້ຍຸງລາຍ



            ໂຮງໝໍ 150 ຕຽງ ໜຶ່ງໃນໂຮງໝໍໃຫຍ່ອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ ຊຶ່ງພະນັກງານແພດໝໍ ສ່ວນ ຫລາຍແມ່ນໄດ້ຮັບການ ຍົກສູງຄວາມຮູ້ຄວາມສາມາດ ແລະ  ນ້ຳໃຈ ແພດປະຕິວັດ, ໂດຍໄດ້ສຸມໃສ່ 6 ມາດຕະການທີ່ໂຮງ ໝໍວາງອອກເພື່ອຮັບມືກັບການລະບາດຂອງພະ ຍາດໄຂ້ເລືອດອອກ, ແຕ່ລະມື້ໂຮງໝໍດັ່ງກ່າວໄດ້ຮັບຄົນເຈັບໄຂ້ຍຸງເຂົ້າມາໃຊ້ ບໍລິການຫຼາຍກວ່າ 50 ຄົນ/ມື້, ຂະນະທີ່ຕ້ອງໄດ້ເພ່ີມຕຽງນອນຂອງຄົນເຈັບໃຫ້ພຽງພໍກັບການເພີ່ມຂຶ້ນຂອງຄົນເຈັບດັ່ງກ່າວ.
          ທ່ານ ຮອງສາສະດາ ຈານ ດຣ ພູທອນ ເມືອງປາກ ຜູ້ອຳນວຍການໂຮງໝໍມິດຕະ ພາບ 150 ຕຽງ ໄດ້ເປີດເຜີຍ ຕໍ່ນັກ ຂ່າວລາວພັດທະນາພວກເຮົາໃນທ້າຍ ອາທິດທີ່ຜ່ານມາວ່າ: ນັບແຕ່ ເດືອນມິຖຸນາມາຮອດປັດຈຸບັນ, ໂຮງໝໍຂອງຕົນໄດ້ຮັບຄົນ ເຈັບໄຂ້ ເລືອດອອກເຂົ້າກວດ ແລະ ປິ່ນ ປົວຫຼາຍກວ່າ 2.200 ຄົນ ແລະໃນ ນີ້ມີຜູ້ເສຍຊີວິດ 3 ຄົນ ແລະ ເຫັນ ວ່າຈຳນວນ ຜູ້ຕິດເຊື້ອພະຍາດດັ່ງ ກ່າວນັບມື້ຫຼາຍຂຶ້ນ,ສະເພາະ ເດືອນ ມິຖຸນາໄດ້ຮັບຄົນເຈັບເຂົ້າ ປິ່ນປົວ 800 ກວ່າຄົນຮອດເດືອນ ກໍ ລະກົດເພີ່ມຂຶ້ນ 1.300 ກວ່າຄົນ ແລະ ຕົກມາຮອດກາງເດືອນສິງ ຫານີ້,ມີຄົນເຈັບໄຂ້ເລືອດອອກ ເຂົ້າມາກວດ ແລະ ປິ່ນປົວ ມື້ໜຶ່ງ ບໍ່ໜ້ອຍກວ່າ 50 ຄົນ ແລະ ຜ່ານມາ. ໂຮງໜໍກໍພົບກັບຄວາມຫຍຸ້ງ ຍາກຫຼາຍຢ່າງໂດຍສະເພາະຕຽງນອນຄົນເຈັບບໍ່
ພຽງພໍ່ຈຳ ເປັນຕ້ອງໄດ້ເພີ່ມຕຽງນອນຄວບ ກັບຫຼາຍພະແນກການ, ແຕ່ກໍໂຊກດີເມື່ອມໍ່ໆມານີ້ໄດ້ມີຫຼາຍພາກສ່ວນ ແລະ ບຸກ ຄົນ ໄດ້ເຂົ້າມາບໍລິ ຈາກຕຽງນອນ ໃຫ້ໂຮງໝໍ ພວກ ເຮົາເປັນຈຳນວນຫຼາຍ ແລະ ທາງ ກະຊວງສາທາລະນະສຸກກໍໄດ້ຈັດສົ່ງ ນັກສຶກສາແພດປີສຸດທ້າຍເຂົ້າມາຊ່ວຍຈຳນວນໜື່ງເພື່ອສາມາດຮອງຮັບກັບການເພີ່ມຂຶ້ນຂອງຄົນເຈັບໄດ້ພຽງພໍ. ພ້ອມນັ້ນ ອົງການຈັດຕັ້ງສາກົນ ແລະ ໂຮງງານຜະລິດຢາໄດ້ສະໜອງຢາປິ່ນປົວພຽງພໍຄວາມຄວາມຕ້ອງການ.
       ທ່ານ ຮອງສາສະດາຈານ ພູທອນ ຍັງໄດ້ເນັ້ນຕື່ມວ່າ:ເພື່ອ ຮັບມືກັບການລະບາດຮ້າຍແຮງ ຂອງພະຍາດໄຂ້ເລືອດອອກ, ນອກຈາກໄດ້ສຸມໃສ່ ປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກວາງ ອອກແລ້ວ,ທາງໂຮງໝໍ ຂອງ ຕົນຍັງໄດ້ເພີ່ມ 6 ມາດຕະ ການ ເພື່ອບໍລິການປິ່ນປົວຜູ້ຕິດເຊື້ອ ໃຫ້ມີປະສິດທິຜົນກວ່າ ເກົ່າຄື ອັນທີ 1 ແມ່ນທາງໂຮງໝໍໄດ້ຂະ ຫຍາຍເນື້ອທີ່ເພື່ອຮອງ ຮັບຄົນ ເຈັບ, 2 ເພີ່ມອຸປະກອນ ແລະ ຢາ ປິ່ນປົວໃຫ້ພຽງພໍ , 3 ເພີ່ມພະນັກງານແພດໝໍເຂົ້າໃສ່ວຽກງານດັ່ງ ກ່າວ, 4 ເພີ່ມ ຊົ່ວໂມງ ກວດນອກ ໂມງການເຊັ່ນວັນ ເສົາ,ອາທິດ, 5 ເປີດການບຳລຸງການປິ່ນປົວທີ່ ຖືກຕ້ອງໃຫ້ບັນດາແພດໝໍ ແລະ ອັນທີ 6 ເນື່ອງຈາກພະນັກງານ ບໍ່ພຽງພໍຈຳເປັນພະນັກງານແພດໝໍ ຕ້ອງເຮັດວຽກເພີ່ມຂຶ້ນ. ດ່ັ່ງນັ້ນທາງໂຮງໝໍໄດ້ມີນະໂຍບາຍຕໍ່ ການ ເຮັດວຽກດັ່ງກ່າວ ແລະ ໂອກາດນີ້, ທ່ານ ຮອງສາສະດາຈານ ດຣ ພູທອນ ໄດ້ຮຽກຮ້ອງໃຫ້ປະຊາຊົນເພີ່ມຄວາມເປັນ ເຈົ້າໃນການຕ້ານພະຍາດໄຂ້ເລືອດອອກ, ຖ້າຫາກຮູ້ສຶກວ່າເປັນໄຂ້ບໍ່ໃຫ້ຊື້ ຢາກິນເອງ,ຄວນໄປໂຮງໝໍຈະ ເປັນການດີທີ່ສຸດ.

No comments:

Post a Comment