Ad

Ad

6 August 2013

ແສງເດືອນຟາມຕົວແບບການລ້ຽງໝູພັນຊີ້ນທີ່ໄດ້ມາດຖານ ແລະ ປອດເຊື້ອພະຍາດ



             ພາຍຫຼັງການລະບາດ ຂອງພະຍາດໝູຫູກ່ຳເກີດຂື້ນຢູ່ ແຂວງວຽງຈັນ ເມື່ອບໍ່ດົນມານີ້ ໂດຍໄດ້ມີໝູຕາຍຫຼາຍພັນ ໂຕຈາກຟາມລ້ຽງໝູຫຼາຍແຫ່ງຢູ່ແຂວງດັ່ງກ່າວ, ຟາມລ້ຽງໝູແສງ ເດືອນກໍໄດ້ເພີ່ມມາດຕະການໃນການຄຸ້ມຄອງ ແລະ ຮັກສາເພື່ອປ້ອງກັນບໍ່ໃຫ້ມີພະຍາດ ດັ່ງກ່າວເກີດຂື້ນທັງຮັບປະກັນຄຸນນະພາບບໍ່ມີສານ ກະຕຸ້ນໃດໆໃນຊີ້ນໝູທີ່ຜະລິດ ແລະ ຈຳ ໜ່າຍອອກສູ່ສັງຄົມ.
         ທ່ານ ນາງແສງເດືອນ ເທດສົມບັນດິດ ເຈົ້າຂອງຟາມແສງເດືອນໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນ ວ່າ: ພາຍຫຼັງເຫັນວ່າ ໄດ້ມີການລະບາດຂອງພະຍາດໝູຫູກ່ຳຢູ່ ແຂວງວຽງຈັນ ເມື່ອບໍ່ດົນມາ ນີ້ ຟາມໄດ້ຮີບຮ້ອນ ໃຫ້ສະຕະວະແພດ ແລະ ພະນັກງ ານວິຊາການ ເອົາໃຈໃສ່ຄວາສະອາດ, ບົວ ລະບັດຮັກສາພໍ່-ແມ່ພັນ ຕາມຫຼັກວິ ຊາການທີ່ທາງກະຊວງກະສິກຳ ແລະ ປ່າໄມ້ ໄດ້ແນະນຳ ແລະ ເອົາໃຈໃສ່ເຝົ້າລະວັງຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ບໍ່ເກີດພະຍາດ ອັນຕະລາຍຮ້າຍແຮງໃດໆເພາະພະ ຍາດໝູຫູກ່ຳນີ້ ແມ່ນມັກເກີດຂຶ້ນໃນໄລຍະລະດູຝົນເນື່ອງມາຈາກອາກາດຊຸ່ມເຢັນເຮັດໃຫ້ມັກມີຫຼາຍພະຍາດເກີດຂຶ້ນຖ້າຫາກເຈົ້າຂອງຟາມບໍ່ ເອົາໃຈໃສ່ໃນການບົວລະບັດຮັກສາ ແລະ ທຳຄວາມສະອາດຂອງຄອກໝູເປັນປະຈຳກໍຈະເຮັດໃຫ້ພະຍາດໝູຫູກ່ຳ ແລະ ພະ ຍາດອື່ນໆເກີດຂຶ້ນໄດ້ທຸກເວລາ.

            ຟາມແສງເດືອນ ເປັນຫົວໜ່ວຍທຸລະກິດໜຶ່ງທີ່ເຈົ້າຂອງຟາມໄດ້ໃຊ້ທຶນຮອນສ່ວຕົວຂອງ ຕົນຈາກການລ້ຽງໝູເພື່ອ ສ້າງ ເສດຖະກິດຄອບຄົວຂະໜາດ ນ້ອຍຈົນກາຍມາເປັນຫົວໜ່ວຍທຸ ລະກິດທີ່ຈະເລີນເຕີບໂຕ ສາມາດ ກຸ້ມຕົນເອງ ແລະ ດຳເນີນທຸລະ ກິດແບບຄົບວົງຈອນ, ນັບແຕ່ ການລ້ຽງໝູໄປຈົນເຖີງ, ການປຸງ ແຕ່ງຜະລິດຕະພັນຊີ້ນໝູສົ່ງຈຳໜ່າຍ ໃຫ້ແກ່ ຕະຫຼາດນັບທັງຢູ່ ແຂວງວຽງຈັນ, ນະຄອນຫຼວງ ແລະ ຫົວໜຸວຍທຸລະກິດອຸດສາຫະກຳ ຂະໜາດໃຫຍ່ຢູ່ລາວ ອື່ນໆ ອີກ ເຊິ່ງຈາກຜົນສຳເລັດດັ່ງກ່າວ ຟາມແສງເດືອນໄດ້ຄັດເລືອກເປັນ ຟາມຕົວແບບ ຂອງແຂວງວຽງຈັນ ສອງປີຊ້ອນຄື: ໃນປີ 2011- 2012 ໂດຍທີ່ທາງກະຊວງກະສຳກຳ ແລະ ປ່າໄມ້ກໍໄດ້ລົງສຳ ຫຼວດ ຟາມ ແລະ ໄດ້ຢັ້ງຢືນວ່າຟາມດັ່ງກ່າວລ້ຽງໝູໄດ້ ມາດຖານ ແລະ ປອດສານກະຕຸ້ນໃດໆໃນຊີ້ໝູ, ທັງການ ຮັກສາ ແລະ ການທຳ ຄວາມສະອາດຄອກໝູ.
              ຟາມລ້ຽງໝູແສງເດືອນ ຕັ້ງຢູ່ບ້ານ ນານົກຂຸ້ມ ເມືອງ ທຸລະ ຄົມ ແຂວງ ວຽງຈັນ ໄດ້ເລີ່ມກິດຈະການລ້ຽງໝູມາ ແຕ່ປີ 2007 ໂດຍທ່ານ ນາງ ແສງເດືອນ ເທດ ສົມບັນດິດ ຜູ້ເປັນເຈົ້!ຂອງຟາມ ແຫ່ງນີ້, ຈາກອະດີດພະນັກງານ ກະຊວງ ສຶກສາທິການ ແລະ ກິລາໃນເມື່ອກ່ອນໄດ້ພ້ອມກັບຄອບຄົວລູກເຕົ້າທ້ອນໂຮມຊັບທີ່ຕົນ ເອງມີຈຳນວນໜຶ່ງ ຫັນມາສ້າງ ເສດຖະກິດຄອບຄົວໂດຍຖືເອົາ ການລ້ຽງໝູເປັນຫຼັກແຕ່ດ້ວຍນ້ຳໃຈບຸກບືນດຸໝັ່ນຂະຫຍັນພຽນບວກ ກັບບົດຮຽນທີ່ຖອດ ຖອນມາໄດ້ຕົກມາປີ 2009  ນາງ ແສງເດືອນ ໄດ້ລົງທຶນຂະຫຍາຍມາເປັນຟາມລ້ຽງໝູທີ່ໄດ້ມາດຖານເວລານັ້ນຟາມມີໝູ ແມ່ພັນທັງໝົດ 1.500 ແມ່ຄິດສະເລ່ຍແຕ່ລະແມ່ສາມາດຜະລິດລູກໝູໄດ້ບໍ່ຕ່ຳກວ່າ 10 ໂຕຕໍ່ງວດ, ເພື່ອລ້ຽງເປັນໝູພັນຊີ້ນ ສົ່ງຂາຍໃຫ້ທ້ອງຕະຫຼາດ, ມາດຮອດດຽວນີ້ ຟາມລ້ຽງໝູແສງເດືອນໄດ້ເຕີບໃຫຍ່ຂະຫຍາຍໂຕຢ່າງຄົບວົງຈອນ.
               ທ່ານ ນາງ ​ແສງ​ເດືອນ ເທດ​ສົມ​ບັນດິດ ​ໄດ້​ເວົ້າ​ສູ່​ຟັງ​ວ່າ: ຈາກ​ການ​ເຮັດ​ທຸລະ​ກິດ​ຟາ​ມ​ແບບ​ຄົບ​ວົງ​ຈອນ ແລະ ການ​ສົ່ງ​ເສີມນະ​ໂຍບາຍ​ພັກ-ລັດຖະບານ​ທີ່​ໃຫ້ການ​ສົ່ງ​ເສີມ​ຜະລິດ​ກະສິກຳ​ໃຫ້​ສາມາດ ຕອບ​ສະໜອງການ​ບໍລິ​ໂພ​ກພາຍ​ໃນ​ເທື່ອ​ລະ​ກ້າວຈຶ່ງ​ໄດ້​ຫັນ​ມາ​ສ້າງ​ໂຮງງານຜະລິດ​ຫົວອາຫານ​ເພື່ອ​ເຮັດ​ໃຫ້ການ​ຕອບ​ສະໜອງຫົວຫານໝູພາຍ​ໃນ​ຟາ​ມ​, ສະ​ເລ່ຍ ມື້ໜຶ່ງສາມາດ​ຜະລິດ​ຫົວອາຫານ​ໄດ້ 10-15 ໂຕນ ເຊິ່ງ​ຊ່ວຍ​ເຮັດ​ໃຫ້ການ​ຜະລິດ​ຊີ້ນໝູ​ເພີ່ມ​ຂຶ້ນທັງຫຼຸດຜ່ອນ​ການ​ນຳ​ເຂົ້າ​ຫົວ ອາຫານ​ຈາກ​ຕ່າງປະ​ເທດ ​ແລະ ​ເປັນ​ການ​ສົ່ງ​ເສີມ​ຜະລິດ​ຕະພັນ​ພາຍ​ໃນ​ທີ່​ມີ​ຄຸນ​ນະພາ​ບຂອງ​ລາວ​ເຮົາ. ພ້ອມ​ດຽວກັນນີ້ ກໍ​ໄດ້​ຮັບ​ການ​ຊີ້ນຳ​ຢ່າງ​ໃກ້​ສິດ​ຈາກ​ກະຊວງກະສິກຳ ​ແລະ ປ່າ​ໄມ້​ໃນ​ດ​້ານວິຊາ​ການ ເຮັດ​ໃຫ້​ຟາ​ມມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວຊຶ່ງ​ມາ​ຮອດ​ປະຈຸ​ບັນຟາ​ມດັ່ງກ່າວ​ມີ​ພໍ່-​ແມ່ໝູພັນ​ນັບຫຼາຍກ່ວາ 1 ພັນ​ໂຕ​ທີ່​ສາ ມາດ​ຕອບ​ສະໜອງຊີ້ນ ໝູສູ່​ທ້ອງ​ຕະຫຼາດ​ໄດ້ຢ່າງ​ພຽງພໍ ໂດຍ​ສະ​ເພາະການ​ສົ່ງ​ອອກ​ຂາຍ​ຊີ້ນໝູຫຸ້ມຫໍ່ ຊຶ່ງ​ເຫັນ​ວ່າ​ສັງຄົມ​ກຳລັງ​ນິຍົມ​ບໍລິ​ໂພ​ກ, ນອກຈາກ​ຄວາມ​ສະອາດ​ແລ້ວ​ທາງ​ຟາ​ມຍັງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ສ້າງ​ສູນ​ຈຳໜ່າຍຂຶ້ນທີ່​ບ້ານ ສະພັງ​ເມີ​ກ ​ເມືອງ ​ໄຊ​ທານີ ນະຄອນຫຼວງ ວຽງຈັນ​ ເພື່ອ​ເປັນ​ບ່ອນ​ຈຳໜ່າຍ ຊີ້ນໝູ ແລະ ອາຫານ​ແຫ້ງ​ຕ່າງໆ, ທັງ​ນີ້ກໍ​ເພື່ອ​ຮອງ​ຮັບ​ກັບ​ການ​ຂະ ຫຍາຍຕົວ​ຂອງ​ເສດຖະກິດ ​ແລະ ການ​ເຂົ້າ​ຮ່ວມ​ເປັນ​ປະຊາ​ຄົມ​ອາ ຊຽນ​ໃນ​ປີ 2015 ໂດຍ​ທີ່​ຟາ​ມຕັ້ງ​ເປົ້າ​ທີ່​ຈະ​ຂະຫຍາຍໝູພໍ່-​ແມ່​ພັນ​ໃຫ້​ໄດ້ 2 ຫາ 3 ພັນ​ໂຕ ເພື່ອ​ຕອບ​ສະໜອງຕະຫຼາດທັງ​ພາຍ​ໃນ ແລະ ມີ​ແຜນ​ສົ່ງ​ຂາຍ​ໄປ​ຍັງ​ຕ່າງ ປະ​ເທດ​ອີກ​ດ້ວຍ.
       ອຳນາດການ ປົກຄອງບ້ານ ນານົກຂຸ້ມ ກ່າວວ່າ: ຟາມແສງ ເດືອນຖືວ່າເປັນຟາມທີ່ໃຫຍ່ ແລະ ມີຄຸນະພາບໂດຍສະ ເພາະການລ້ຽງໝູພັນຊີ້ນ, ທັງຍັງສ້າງວຽກເຮັດງານທຳໃຫ້ຊຸມຊົນ ແລະ ປະຊາຊົນພາຍໃນບ້ານ ເພື່ອຍົກລະດັບຖານະຊີວິດ ການເປັນຢູ່ຂອງປະຊາຊົນ, ຂະນະທີ່ຟາມຫຼາຍ ແຫ່ງໃນແຂວງກໍໄດ້ມີການສຶກສາ ແລະ ຖອດຖອນບົດຮຽນເຖິງການລ້ຽງ ແລະ ການດູແລຟາມ ເພື່ອນຳໄປໝູນໃຊ້ສ້າງເສດຖະກິດຄອບຄົວຂອງແຂວງໄດ້ດີຂຶ້ນ.

1 comment:

  1. ຈະຕຶດຕໍ່ຟາມແສງເດືອນໄດ້ແບບໃດມີເບີໂທບໍ່ເພາະຕ້ອງການຊື້ອາຫານສັດມາຈຳໜ່າຍທີ່ແຂວງຫຼວງນ້ຳທາ

    ReplyDelete