Ad

Ad

16 September 2013

ນາຍົກເນັ້ນໃຫ້ທຸກຂະແຫນງການເພີ່ມທະວີຄວາມຮັບຜິດຊອບສູງກວ່າເກົ່າເພື່ອຮັບປະກັນໃຫ້ເສດຖະກິດບັນລຸ 8,3%



         ໃນໂອກາດໃຫ້ກຽດໂອ້ລົມຕໍ່ກອງປະຊຸມເຜີຍແຜ່ ແລະ ແນະນຳການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2013-2014 ຂອງທ່ານ ທອງ ສິງ ທຳມະວົງ ນາຍົກລັດຖະມົນຕີ ຕໍ່ບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫລວງວຽງ ຈັນ  ແລະ ບັນດາເຈົ້າແຂວງໃນທົ່ວປະເທດເມື່ອວັນທີ 13 ກັນຍານີ້ ຢູ່ນະຄອນຫລວງ ວຽງຈັນ, ທ່ານນາຍົກໄດ້ເນັ້ນໃຫ້ທຸກຂະແໜງການ ແລະ ທ້ອງຖິ່ນເພີ່ມທະວີຄວາມ ເອົາໃຈໃສ່ຕໍ່ໜ້າທີ່ວຽກງານ ແລະ ຄວາມຮັບຜິດຊອບຂອງຕົນສູງກວ່າເກົ່າເພື່ອຮັບ ປະກັນໃຫ້ການ ພັດທະນາເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນ ທ່ຽງຕາມຄາດໝາຍທີ່ວາງອອກປາກົດຜົນເປັນຈິງຫລັງສົກປີຜ່ານມາ, ລັດຖະບານ ເຫັນວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດຜະເຊີນຫລາຍບັນຫາຫຍຸ້ງ ຍາກຄືໄພເງິນເຟີີ້ສູງຂຶ້ນ, ການເກັບລາຍຮັບງົບປະມານບໍ່ໄດ້ຕາມແຜນ ແລະ ອື່ນໆ.
         ທ່ານນາຍົກໄດ້ເນັ້ນບັນຫາສຳຄັນຄືສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 8,3% ຂຶ້ນໄປ ແລະ ສ້າງມູນ ຄ່າເພີ່ມປະມານ 90.650 ຕື້ກີບ, ສະເລ່ຍໃຫ້ໄດ້ 1.674 ໂດລາ/ຄົນ. ເມື່ອເບິ່ງທ່າອ່ຽງການຂະຫຍາຍຕົວຂອງ GDP ເຫັນວ່າ ເປັນ ເລື່ອງທ້າທາຍບໍ່ໜ້ອຍສຳລັບພວກເຮົາ; ດ້ວຍເຫດນີ້ ຈຶ່ງສະເໜີໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນຕ້ອງເປັນ ເຈົ້າການໃນ ການຂະຫຍາຍຖານການຜະລິດໃຫ້ກວ້າງ ແລະ ເຂັ້ມແຂງຂຶ້ນຕື່ມ, ຫັນການເຕີບໃຫຍ່ເຂົ້າສູ່ຄຸນນະພາບໃໝ່ໃຫ້ຕິດ ພັນກັບການຜະ ລິດ-ທຸລະກິດຂອງປະຊາຊົນບັນດາເຜົ່າໃຫ້ຫຼາຍຂຶ້ນຊຶ່ງການເຕີບໃຫຍ່ນີ້ບໍ່ໃຫ້ເອື່ອຍອີງໃສ່ການ ນຳໃຊ້ຊັບພະ ຍາກອນທຳມະຊາດ ຫຼື ໂຄງການລົງທຶນຂອງຕ່າງປະເທດເປັນຕົ້ນຕໍ, ຂະແໜງກະສິກຳ-ປ່າໄມ້ ຕ້ອງ ລົງຊຸກຍູ້ການຜະລິດລະ
ດູຝົນ-ລະດູແລ້ງ, ຮີບຮ້ອນ ແກ້ໄຂຜົນກະທົບຈາກໄພທຳມະຊາດເພື່ອຮັບປະກັນໃຫ້ການເກັບກ່ຽວໄດ້ຕາມແຜນການທີ່ວາງໄວ້, ຮັບປະກັນການຜະລິດສະ ບຽງອາຫານພືດຜັກ, ຊີ້ນ, ປາ ແລະ ອື່ນໆ ເພື່ອສະໜອງຄວາມຕ້ອງການພາຍໃນ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນ. ຕ້ອງເອົາ ໃຈໃສ່ຕິດຕາມ, ຄຸ້ມຄອງ ແລະ ດັດສົມການເໜັງຕີງຂອງລາຄາສິນຄ້າ, ອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ຢ່າງເໝາະສົມ. ຕ້ອງ ຂຸ້ນຂ້ຽວເກັບລາຍຮັບໃຫ້ຫຍັບເຂົ້າໃກ້ໂຕເລກຄາດໝາຍແຜນການທີ່ວາງໄວ້ໃຫ້ຫຼາຍທີ່ສຸດ. ທັງນີ້ເພື່ອຮັບປະກັນການປະຕິບັດ ແຜນລາຍຈ່າຍໂດຍສະເພາະເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ, ທະຫານ-ຕຳຫຼວດທັນ ຕາມກຳນົດເວລາ. ສືບຕໍ່ຮັກສາສະຖຽນ ລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງໂດຍການນໍາໃຊ້ນະໂຍບາຍເງິນຕາ ແລະ ອັດຕາ ແລກປ່ຽນເປັນຕົ້ນຕໍ; ໃນນັ້ນໃຫ້ສືບຕໍ່ນໍາໃຊ້ ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ແລະ ນະໂຍບາຍເງິນຕາແບບປະສົມປະສານ, ເພີ່ມທະ ວີການເອົາໃຈໃສ່ຕໍ່ມາດຕະການຄຸ້ມຄອງການຊຳລະສະສາງຢູ່ພາຍໃນ ແລະ ການໂອນເງິນໄປຕ່າງປະເທດຜ່ານລະບົບທະນາຄານ ຂອງບໍລິສັດ ແລະ ຜູ້ປະກອບການຕ່າງໆໃຫ້ສອດຄ່ອງກັບລະບຽບ ການ.       
              ກຽ່ວກັບການແກ້ໄຂໜີ້ສິນ:ໃນປີນີ້,ລັດຖະບານໄດ້ຕັດສິນໃຈຄັ້ງສຳຄັນໃນການແກ້ໄຂໜີ້ສິນໂຄງການລົງທຶນຂອງ ລັດ ທີ່ຄຸມເຄືອແກ່ຍາວມານັ້ນເພື່ອຫຼຸດຜ່ອນສະພາບເຄັ່ງຕຶງທາງການ ເງິນ-ເງິນຕາ,ແກ້ໄຂບັນຫາໃຫ້ຜູ້ຮັບເໝົາທີ່ຂາດເຂີນ ທຶນໝູນວຽນໃນການດຳເນີນທຸລະກິດ. ລັດຖະບານໄດ້ມອບໃຫ້ກະຊວງການເງິນຮັບຜິດຊອບຂຶ້ນແຜນຊຳລະຕາມງົບປະມານທີ່ຂຶ້ນໄວ້ ໂດຍກະຊວງແຜນການ ແລະ ການລົງທຶນເປັນຜູ້ສັງລວມໂຄງການໜີ້ສົ່ງໃຫ້ກະຊວງການເງິນຊຶ່ງໃນຕໍ່ໜ້ານີ້ເພື່ອຈຳກັດບໍ່ໃຫ້ໜີ້ ສິນໃໝ່ເກີດຂຶ້ນຕື່ມຕ້ອງເປັນ ເຈົ້າການປະຕິບັດວິໄນແຜນການ-ການເງິນ ແລະ ປະຕິບັດຕາມກົດໝາຍການລົງທຶນຂອງລັດ ແລະ ກົດໝາຍງົບປະມານຢ່າງ ເຂັ້ມງວດເປັນຕົ້ນແມ່ນເດັດຂາດບໍ່ປະຕິບັດໂຄງການນອກການຮັບຮອງຂອງສະພາແຫ່ງຊາດ (ໂຄງການ ນອກແຜນ) ແລະ ໂຄງການຂໍລົງທຶນກ່ອນ. ການປະຕິບັດ ແລະ ການຊຳລະໂຄງການນອກແຜນຖືເປັນຄວາມຜິດທາງວິໄນບໍລິ ຫານ, ເວັ້ນເສຍແຕ່ທຶນຊຳລະໂຄງການດັ່ງກ່າວບໍ່ໄດ້ນຳໃຊ້ທຶນຂອງລັດຖະບານ (ໄດ້ຮັບທຶນຈາກແຫຼ່ງອື່ນ). ເວົ້າລວມສະພາບໜີ້ສິນ ຂອງປະເທດເຮົາແມ່ນຫລາຍ ແລະ ສ່ຽງທີ່ຈະກໍ່ໃຫ້ເກີດວິກິດການການເງິນ; ດັ່ງນັ້ນ, ໃນສົກປີ 2013-2014 ຕ້ອງໄດ້ເຄັ່ງ ຄັດໃນ ການຈັດສັນການລົງທຶນໃຫ້ມີຈຸດສຸມ, ເອົາໃຈໃສ່ກວດກາຄືນໂຄງການທີ່ເຫັນວ່າບໍ່ມີປະສິດທິຜົນ ແລະ ບໍ່ທັນຈຳເປັນ. ໃນສະເພາະ ໜ້ານີ້ແມ່ນໃຫ້ໂຈະໂຄງການລົງທຶນຂອງລັດໂດຍສະເພາະໂຄງການກໍ່ສ້າງຫ້ອງການສຳນັກງານອົງການໃໝ່, ໂຄງການທີ່ບໍ່ຮັບໃຊ້ໃຫ້ ແກ່ການຜະລິດໂດຍກົງ; ພ້ອມດຽວກັນນັ້ນ, ໃຫ້ເອົາໃຈໃສ່ຄົ້ນຄວ້າແກ້ໄຂບັນຫາໜີ້ສິນທັງໃນລະບົບ ແລະ ນອກລະບົບໃຫ້ນັບມື້ ນັບຫຼຸດລົງ.                                
         ສຳລັບການຫັນຊັບສິນເປັນທຶນ:ຕາມການຄົ້ນຄວ້າເຫັນວ່າ ເປັນທາງເລືອກທີ່ດີໃນການລະດົມທຶນຮອນເຂົ້າໃສ່ການ ພັດທະນາໃນໄລຍະທີ່ຄວາມສາມາດດ້ານງົບປະມານຂອງປະເທດເຮົາຍັງຈຳກັດ. ໃນໄລຍະຜ່ານມາ, ຂະແໜງການ ແລະ ທ້ອງ ຖິ່ນຈຳນວນໜຶ່ງກໍໄດ້ປະຕິບັດໂຄງການໃນຮູບແບບດັ່ງກ່າວນີ້ ແລະ ເຫັນວ່າຫຼາຍໂຄງການກໍມີປະສິດທິຜົນໃນລະດັບໜຶ່ງ. ແຕ່ເຖິງ ຢ່າງໃດກໍຕາມ,ການລົງທຶນໃນຮູບແບບນີ້ ຍັງຈະຕ້ອງໄດ້ສຶກສາຄົ້ນຄວ້າຫັນເປັນອັນລະອຽດກ່ອນເພື່ອຮັບປະກັນປະສິດທິພາບ-ປະ ສິດທິຜົນ ແລະ ຜົນປະໂຫຍດອັນຊອບທຳ ຂອງປະເທດຊາດ ກໍຄືຂອງປະ ຊາຊົ ທີ່ກ່ຽວຂ້ອງກັບໂຄງການ. ອັນສຳຄັນແມ່ນໃຫ້ຫຼີກ ເວັ້ນສະພາບການຫັນເອົາຊັບສິນຂອງ ລັດໃຫ້ເອກະຊົນແລກປ່ຽນກັບ ການປຸກສ້າງສຳນັກງານອົງການໃຫ້ລັດໂດຍທີ່ລັດເຮົາເປັນ ຝ່າຍເສຍປຽບ.                                   
         ການລະດົມທຶນ ແລະ ຄຸ້ມຄອງນຳໃຊ້:ການລະດົມທຶນເຂົ້າໃສ່ການພັດທະນາເພື່ອຮັບປະກັນໃຫ້ເສດຖະກິດສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງແມ່ນບັນຫາສຳຄັນພື້ນຖານ ແລະ ແມ່ນພັນທະໜ້າທີ່ຂອງໝົດທຸກຂະແໜງການ ແລະ ທ້ອງ ຖິ່ນ. ເມື່ອເບິ່ງຕາມໂຄງປະກອບການລົງທຶນທີ່ກຳນົດໃນແຜນ 5 ປີ (2011- 2015) ເຫັນວ່າ:ແຫຼ່ງທຶນຈາກການຊ່ວຍເຫຼືອທາງ ການເພື່ອການພັດທະນາ ແລະ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດເປັນແຫຼ່ງທຶນສຳຄັນ; ສະນັ້ນ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຈະຕ້ອງອອກແຮງຢ່າງສຸດຂີດເພື່ອຂົນຂວາຍເອົາການຊ່ວຍເຫລືອ ແລະ ລະດົມທຶນການລົງທຶນດັ່ງກ່າວເຂົ້າ ໂຄງການທີ່ເປັນຫົວຈັກແກ່ດຶງການພັດທະນາ. ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າລະອຽດຕື່ມວ່າການອະນຸມັດອັນໃດຕ້ອງມາຜ່ານ ປະຕູດຽວຢູ່ກະຊວງແຜນການ ແລະ ການລົງທຶນ ແລະ ອັນໃດມອບໃຫ້ກະຊວງກ່ຽວຂ້ອງຕົກລົງໃຫ້ຖືກຕ້ອງຄົບຖ້ວນຕາມພາລະ ບົດບາດຂອງແຕ່ລະກະຊວງ. ພ້ອມກັນນັ້ນຕ້ອງປັບປຸງກົນໄກການບໍລິການປະຕູດຽວທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ປັບປຸງ ບັນດານິຕິກຳທີ່ບໍ່ທັນສອດຄ່ອງໃຫ້ມີຄວາມເປັນເອກະພາບ, ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນ. ໃນນີ້, ຖ້າໂຄງການໃດບໍ່ໄປບໍ່ ມາກໍໃຫ້ຄົ້ນຄວ້າໂຈະເພື່ອຊອກຜູ້ລົງທຶນໃໝ່ເຂົ້າເຮັດແທນ.                             
        ການຜະລິດສິນຄ້າ ແລະ ຄ້ຳປະກັນສະບຽງອາຫານ:ການຜະລິດເປັນສິນຄ້າແມ່ນມະຕິ, ແມ່ນນະໂຍບາຍສຳຄັນຂອງພັກ-ລັດຖະບານ. ໃນໄລຍະຜ່ານມາ, ລັັດຖະບານໄດ້ຍູ້ແຮງບັນຫາດັ່ງກ່າວຢ່າງສຸດຂີດເພື່ອສ້າງພື້ນຖານການຜະລິດໃຫ້ເຂັ້ມແຂງ, ສ້າງໜໍ່ ແໜງສິນຄ້າເພື່ອພັດທະນາໃຫ້ເປັນສິນຄ້າສົ່ງອອກທີ່ມີຄຸນະພາບໃນລະດັບທີ່ສາມາດແຂ່ງຂັນກັບບັນດາປະເທດອ້ອມຂ້າງ ແລະ ພາກພື້ນໄດ້. ການຜະລິດສິນຄ້າຂອງປະເທດເຮົາໃນໄລຍະນີ້ຍັງຈະເລັ່ງໃສ່ການຜະລິດກະສິກຳຕາມທ່າແຮງຂອງທ້ອງຖິ່ນຕ່າງໆ ເປັນຕົ້ນຕໍເຊິ່ງໄລຍະຜ່ານມາ, ຫຼາຍແຂວງປະຕິບັດໄດ້ດີເປັນບົດຮຽນໃຫ້ແຂວງອື່ນໄດ້. ແຕ່ເຖິງຢ່າງໃດກໍດີໃນສົກປີ 2013- 2014 ນີ້,ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນເລັ່ງໃສ່ບາງບັນຫາການຜະລິດສິນຄ້າທີ່ມີໜໍ່ແໜງແລ້ວພວກເຮົາກໍຕ້ອງໄດ້ເອົາໃຈໃສ່ ຊ່ວຍເຫຼືອພາກສ່ວນກ່ຽວຂ້ອງເປັນຕົ້ນການຜະລິດເຂົ້າເປັນສິນຄ້າ, ການປຸງແຕ່ງຜະລິດຕະພັນກະສິກຳ .                                      
          ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນຕິດພັນກັບການເຮັດທົດລອງ3ສ້າງ. ການແກ້ໄຂ ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າເປັນເປົ້າໝາຍໃຈກາງຂອງການພັດທະນາໃນໄລຍະນີ້. ຕະຫຼອດໄລຍະເວລາກວ່າ 30 ປີ ຜ່ານມາ, ພັກ-ລັດຖະບານໄດ້ສຸມໝົດທຸກຄວາມສາມາດໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມອຸດົມຮັ່ງມີ, ມີຄວາມສະຖຽນລະພາບທາງການເມືອງ, ຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງໜັກແໜ້ນ, ສ້າງ ທ່ວງທ່າ ແລະ ກ້າວເດີນຕາມຈຸດໝາຍສັງຄົມນິຍົມຢ່າງບໍ່ຢຸດຢັ້ງ. ໃນສົກປີ 2013--2014, ພວກເຮົາຕ້ອງໄດ້ສືບຕໍ່ຫັນລົງຮາກ ຖານໃຫ້ໜັກແໜ້ນຂຶ້ນຕື່ມເພື່ອສ້າງທ້ອງຖິ່ນ-ຮາກຖານໃຫ້ມີຄວາມເຂັ້ມແຂງຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍຂອງພັກ, ສືບຕໍ່ການໂຮມບ້ານນ້ອຍເປັນບ້ານໃຫຍ່ເພື່ອສ້າງເປັນຕົວເມືອງນ້ອຍຕິດພັນກັບການຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ໃຫ້ປະ ຊາຊົນ. ເວົ້າໂດຍລວມການແກ້ໄຂຄວາມທຸກຍາກແມ່ນເຮັດໄດ້ດີໃນລະດັບໃດໜຶ່ງຊຶ່ງສະແດງອອກອັດຕາຄວາມທຸກຍາກໄດ້ມີທ່າ ອ່ຽງຫຼຸດລົງໃນແຕ່ລະປີ.            
        ການບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ (MDGs):ເປົ້າໝາຍຕົ້ນຕໍໃນການພັດທະນາຂົງເຂດສັງຄົມກໍ ແມ່ນການບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ. ສົກປີ 2013-2014 ກໍແມ່ນການປະຕິບັດເປົ້າໝາຍດັ່ງກ່າວເປັນປີ ທີ 4 ແລ້ວ,ດັ່ງນັ້ນພວກເຮົາຕ້ອງຂຸ້ນຂ້ຽວແກ້ໄຂຂໍ້ທ່ວງດຶງຕ່າງໆໃຫ້ໝົດໂດຍໄວເພື່ອໃຫ້ສາມາດບັນລຸຕາມຄາດໝາຍທີ່ໄດ້ກຳນົດ ອອກ. ມາຮອດປັດຈຸບັນ, ການຈັດຕັ້ງເພື່ອບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາໂດຍລວມເຫັນວ່າແມ່ນຢູ່ໃນທ່າຕັ້ງ ໜ້າ,ຫຼາຍຄາດໝາຍ ແລະ ໂຕຊີ້ ວັດຢູ່ທ່າອ່ຽງຈະສາມາດບັນລຸ, ແຕ່ກໍມີຈຳນວນ ໜຶ່ງທີ່ເຫັນວ່າ ຍັງຈະພົບຄວາມຫຍຸ້ງຍາກ ເປັນ ຕົ້ນ ການຂາດສານອາຫານຂອງເດັກນ້ອຍ, ການຫຼຸດຜ່ອນອັດຕາການປະລະການຮຽນ, ການສົ່ງເສີມບົດບາດຍິງ-ຊາຍ ແລະ ການ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງຢູ່ໃນການສຶກສາທຸກລະດັບ, ການເກັບກູ້ລະເບີດບໍ່ທັນແຕກດັງນີ້ເປັນຕົ້ນ.

No comments:

Post a Comment