Ad

Ad

21 March 2014

ສັນດານ ຂົ່ມເພິ່ນຍໍໂຕ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ມື້ນີ້ຈານແຍ່ຂໍພັກໄວ້ກ່ອນຊົ່ວຄາວເພື່ອໃຫ້ທ່ານຜູ້ອ່ານໄດ້ຟັງເລື່ອງບັນດາຊ່ຽວ ຊານ ແລະ ນັກວິຊາການເຂົາແຍ່ກັນຢູ່ປະເທດໃກ້ຄຽງ, ຈານແຍ່ໝາຍເຖິງປະເທດ ໄທ. ທີ່ຍົກເລື່ອງນີ້ຂຶ້ນມາ ກໍເພາະມັນເປັນການແຍ່ທີ່ພົວພັນກັບປະເທດລາວພວກ ເຮົາ.
     ໜັງສືພິມພາສາອັງກິດຂອງໄທຊື່ The Nation ສະບັບວັນທີ 20 ເມສາ 2013 ຜ່ານມາ ໄດ້ມີຫົວຂໍ້ທີ່ສະດຸດຕາສະດຸດ ໃຈວ່າ: “ທັດສະນະອະຄະຕິຕໍ່ປະເທດໃກ້ຄຽງ ນັ້ນຕ້ອງປ່ຽນແປງ” ບົດນີ້ຂຽນ ໂດຍ ປະວິດ ຣົດຈະນະພຼັກ. ຈານ ແຍ່ອ່ານ ຫລົບ ໄປຫລົບມາຈຶ່ງໄດ້ຄວາມວ່າ: ບັນດານັກປາດອາຈານ ແລະ ຊ່ຽວຊານໄທຈຳນວນ ໜຶ່ງມີຄວາມກັງວົນວ່າ: ທັດສະນະ ທີ່ເຕັມ ໄປດ້ວຍອະຄະຕິຂອງຄົນໄທລະດັບຕ່າງໆຕໍ່ປະຊາຊົນໃນປະເທດໃກ້ຄຽງ ໂດຍສະເພາະແມ່ນລາວ, ກຳປູເຈຍ ແລະ ມຽນ ມານັ້ນ, ຖ້າບໍ່ແກ້ໄຂ ກໍຈະກາຍເປັນອຸປະສັກຕໍ່ສາຍສຳພັນ ແລະ ການຮ່ວມມືລະຫວ່າງໄທກັບປະ ເທດໃກ້ຄຽງເຫລົ່ານີ້ ແລະ ການແກ້ໄຂທັດສະນະຄະຕິດັ່ງກ່າວ ຕ້ອງເລີ່ມຈາກວິທີສິດສອນປະຫວັດສາດໄທ  ແລະ ກະໂຕເນື້ອໃນປະຫວັດການ
ພົວພັນຂອງໄທກັບປະເທດໃກ້ຄຽງທີ່ມີລັກສະນະ ຂົ່ມເພິ່ນຍໍໂຕ, ສະແດງອຳນາດບາດໃຫຍ່, ປູກຝັງແນວຄິດກຽດ ຊັງບໍ່ໄວ້ ໃຈຄົນໃນປະເທດໃກ້ຄຽງ. ບົດຄວາມໄດ້ອ້າງເຖິງຄຳເວົ້າຂອງທ່ານ ທຳຣົງສັກ ເພັດເລີດຕະນັນ ຊ່ຽວຊານປະຫວັດສາດໄທ ແລະ ກຳປູເຈຍ ທັງເປັນຫົວໜ້າພາກວິຊາວິທະຍາສາດການເມືອງມະຫາວິທະຍາໄລຣັງສິດ ທີ່ເວົ້າວ່າ: ລະບົບການສຶກສາແບບ ຊາດນິຍົມຄັບແຄບຂອງໄທ ທີ່ແກ່ຍາວມາເປັນສະຕະວັດນັ້ນ ໄດ້ປ້າຍສີປະຊາຊົນປະເທດໃກ້ຄຽງວ່າເປັນຄົນໂງ່ຈ້າ, ຂີ້ຂ້າຕາ ຂາວ, ເປັນຄົນເຖື່ອນ. ດັ່ງນັ້ນ ຈຶ່ງເປັນທີ່ລັງກຽດຄຽດຊັງ ແລະ ບໍ່ໄວ້ໃຈສຳລັບຄົນໄທ. ທ່ານໄດ້ກ່າວຕື່ມວ່າ: ຕະຫລອດ 100 ປີຜ່ານມາ, ຄົນໄທຖືກສ້ຽມສອນແຕ່ເລື່ອງຄວາມຍິ່ງໃຫຍ່ຂອງຊາດໄທ. ດັ່ງນັ້ນ ຈຶ່ງບໍ່ງ່າຍທີ່ຈະປະຕິຮູບປ່ຽນແປງທັດສະນະ ດັ່ງກ່າວ ເພາະແມ່ນແຕ່ຄົນລະດັບລັດຖະມົນຕີຈຳນວນຫລວງຫລາຍກໍຍັງມີທັດສະນະຄະຕິຕົວສູງ ແລະ ຍິ່ງຕໍ່ຄົນປະເທດໃກ້ ຄຽງ, ສ່ວນຄູອາຈານທີ່ສິດສອນໃນສະຖາບັນສຶກສາກໍຢູ່ໃນປູນອາຍຸແກ່ເກີນເບັດ. ທ່ານ ທຳຣົງສັກ ໄດ້ຮຽກຮ້ອງໃຫ້ຄົນໄທ ໃຫ້ເຫັນຄົນໃນຊາດຂອງຕົນ ແລະ ຄົນປະເທດໃກ້ຄຽງເປັນມະນຸດທີ່ມີຄວາມສະເໝີພາບກັນ, ແຕ່ທ່ານກໍຮັບຮູ້ວ່າ: ເລື່ອງນີ້ ຕ້ອງໄດ້ໃຊ້ເວລາພໍສົມຄວນ.
      ບົດຄວາມໄດ້ຍົກຕົວຢ່າງໜຶ່ງ ທີ່ເກີດຂຶ້ນໃນໄລຍະທີ່ສານໂລກ ພວມດຳເນີນການຕັດສິນບັນຫາ ຂັດແຍ່ງລະຫວ່າງ ໄທ-ກຳ ປູເຈຍ ເລື່ອງດິນແດນໃນບໍລິເວນອ້ອມ ຮອບເຂົາປະວີເຮຍ (ເຂົາພະວິຫານ) ໃນກາງປີ 2013 ວ່າ: ໃນເວລານັ້ນມີພະນັກ ງານຍິງໄທຄົນໜຶ່ງທີ່ເປັນທີ່ປຶກສາຢູ່ຂະແໜງສື່ສານໄດ້ລົງຂໍ້ຄວາມໃນທະວິດເຕີ (Twitter) ມີເນື້ອໃນສະແດງຄວາມຍິ່ງ ໃຫຍ່ຂອງຄົນໄທວ່າ: “ປະເທດໄທເປັນປະເທດທີ່ກ້າວໜ້າ ແລະ ພັດທະນາກວ່າກຳປູເຈຍ, ມີເສດຖະກິດດີກວ່າ, ມີພົນ ລະ ເມືອງຫລາຍກວ່າ, ແຜ່ນດິນກໍໃຫຍ່ກວ່າ, ຈີດີພີສູງກວ່າ ແລ້ວຊິມີຫຍັງຕ້ອງຢ້ານ !”. ໃນປີ 2015 ປະຊາຄົມອາຊຽນກໍຈະ ສຳເລັດເປັນຮູບເປັນຮ່າງແລ້ວ. ທ່ານ ທຳຣົງສັກ ເຫັນວ່າ: ການພົວພັນລະຫວ່າງໄທກັບປະເທດໃກ້ຄຽງນັ້ນ ແມ່ນຜົນປະ ໂຫຍດທີ່ມີລັກສະນ ຍຸດທະສາດທີ່ຕ້ອງໃຫ້ບູລິມະສິດ, ແຕ່ທ່ານກໍໄດ້ຕັ້ງເປັນຄຳຖາມ ວ່າ: ເລື່ອງນີ້ລັດຖະບານກຳໄດ້ ຫລື   ບໍ່ ?.
     ສ່ວນທ່ານ ອັກຄະພົງ ຄ້ຳຄູນ ອາຈານບັນລະຍາຍວິຊາການປະຈຳມະຫາວິທະຍາໄລທຳມະສາດ ນັ້ນມີຄຳເຫັນວ່າ: ນອກ ຈາກທັດສະນະລຳອຽງ ແລະ ອະຄະຕິໃນລະບົບການສຶກສາໄທແລ້ວ ກໍຍັງມີເລື່ອງສາສະໜາທີ່ສັ່ງສອນເລື່ອງກຳເກົ່າແຕ່ຊາດ ກ່ອນ. ຄົນໄທຈຳນວນຫລວງຫລາຍຖືວ່າການທີ່ລາວ, ກຳປູເຈຍ ແລະ ມຽນມາຫລ້າຫລັງນັ້ນ ແມ່ນເປັນຍ້ອນບາບກຳທີ່ສ້າງ ໄວ້ແຕ່ຊາດກ່ອນ ຫລື ຍ້ອນໄດ້ສ້າງບຸນໜ້ອຍ.
     ເປັນອັນວ່າຈານແຍ່ໄດ້ນຳ ເລື່ອງສັງຄົມໄທເຂົາແຍ່ກັນມາ ເວົ້າສູ່ທ່ານຜູ້ອ່ານຟັງ, ແຕ່ຢາກ ຕື່ມພຽງວ່າ: ຄົນໄທກັບຄົນໄທ ເອງກໍຍັງໝິ່ນປະໝາດຢຽບ ຫຍາມກັນ ເອີ້ນກັນເປັນຄວາຍ, ຖື ຄົນໃນເມືອງວ່າສະຫລາດປາດ ເປືອງ ແລະ ຄວນມີສິດມີສຽງ ຫລາຍກວ່າຄົນອີສານບ້ານນອກ. ພວກທີ່ມີແນວຄິດແບບນີ້ລ້ວນແຕ່ ມີປະລິນຍາສູງໆຂັ້ນດອກເຕີ ຂຽນເປັນພາສາອັງກິດວ່າ: Doctor ແຕ່ຈານແຍ່ວ່າສຳລັບພວກນີ້ຄວນເອີ້ນເຂົາວ່າ: Dogtor ຈະຖືກກວ່າ.

No comments:

Post a Comment