Ad

Ad

27 August 2014

ກົມຊົນລະປະທານຂໍໃຫ້ກະສິກອນເຂດເພຍລາດອົດໃຈລໍຖ້າຈັກສູບນ້ຳຫລັງໜ້າຝົນ



     ເມື່ອບໍ່ດົນມານີ້, ມີກະສິກອນເຂດບ້ານເພຍລາດ ເມືອງສັງທອງ ນະຄອນຫລວງວຽງຈັນ ໄດ້ສະເໜີຕໍ່ສະພາແຫ່ງຊາດໃຫ້ ຊຸກຍູ້ພາກສ່ວນກ່ຽວຂ້ອງຊ່ວຍຄົ້ນຄວ້າສ້າງເໝືອງຝາຍໃຫ້ແກ່ປະຊາຊົນເຂດດັ່ງກ່າວ, ເພື່ອສາມາດສະໜອງນ້ຳໃຫ້ແກ່ເນື້ອທີ່ ການຜະລິດໄດ້ທົ່ວເຖິງກວ່າເກົ່າ, ສ່ວນໂຄງການທີ່ພວມກໍ່ສ້າງຢູ່ກໍຂໍໃຫ້ຮີບຮ້ອນເລັ່ງມືໃຫ້ສຳເລັດຕາມແຜນໂດຍໄວເພື່ອຮັບ ປະກັນໃຫ້ການຜະລິດແລ້ງນີ້.
      ຕໍ່ບັນຫາດັ່ງກ່າວ, ກົມຊົນລະປະທານ, ກະຊວງກະສິກຳ-ປ່າໄມ້ຊີ້ແຈງວ່າ: ການກຳນົດໂຄງການຊົນລະປະທານໄດ້ອິງໃສ່ ທ່າແຮງຂອງປະຊາຊົນທີ່ມີຄວາມຮຽກຮ້ອງຕ້ອງການ, ເຊິ່ງຜ່ານມາກະຊວງກະສິກຳ-ປ່າໄມ້, ໄດ້ກຳນົດການກໍ່ສ້າງຊົນລະປະ ທານເຂົ້າແຜນການລົງທຶນຂອງລັດໃນແຕ່ລະປີ. ສຳລັບໂຄງການຊົນລະປະທານຢູ່ເຂດບ້ານເພຍລາດ ເມືອງສັງທອງ ນະຄອນ ຫລວງວຽງຈັນ ນີ້ແມ່ນມີຈຳນວນ 6 ໂຄງການທີ່ສາມາດສະໜອງນ້ຳໃຫ້ແກ່ເນື້ອທີ່ການຜະລິດປະມານ 600 ເຮັກຕາ, ມີ ມູນຄ່າກໍ່ສ້າງ 45 ຕື້ກີບ, ໂດຍ ແມ່ນບໍລິສັດແກ້ວທະວີຊັບ ເປັນຜູ້ລົງທຶນກ່ອນໃນສົກປີ 2013- 2014 ນີ້ ແລະ ງົບປະມານ
ອານຸມັດພຽງ 200 ລ້ານກີບ, ແຕ່ບໍລິ ສັດຜູ້ຮັບເໝົາຍັງມີຄວາມພະຍາຍາມສຸມໃສ່ຈະໃຫ້ສາມາດຕ້ານ ແລ້ງປີ 2014 ແລະ ສະໜອງນ້ຳລະດູແລ້ງ 2014-2015, ແຕ່ປັດຈຸ ບັນມີສະພາບຝົນຕົກຫລາຍທາງບໍລິສັດຈຶ່ງຂໍຢຸດວຽກຊົ່ວຄາວ, ໂດຍສະເພາະ ໃນຊ່ວງເດືອນສິງຫາ-ກັນຍາ ແລະ ຖ້າສະພາບຝົນຂາດຊ່ວງເມື່ອໃດທາງບໍລິສັດຈະເລີ່ມປະກອບ ແລະ ຕິດຕັ້ງໃຫ້ສາມາດສະ ໜອງນ້ຳໄດ້ພຽງພໍ. ສະນັ້ນ, ຈຶ່ງຂໍໃຫ້ກະຊິກອນໃນເຂດພື້ນທີ່ດັ່ງກ່າວອົດໃຈລໍ ແລະ ເຂົ້າໃຈວ່າວຽກງານກໍ່ສ້າງທຸກອັນຕ້ອງ ໄດ້ໃຊ້ເວລາ, ປະຕິບັດໜ້າວຽກຕາມແຜນ ແລະ ເຕັກນິກທີ່ຮັບປະກັນ, ຄຽງຄູ່ກັນນັ້ນ, ກໍຂໍຂອບໃຈກະສິກອນທຸກຄົນທີ່ສົ່ງ ຂ່າວ, ມີຄວາມເປັນຫວ່ງເປັນໄຍນຳການຜະລິດຂອງຕົນ ແລະ ລວມໝູ່ເພື່ອປະກອບສ່ວນພັດທະນາເສດຖະກິດ-ສັງຄົມຢູ່ ແຕ່ລະແຂວງ, ທ້ອງຖິ່ນໃຫ້ມີຜົນສຳເລັດ.

No comments:

Post a Comment