Ad

Ad

26 August 2014

ກະຊວງການເງິນປັບປຸງບາງກົມສຳຄັນຄືນໃໝ່



     ກະຊວງການເງິນ, ໄດ້ມີການ ປັບປຸງຄະນະກວດກາການເງິນກະຊວງຊຸດໃໝ່ຄື ໃຫ້ທ່ານ ພົມ ມາ ບຸນນະວົງ ຮອງຫົວໜ້າ ກົມກວດກາການເງິນ ແລະ ທ່ານ ຄຳ ແສນ ພົມພັກດີ ຫົວໜ້າພະ ແນກກວດກາການເງິນ, ກົມການເງິນ, ກະຊວງການ ເງິນອອກພັກຜ່ອນຮັບເບ້ຍບຳນານ, ຂະນະດຽວກັນ, ກໍຍົກຍ້າຍທ່ານ ຈັນທະສິດ ເສນາພັນ ຮອງຫົວໜ້າກົມກວດກາການເງິນມາ ເປັນຮອງຫົວໜ້າກົມກວດກາບັນຊີ ແລະ ຍົກຍ້າຍ ທ່ານ ແກ້ວ ຫລ້າ ສຸວັນນະຄຳ ຮັກສາການ ຫົວໜ້າສະຖາບັນເສດຖະກິດ ການເງິນເປັນຮອງຫົວໜ້າກົມ ກວດ ກາການເງິນຜູ້ໃໝ່. ພ້ອມ ກັນນີ້, ກໍໄດ້ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໝັ້ນພິລາພັນ ເປັນ ຫົວໜ້າກົມກວດກາການເງິນຄົນໃໝ່, ທ່ານ ຟອງວັນ ບ່າວທຳມະວົງ ອະດີດຮອງຫົວໜ້າກົມສ່ວຍສາອາກອນມາເປັນຮອງຫົວໜ້າກົມກວດກາການເງິນຜູ້ໃໝ່ເຊັ່ນ ດຽວກັນ.

     ການປັບປຸງຄະນະດັ່ງກ່າວນັ້ນ ແມ່ນປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍລະບຽບລັດຖະກອນແຫ່ງ ສປປ ລາວ ແລະ ການປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນຜູ້ທີ່ມີອາຍຸກະສຽນຄົບຖ້ວນຕາມປີການເພື່ອຮັບເບ້ຍບຳ ນານ ແລະ ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນເພື່ອຮັບປະກັນໃຫ້ວຽກງານກວດກາການເງິນພາຍໃນກະຊວງ ດັ່ງ ກ່າວມີຄວາມຄ່ອງຕົວ, ມີປະສິດທິຜົນ ແລະ ຕອບສະໜອງຄວາມຕ້ອງການໃນໜ້າທີ່ວຽກງານໄລຍະໃໝ່ໄດ້ເປັນຢ່າງດີ.

No comments:

Post a Comment