Ad

Ad

26 August 2014

ຫາລືການປັບປຸງຄວາມໂປ່ງໃສດ້ານນິຕິກຳ



       ກະຊວງຍຸຕິທຳລາວຮ່ວມກັບສະຖານທູດສະຫະລັດອາເມລິກາປະຈຳລາວ, ໄດ້ຈັດກອງປະ ຊຸມປຶກສາຫາລືລະດັບຊາດກ່ຽວກັບການປັບປຸງຄວາມໂປ່ງໃສ ດ້ານ ນິຕິກຳຢູ່ລາວ, ໂດຍການເປັນປະທານຂອງທ່ານ ເກດ ກຽດຕິສັກ ລັດຖະມົນຕີຊ່ວຍ ວ່າການກະຊວງຍຸຕິທຳ ແລະ ທ່ານ ພອລ ເມເຢີ ອຸປະທູດສະຫະລັດອາເມລິກາປະ ຈຳລາວ, ເຊິ່ງບັນຫາສຳຄັນທີ່ນຳມາປຶກສາຫາລືແມ່ນການຊຸກຍູ້ໃຫ້ບັນດາອົງການ ຈັດຕັ້ງພາກລັດຕ້ອງຮີບຮ້ອນນຳເອົານິຕິກຳຕ່າງໆຂອງແຕ່ລະຂະແໜງການລົງເຜີຍ ແຜ່ໃນຈົດໝາຍເຫດທາງລັດຖະການແບບເອເລັກໂຕຼນິກ (ເວັບ ໄຊ) ຊ້າສຸດບໍ່ໃຫ້ກາຍປີ 2014 ນີ້.
     ທ່ານອຸປະທູດສະຫະລັດອາເມລິກາ ກ່າວວ່າ: ຈົດໝາຍເຫດ ທາງລັດຖະການແບບເອເລັກໂຕຣນິກແມ່ນເຄື່ອງມືສຳຄັນທີ່ ຊ່ວຍໃຫ້ພົນລະເມືອງ, ຜູ້ປະກອບການທຸລະກິດສາມາດມີສ່ວນຮ່ວມໃນການກຳນົດເນື້ອໃນກົດໝາຍໃໝ່ທີ່ຈະສົ່ງຜົນດີຕໍ່ ການດຳລົງຊີວິດ ແລະ ການດຳເນີນທຸລະກິດຕ່າງໆຂອງສັງຄົມ, ຂະນະດຽວກັນ, ກໍເຫັນວ່າປະຊາຊົນໄດ້ເຂົ້າເຖິງລະບຽບກົດ ໝາຍໄດ້ຢ່າງກວ້າງຂວາງໂດຍສະ ເພາະລະບຽບກົດໝາຍກ່ຽວກັບການດຳເນີນທຸລະກິດຢູ່ລາວ.

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳ ກ່າວວ່າ:  ສປປ ລາວ, ມີຄວາມຄືບໜ້າຫລາຍໃນການສ້າງລັດແຫ່ງກົດ ໝາຍແຕ່ນີ້ຮອດປີ 2020 ໂດຍສະເພາະແມ່ນການສ້າງກົດໝາຍວ່າດ້ວຍການສ້າງຕິນິກຳ, ຊຶ່ງກົດໝາຍດັ່ງກ່າວໄດ້ຊ່ວຍໃຫ້ ປັບປຸງນິຕິກຳໄດ້ມາດຕະຖານ ແລະ ເປັນລະບົບຄົບຊຸດດີຂຶ້ນ, ໃນກອງປະຊຸມຍັງມີການປະເມີນຜົນກະທົບດ້ານເສດຖະກິດ ແລະ ກຳນົດໃຫ້ນຳເອົາຮ່າງນິຕິກຳໄປທາບທາມຄຳເຫັນເປັນເວລາ 60 ວັນ ແລະ ກຳນົດໃຫ້ມີການພິມເຜີຍແຜ່ນິຕິກຳລົງໃນຈົ ດໝາຍເຫດທາງລັດຖະການແບບເອເລັກໂຕຼນິກຂອງລັດຖະບານ, ນອກນີ້, ກົດໝາຍຕິນິກຳຍັງໄດ້ກຳນົດວ່າ: ນິຕິກຳທັງໝົດທີ່ ມີຜົນສັກສິດກ່ອນໜ້າມີກົດໝາຍວ່າດ້ວຍການສ້າງນິຕິກຳຈຳເປັນຕ້ອງໄດ້ຮັບການພີມເຜີຍແຜ່ໃນຈົດໝາຍເຫດທາງລັດຖະ ການແບບເອເລັກໂຕຼນິກຊ້າສຸດບໍ່ໃຫ້ກາຍວັນທີ 1 ມັງກອນ 2015 .
     ຈົດໝາຍເຫດທາງລັດຖະການແບບອີເລັກໂຕຼນິກ, ໄດ້ສ້າງຕັ້ງໃນເດືອນພະຈິກ 2013 ໂດຍການສະໜັບສະໜູນຈາກອົງ ການໂອສເອດ (USAID) ເປັນບ່ອນເກັບມ້ຽນນິຕິກຳທັງໝົດແບບເປັນທາງການຂອງປະເທດ, ບັນດານິຕິກຳແຫ່ງຊາດ ແລະ ນິຕິກຳຂັ້ນແຂວງຈະຖືກເອົາລົງໃນເວັບຊາຍຈົດໝາຍ ທາງລັດຖະການແບບອີເລັກໂຕຼ ນິກ ແລະ ການເຮັດໃຫ້ນິຕິກຳມີຄວາມ ໂປ່ງໃສຫລາຍຂຶ້ນນັ້ນ, ຈະຊ່ວຍໃຫ້ລາວປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ເຊື່ອມໂຍງກັບລະບົບການ ຄ້າສາກົນໄດ້ຢ່າງເຕັມສ່ວນ ແລະ ສາມາດຍົກລະດັບພື້ນຖານຂອງເສດຖະກິດໃຫ້ມີຄວາມທັນສະໄໝ, ສົ່ງເສີມການຄ້າ, ການ ລົງທຶນ, ສ້າງວຽກເຮັດງານທຳ ແລະ ຊຸກຍູ້ການເຕີບໂຕທາງເສດຖະກິດດີຂຶ້ນເປັນລຳດັບ.

No comments:

Post a Comment