ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
6 ເດືອນຕົ້ນ ສົກປີ 2013-2014 ດຳເນີນໄປດ້ວຍຜົນ ສຳເລັດຫລາຍດ້ານ, ລວມຍອດ ຜະລິດຕະພັນພາຍໃນ
(GDP) ຂະຫຍາຍຕົວຢູ່ໃນ ລະດັບໜ້າພໍໃຈຄື 7,6%, ສ່ວນແຜນການຄາດໝາຍສູ້ຊົນໝົດປີບໍ່ໃຫ້ຫລຸດ
8,3%, ສາມາດສ້າງມູນຄ່າເພີ່ມ ໃນລາຄາປັດຈຸ ບັນໄດ້ປະມານ 91.587 ຕື້ກີບ ຫລື ປະມານ
11,46 ຕື້ໂດລາສະຫະລັດ, ສະ ເລ່ຍບັນລຸໄດ້ 13,5 ລ້ານກີບ ຫລື 1.692 ໂດ ລາສະຫະລັດ/ຄົນ/ ປີ.
ຂະນະທີ່ອັດຕາເງິນເຟີ້ສະເລ່ຍຢູ່ ໃນລະດັບ 6,27%, ທຽບໃສໄລ ຍະດຽວກັນຂອງປີຜ່ານມາມີທ່າ ອ່ຽງ
ເພີ່ມຂຶ້ນ, ຍ້ອນໝວດສີນຄ້າສະບຽງອາຫານ, ເຄື່ອງດື່ມ, ຮ້ານອາຫານ, ໂຮງແຮມ ແລະ ໝວດເຄື່ອງນຸ່ງມີການເໜັງຕິງ
ຂຶ້ນ.
ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ
ແລະ ການລົງທຶນ ໄດ້ລາຍງານ ຕໍ່ກອງປະຊຸມລັດຖະບານ ສົກປີ 2013-2014 ໃນວັນທີ 22 ເມສາ ນີ້,
ໂດຍໄດ້ຊີ້ໃຫ້ເຫັນມູນຄ່າ ການນຳເຂົ້າ-ສົ່ງອອກສິນຄ້າໃນ 6 ເດືອນຜ່ານມາປະຕິ ບັດໄດ້ປ ະມານ
3.065 ລ້ານກວ່າໂດລາ ສະຫະລັດ, ເພີ່ມຂຶ້ນ 50,17%, ໃນ ນີ້ມູນຄ່າການສົ່ງອອກບັນລຸປະ ມານ
1.101 ລ້ານກວ່າໂດລາສະ ຫະລັດ. ສິນຄ້າສົ່ງອອກຕົ້ນຕໍ ແມ່ນພະລັງງານໄຟຟ້າ, ຜະລິດ ຕະພັນແຮ່ທາດ,
ເຄື່ອງຕັດຫຍິບ, ຜະ





