Ad

Ad

22 January 2015

ເກີດເຫດໄຟ​ໄໝ້ເຮືອນ 2 ຫລັງ ຢູ່ບ້ານສີບຸນເຮືອງທົ່ງ



ເຈົ້າໜ້າທີ່ມອດໄຟນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນເວລາປະມານ 19:00 ໂມງຂອງວັນທີ 20 ມັງກອນນີ້, ໄດ້ ເກີດເຫດໄຟ​ໄໝ້ເຮືອນ 2 ຫລັງຄື: ຫລັງທີໜຶ່ງເປັນເຮືອນຂອງທ້າວ ໄພວັນ ສີຊົມຊື່ນ ອາຍຸ 43 ປີ (ເຮືອນຕົ້ນເພີງ), ຫລັງທີສອງເປັນເຮືອນຂອງນາງ ສົມບູນ ພູມມາລາ ອາຍຸ 78 ປີ, ຢູ່ບ້ານສີບຸນ ເຮືອງທົ່ງ, ໜ່ວຍ 17, ເມືອງສີໂຄດຕະ ບອງ ນະຄອນຫລວງວຽງຈັນ , ເຊິ່ງທັງ ສອງຫລັງເປັນເຮືອນ 2 ຊັ້ນ, ຊັ້ນລຸ່ມກໍ່, ຊັ້ນເທິງເປັນໄມ້.
ໃນເບື້ອງຕົ້ນເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງເຈົ້າໜ້າທີ່ດັບ ເພິງກໍໄດ້ຮີບດ່ວນລົງໄປຈຸດເກີດເຫດ, ພ້ອມລົດດັບເພິງຫລາຍຄັນ ແລະ ເຈົ້າໜ້າທີ່ຫລາຍຄົນເຂົ້າສະກັດກັ້ນໄຟ, ເຊິ່ງ ໃຊ້ເວລາປະມານໜຶ່ງຊົ່ວໂມງ, ຈຶ່ງສາ ມາດຄວບຄຸມເພິງໄວ້ໄດ້. ເຮັດໃຫ້ເຮືອນທັງ 2 ຫລັງ ຖືກໄຟໄໝ້ ແລະ ໄດ້ຮັບ ຄວາມເສຍຫາຍໝົດກ້ຽງ. ແຕ່ໂຊກດີບໍ່ ມີຄົນໄດ້ຮັບບາດເຈັບ. ສ່ວນສາເຫດຂອງການເກີດໄຟໄໝ້ ແລະ ມູນຄ່າເສຍຫາຍ ນັ້ນພວມຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່.

No comments:

Post a Comment