Ad

Ad

22 January 2015

ຈົ່ງ​ເພີ່ມ​ທະວີ​​ເອົາ​ໃຈ​ໃສ່​ຮັກສາ​ສຸຂະພາບ​ສັດລ້ຽງ​ໃນ​ລະດູ​ໜາວ



ອີງ​ຕາມ​ການ​ລາຍ​ງານ​ຂອງ​ກົມ​ລ້ຽງສັດ​ແລະ​ການ​ປະມົງ​ສະບັບ​ເລກທີ 0101/ກລປ,ລົງ​ວັນ​ທີ 15 ມັງກອນ 2015 ​ແລະ​ ອີງຕາມ​ຂໍ້​ມູນ​ອຸ​ຕຸນິຍົມອຸ​ທົກ​ກະສາ​ດ​ໃຫ້ຮູ້ວ່າ:ສະພາບ​ອາກາດ​ຍັງ​ຈະ​ສື​ບຕໍ່​ຜັນ​ແປ​ຢູ່​ຫຼາຍທ້ອງ​ຖິ່ນແລະຈະ ສືບຕໍ່​ໜາວ​ເຢັນ​ແກ່ຍາວໄປອີກ, ທັງ​ຈະ​ມີ​ຝົນຕົກ​ບາງ​ເຂດ​​,​ ເປັນ​ບາງ​ໄລຍະ, ຊຶ່ງ​​ອາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສັດລ້ຽງ​ຂອງ​ປະຊາ ຊົນ,​ໂດຍ​ສະ​ເພາະ​ຢູ່​ເຂດ​ຊົນນະບົດ, ຫ່າງ​ໄກ​ສອກຫຼີກ​ທີ່​ລ້ຽງສັດ​ແບບ​ປ່ອຍ​ຕາມ​ທຳ​ມະ​ຊາດ ​ແລະ ​ເພື່​ອ​​ຫຼຸດຜ່ອນ​ຜົນ​ກະ ທົບ​ດັ່ງກ່າວລັດຖະ ມົນຕີ​ວ່າການ​ກະຊວງ​ກະສິກຳ​​ແລະ​ປ່າ​ໄມ້ ຈຶ່ງ​ໄດ້​ອອກ​ແຈ້ງ​ການສະບັບ​ເລກທີ 0072 /ກປ, ລົງ​ວັນ​ທີ 19 ມັງ​ກອນ 2015 :​ ເຖິງ​ຫົວໜ້າ​ຫ້ອງ​ການ, ກົມ ແລະ​ ສະ​ຖາ​ບັນ​ອອ້ມຂ້າງ​ກະ​ຊວງ, ຫົວໜ້າ​ພະ​ແນ​ກກະສິກຳ​ແລະ​ປ່າ​ໄມ້​ແຂວງ​ແລະ​ນະ ຄອນຫຼວງ,​ໃຫ້​ເພີ່ມ​ທະ​ວີ​ເອົາ​ໃຈ​​ໃສ່​ຮັກສາ​ສຸຂະພາບ​ສັດລ້ຽງ​ໃນ​ລະດູ​ໜາວ​ດັ່ງ​ນີ້: (1) ​ໃຫ້​ພະ​ແນ​ກກະ ສິກຳ​ແລະ​ປ່າ​ໄມ້​ແຂວງ​ແລະ​ນະຄອນ ຫຼວງ​ຊີ້​ນຳ​ຫ້ອງການ​ກະສິກຳ​​ແລະ​ປ່າ​ໄມ້​ເມືອງ, ສັດຕະວະ​ແພດ​ບ້ານ, ​ເພື່ອ​ສົມທົບ​​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຈັດ​ຕັ້ງ​​​ແຈ້ງ​​ເຕືອນ​ໃຫ້​ຜູ້​ປະກອບ​ການ​ລ້ຽງສັດ​ເອົາ​ໃຈ​ໃສ່​​ເບິ່ງ​ແຍງ​ສຸຂະພາບ​ສັດລ້ຽງ​ຂອງ​ຕົນ​ໃຫ້​ດີ,​ ເປັນ​ຕົ້ນ​ແມ່ນ​ໃຫ້​ສ້ອມ​​ແປງ​
ແລະ​ປຸກ້ສ້າງ​ຄອກ​ໃຫ້​ສັດລ້ຽງປະ​ເພດ​ງົວ​, ຄວາຍ​, ໝູ​ ແລະ​ສັດ​ປີກ​ເພື່ອ​ປ້ອງ​ກັນ​ຄວາມ​ໜາວ​ໃຫ້​ຮັບປະກັນ, (2) ​ໃຫ້​ເອົາ​ໃຈ​​ໃສ່​ເບິ່ງ​ແຍງ​ສັດລ້ຽງ​ເປັນ​ພິ​ເສດ​ສຳ​ລັບ​ສັດ​ທີ່​ຖືພາ​ມານ​, ກຽມ​ຈະ​ເກີດ​ລູກ​ແລະ​ສັດ​ທີ່​​ເກີດ​ໃໝ່​ອາຍຸ​ຍັງ​ນ້ອຍ​ໃຫ້​ມີ​ນົມ​ກິນ​ຢ່າງ​ສະ​ໝ່ຳສະ​ເໝີ, ມີ​ຫຍ້າ​ກິນ​ທີ່​ພຽງພໍ, (3) ​ໃຫ້​ກົມ​ລ້ຽງສັດ​ແລະ​ການ​ປະມົງ​ເປັນ​ໃຈກາງ​ປະສານ​ສົມທົບ​ກັບກກົມ​ສົ່ງ​ເສີມ​ກະສິກຳ​ແລະ​ສະຫະກອນ​ແລະ​ພະ​ແນກກະສິກຳ​ແລະ​ປ່າ​ໄມ້​ແຂວງ, ນະຄອນ ຫຼວງ​ກະກຽມ​ຢາ​, ​ເຄື່ອງມື​, ອຸປະກອນ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ເພື່ອ​ຮັບ​ໃຊ້​ການ​ປິນປົວ​ແລະ​ກັນພະຍາດ​ສັດ​ໃນ​ລະດູ​ໃຫ້​ພຽງພໍ​ແລະ​ທັນ​ສະພາບ​ການ (4)​ ໃຫ້​ກົມ​ລ້ຽງສັດ ​ແລະ ​ການ​ປະມົງ​ເປັນ​ເຈົ້າ​ການ​ປະສານ​ສົມ​ທັບ​ກັບ​ພະ​ແນ​ກກະສິກຳ​ແລະ​ປ່າ​ໄມ້​, ພ້ອມ​ກັນ​ເອົາ​ໃຈ​ໃສ່​ຕິດຕາມ​ເຝົ້າ​ລະວັງ​ຢ່າງ​ໃກ້​ສິດ, ພະຍາດ​ສັດ​ທີ່​ອາດ​ເກີດ​ຂື້ນ​ໃນ​ລະດູ​ໜາວ​ເຊັ່ນ: ​ພະຍາດໄຂ້ ຫວັດ​ສັດ​ປີກ, ພະຍາດ​ຫູ​ກ່ຳ​ໝູ, ພະຍາດ​ເຕົ້າ​ໂຮມ​ເລືອດ ​ແລະ ພະຍາດ​ປາກ​ເປື່ອຍ​ລົງ​ເລັບ,​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ,​ໂດຍ​ສະ​ເພາະ​ເຂດ​ທີ່​ເຄີຍ​​ເກີດ​ການລະບາດ, (5) ​ໃນ​ກໍລະ​ນີຫາກ​ເກີດ​ພະຍາດ​ສັດ​ຂື້ນ​ໃນ​ທ້ອງຖິ່ນ​ໃດ​ໜຶ່ງ​ໃຫ້​ວິຊາ​ການ​ຢູ່​ທ້ອງ​ຖິ່ນ​ນັ້ນ​ແກ້​ໄຂ​ຢ່າ​ງທັນ​ການ​ຕາມ​ຂັ້ນ​ຕອນ​ທີ່​ລະບຸ​ໄວ້​ໃນ​ລະບຽບ​ການ​​ແລະ​ກົດໝາຍ,​ໂດຍ​ສົມ​ທົບ​ກັບ​ກົມ​ລ້ຽງສັດ ແລະ​ ການ​ປະ​ມົງ,ພາກສ່ວນ​ກ່ຽວ ຂ້ອງ,ພ້ອມ​ກັນ​ນັ້ນ​ກໍ​ໃຫ້​ລາຍ​ງານ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ເປັນ​ປົກກະຕິ, (6) ພະ​ແນ​ກກະສິກຳ​ແລະ​ປ່າ​ໄມ້​ຕ້ອງ​ເປັນ​ເຈົ້າ​ການ​ປະສານ​ສົມທົບ​ກັບ​ກົມ​ລ້ຽງສັດ​ແລະ​ການ​ປະມົງ​ ແລະ ກົມ​ສົ່ງ​ເສີມ​ກະສິກຳ​ແລະ​ສະຫະກອນ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະດວກ​ດ້ານ​ວິຊາ​ການ​ຊຸກຍູ້​ການ​ສັກ​ຢາ​ກັນ​ພະຍາດ​ສັດ​ລ້ຽງ​ໃຫ້​ທົ່ວ​ເຖິງ,​ຖືກ ຕ້ອງ​ຕາມ​ກຳນົດ​ເວລາ, ​ໂດ​ຍສະ​ເພາະ​ໃຫ້​ເອົາ​ໃຈ​ໃສ່​ສັກ​ຢາ​ກັນ​ພະຍາດ​ເຕົ້າ​ໂຮມ​​ເລືອດ, ທ້ອງ​ເບັງ​ ແລະ​ ພະຍາດ​ປາກ​ເປື່ອຍ​ລົງ​ເລັບ​ງົວ-ຄວາຍ,​ ແບ້, ອະຫິວາ​ໝູ, ຫູ​ກ່ຳ​ໜູ, ຫຼອດລົມ​ອັກ​​ເສບ, ນິວຄາ​ເຊີນ, ອະຫິ​ວາ​ສັດ​ປີກ​ແລະ​ພະຍາດ​ອື່ນໆ​ຕາມ​ວິຊາ​ການ​ກຳນົດ​ໄວ້. (7) ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ, ບັນດາ​ກົມ​ແລະ​ພະ​ແນ​ກກະສິກຳ​ແລະ​ປ່າ​ໄມ້​ແຂວງ, ນະຄອນຫຼວງ​ຫາກ​ພົບ​ຂໍ້​ຫຍຸ້ງຍາກ​ທີ່ບໍ່​ສາມາດ​ແກ້​ໄຂ​ໄດ້​​ໂດຍ​ທ້ອງ​ຖິ່ນ​, ໃຫ້​ລາຍ​ງານ​ໂດຍ​ກົງ​ຕໍ່​ກະຊວງ​ກະສິກຳ​ແລະ​ປ່າ​ໄມ້​ເພື່ອ​ຫາວິທີ​ແກ້​ໄຂ, ດັ່ງ​ນັ້ນ​ຈຶ່ງ​ອອກ​​ແຈ້ງ​ການ​​ເພື່ອ​ພ້ອມ​ກັນ​ຮີບ​ຮ້ອນ​ຈັດ​ຕັ້ງ​ປະຕິບັດ​ຕາມ​ໜ້າ​ທີ່​ແລະ​ຄວາມ​ຮັບ​ຜິດ ຊອບ​ຂອງ​ແຕ່​ລະ​ພາກສ່ວນ​ຢ່າງ​ເຂັ້ມ​ງວດ​ ແລະ​ ມີ​ປະສິດທິ​ຜົນ.

No comments:

Post a Comment