Ad

Ad

10 April 2015

ບຸນປີໃໝ່ລາວປີນີ້ ນະຄອນຫຼວງເນັ້ນຮັບປະກັນ 3 ຄາດໝາຍ



ໃນພິທີ່ຖະແຫຼງຂ່າວການກະກຽມສະເຫຼີມສະຫຼອງບຸນປີໃໝປີລາວ ເມື່ອບໍ່ດົນມານີ້ທ່ານຮອງ ເຈົ້າຄອງ ໄດ້ ເນັ້ນວ່າ: ນະຄອນຫຼວງວຽງຈັນຈະຮັບປະກັນໄດ້ສາມລະດັບຄາດໝາຍຄື: 1. ເພື່ອປົກປັກຮັກສາ ແລະ ສືບຂະຫຍາຍມູນ ເຊື້ອວັດທະ ນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ສືບຕໍ່ກັນມາແຕ່ບູຮານນະການ ໂດຍສະ ເພາະບຸນປີ ໃໝ່ລາວໃຫ້ ຢູ່ຄຽງຄູ່ກັບຄົນລາວຕະຫຼອດໄປ, 2. ການຫຼິ້ນບຸນປີໃໝ່ນີ້ຕ້ອງຮັບປະກັນການສົ່ງເສີມ ແລະ ປົກປັກຮັກສາ ຮີດຄອງປະເພ ນີອັນດີງາມຕິດພັນກັບການຜະລິດສິນຄ້າ, ການທ່ອງທ່ຽວທາງວັດທະນະທຳ-ທຳມະຊາດ ແລະ ປະຫວັດ ສາດ, 3. ຮັບປະ ກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ຮອບດ້ານ, ຮັບປະ ກັນໄດ້ຄວາມເບີກບານມ່ວນຊື່ນ, ສະອາດ , ຈົບງາມເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າ ມາທ່ຽວນະຄອນຫຼວງວຽງຈັນ.
ໃນໂອກາດວັນບຸນໃຫຍ່ໆຂອງຊາດດັ່ງກ່າວສຳລັບກິດຈະກຳຕ່າງໆແມ່ນຈະໄດ້ເລີ່ມຈັດຂຶ້ນໃນວັນ ທີ 14-16 ຄື: ໃນວັນທີ 14 ຢູ່ບໍລິເວນຫາດດອນຈັນ ຈະມີການຫຼິ້ນກິລາ, ຕະຫຼາດນັດຂາຍສິນຄ້າ, ຕົບພະທາດຊາຍ, ແຫ່ນາງສັງຂານ ແລະ ຫົດສົງພະພຸດທະຮູບຕາມປະເພນີ, ວັນທີ 15 ຄົບ ງັນມ່ວນຊື່ນຕາມປະເພນີ ແລະ ວັນທີ 16 ຈະມີພີທີຕັກບາດ
ຖວາຍສັງຄະທານ, ບາສີສູ່ຂວັນ ແລະ ຫົດ ສົງກັນຕາມປະເພນີ, ດັ່ງນັ້ນໃນໂອກາດນີ້ຈຶ່ງຂໍຮຽກຮອງໃຫ້ພະນັກງານ, ທະຫານຕ່ຳຫຼວດ, ຄູອາຈານ ແລະ ປະຊາຊົນທຸກທົ່ວໜ້າຈົ່ງເປັນເຈົ້າການບອກສອນລູກຫຼານຂອງຕົນ ໃນການຫຼິ້ນ ບຸນປີໃໝ່ປີນີ້ເປັນຕົ້ນ ການຫົດນ້ຳຕ້ອງໃຊ້ນຳສະອາດ, ຫ້າມບໍ່ໃຫ້ເອົານ້ຳໃສ່ຖົງຢ່າງດຶກແກວ່ງໃສ່ກັນ, ເວລາຈະຫົດນ້ຳ ໂດຍສະເພາະແມ່ນນັກທ່ອງທ່ຽວຫຼືແຂກຄົນຕ້ອງຂໍອະນຸຍາດຈາກເພິ່ນກ່ອນຈຶ່ງຫົດ ແລະ ຫ້າມບໍ່ໃຫ້ຫຼິ້ນສິ່ງ ເປິະເປື້ອນ, ການນຸ່ງຖືຕ້ອງນຸ່ງໃຫ້ສຸພາບ, ບໍ່ໃຫ້ໂປ້ເປີຍຈົນເກີນໄປ, ການໄປມາຕ້ອງມີສະຕິຄອຍໄປຄອຍມາເພື່ອປ້ອງກັນບໍ່ໃຫ້ເກີດ ອຸປະຕິເຫດ, ສິ່ງສຳຄັນແມ່ນເມົາແລ້ວບໍ່ຄວນຂັບລົດຈະເປັນການດີທີ່ສຸດ.

No comments:

Post a Comment