Ad

Ad

10 April 2015

ມັດສະດານຳສະເໜີລົດຮຸ່ນໃຫມ່ ALL-NEW Mazda 2 ຢູ່ລາວ



ວັນທີ 8 ເມສານີ້ ບໍລິສັດ ແກ້ວໂອໂຕກຣຸບ(ຕົວແທນຈຳໝາຍລົດມັດ ສະດາປະເທດລາວ) ໄດ້ຈັດພິທີນຳສະ ເໝີລົດຮຸ່ນໃໝ່ ALL-NEW Mazda 2 ຂຶ້ນ, ຢູ່ນະຄອນຫຼວງວຽງຈັນ, ຊຶ່ງມີຄະນະບໍລິຫານ, ພະນັກງານ ແລະ ລູກຄ້າ ເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ກົງເງິນ ແກ້ວມະນີວົງ ປະທານບໍລິສັດດັ່ງກ່າວກ່າວວ່າ: ລົດຮຸ່ນໃໝ່ ມັດສະດາ 2 ທີ່ນຳມາສະເໝີໃນ ລາວນີ້, ເປົ້າໝາຍລັກແມ່ນແນ່ໃສ່ກຸ່ມລູກຄ້າຄົນ ຮຸ່ນໃໝ່ທີ່ມີເອກະລັກສະເພາະໂຕ, ມັກຄວາມແຕກຕ່າງ, ມີຄວາມ ຕ້ອງການຢ່າງຊັດເຈນໃນການໃຊ້ງານທີ່ມີປະສິດພິພາບ ສູງ, ມີຮູບຊົງຫຼູຫຼາ, ໂດດເດັ່ນທີ່ເປັນເອ ກະລັກສະເພາະຂອງ ຕົນ, ເພາະລົດລຸ່ນນີ້ມີຄວາມແຕກຕ່າງເໜືອລະດັບກວ່າ ລົດທຸກລຸ່ນໃນຂະໜາດ ດຽວກັນທີ່ມີຢູ່ໃນຕະຫຼາດເຊັ່ນ: ອັດ ການການປະຢັດນ້ຳມັນ, ອັດຕາເລັ່ງທີ່ດີກວ່າ, ໂດຍມີເຄື່ອງຈັກ
SKYACTIV 1500 CC , ພ້ອມເກຍອັດຕະໂນມັດ 6 ສະປີດ, ພາຍໃນໄດ້ຮັບການອອກແບບຢ່າງປານີດ ແລະ ສວຍງາມ, ນ້ຳໃຊ້ວັດສະດຸອຸປະກອບທີ່ມີຄຸນນະພາບສູງໃນ ການສ້າງມາດຕະຖານໃໝ່ ຂອງລົດໃນລະດັບດຽວກັນ, ບໍ່ວ່າຈະເປັນພາບ ລັກພາຍໃນ ແລະພາຍນອກທີ່ເປັນຮູບຊົງສະ ປອດຫຼູຫຼາ, ພ້ອມເສັ້ນສາຍລວດລາຍທີ່ລະອຽດອ່ອນ ແລະ ການໃຊ້ງານໃນ ຫ້ອງໂດຍສານ, ທີ່ໃຫ້ຜູ້ຂັບຂີ່ເປັນສູນກາງ ຂອງການຄວບຄຸມການຂັບຂີ່ທີ່ມາພ້ອມເທັກໂນໂລຢີ  ແລະ ລະບົບ MZD Connect ທີ່ເຊື່ອມຕໍ່ໂລກອອນລາຍໄດ້ ຢ່າງດີພ້ອມນັ້ນລົດລົດຮຸ່ນນີ້ຍັງໄດ້ຮັບລາງວັນກຽດຕິຍົດມາຫຼາຍລາຍການ ແລະ ເດັ່ນກວ່າໝູ່ແມ່ນໄດ້ຮັບລາງວັນ ລົດສຸດຍອດປີ 2014-2015 ໃນປະເທດຍີ່ປຸ່ນ.
ປະທານບໍລິສັດກ່າວວ່າ: ລົດມັດສະດາ 2 ຮຸ່ນໃໝ່ນີ້ມີຄວາມພິເສດຫຼາຍ, ເນື່ອງຈາກມີປຸມຄວບຄຸມ ການ ປ່ຽນເກຍແບບສະປອດ, ເບາະໜັງ, ຈໍສະແດງຜົນຂະໜາດ 7 ນິ້ວແບບສຳຜັດ, ມີ 6 ລຳໂພງ, ໄຟຕາໜ້າ ແລະ ທ້າຍ LED ແລະ ອື່ນໆ, ລົດຮຸ່ນດັ່ງກ່າວນີ້ມີ 2 ແບບຄື: ແບບ 4 ປະຕູ ແລະ 5 ປະຕູ, ສ່ວນລາຄາແມ່ນເລີ່ມຕົ້ນທີ່ 227 ລ້ານກີບ, ຫຼືປະມານ 28 ພັນໂດລາສະຫາລັດ.

No comments:

Post a Comment