Ad

Ad

10 April 2015

ໄລຍະ​ນີ້ ອາດ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ



     ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ວັນ​ທີ 8-10 ​ເມສາ​ນີ້, ບໍລິ​ເວນ​ຄວາມ​ກົດ​ດັນ​ສູງ​ຂອງ​ອາກາດ​ເຢັນ ຈະ​ມີ​ກຳລັງ​ປານ​ກາງ​ແຜ່​ລົງ​ມາ​ປົກ​ຄຸມ​ຢູ່​ທົ່ວທຸກ ພາກ​ຂອງ​ລາວ, ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ຕົກ-ຕາ​ເວັນ​ຕົກ​ສ່ຽງ​ໃຕ້​, ຊຶ່ງ​ຈະ​ເຮັດ​ໃຫ້ ອຸນຫະພູມ​ອາກາດ​ຍັງ​ສືບ​ຕໍ່​ຮ້ອນ​ຢູ່​ຕື່ມ​ອີກ​ໃນ​ຕອນ​ກາງ​ເວັນ ພ້ອມ​ມີ​ໝອກ​ແຫ້ງ​ປົກ​ຫຸ້ມ​ຢູ່ ທົ່ວ​ໄປ ​ແລະ ມີ​ຝົນຕົກ​ຟ້າ​ຄະນອງ​ກະຈາຍ​ພ້ອມ​ມີ​ລົມ​ພັດ​ແຮງ​​ເປັນ​ບາງ​ໂອກາດ​ຢູ່​ບາງ​ ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ, ຈາກ​ນັ້ນ​​ໃນ​ທ້າຍ​ອາທິດ​ນີ້ຫາຕົ້ນ​ອາທິດ​ໜ້າບໍ​ລິ​ເວນ​ຄວາມ​ກົດ ດັນ​ຂອງ​ອາກາດ​ຈະ​ມີ​ກຳລັງ​ອ່ອນ​ລົງ, ຊຶ່ງ​ຈະ​ເຮັດ​ໃຫ້​ອຸ​ນຫະພູມ​ອາກາດ​ຮ້ອນ​ຂຶ້ນ​ຕື່ມ 1-2 ອົງສາ ຢູ່​ແຕ່​ລະ​ພາກ, ພ້ອມ​ມີ​ຝົນຕົກ​ຟ້າ​ຄະນອງ, ໝາກ​ເຫັບ​ຕົກ, ລົມ​ພັດ​ແຮງ (ພະຍຸ​ທ້ອງ​ຖິ່ນ) ຢູ່​ແຕ່​ລະ​ພາກ.
     ສະພາບ​ອາກາດ​ໃນ​ໄລຍະ​ນີ້, ​ໂດຍ​ທົ່ວ​ໄປ​ ຍັງ​ຈະ​ຮ້ອນ​ຫາ​ຮ້ອນ​ເອົ້າ​ໃນ​ຕອນ​ກາງ​ເວັນ ພ້ອມ​ມີ​ໝອກ​ແຫ້ງ​ປົກ​ຫຸ້ມ​ເປັນ​ສ່ວນ​ຫລາຍ, ​ແຕ່​ອຸນຫະພູມ​ຍັງ​ຈະ​ເຢັນ​ໃນຕອນ​ກາງ​ຄືນ​ຫາ​ຕອນ​ເຊົ້າ​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ແຂວງ​ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ ​ແລະ ​ເຂດ​ພູ​ສູງ, ພູດອຍ, ພູ​ພຽງ​ບໍ​ລະ​ເວນ​ປາກ​ຊ່ອງ, ​ເມືອງ​ທ່າ​ແຕງ ​ແລະ ​ເມືອງ​ດາກ​ຈຶງ. ​ໃນ​ໄລຍະວັນ​ທີ 10-12 ​ເມສາ​ນີ້,
ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງທ້ອງ​ຖິ່ນ​ຂອງ​ແຂວງ​ພາກ​ເໜືອ​ຫາ​ພາກ​ກາງ ​ແລະ ພາກ​ໃຕ້, ​ໂດຍ​ສະ​ເພາະ​ຢູ່​ນະຄອນຫລວງ​ວຽງ​ຈັນ, ຈາກ​ນັ້ນ​ສະພາບ​ຝົນ​ຈະ​ເບົາບາງ​ລົງ​ຕາມ​ລຳດັບ.
     ​ແຈ້ງ​ເຕືອນ: ​ເນື່ອງ​ຈາກ​ວ່າ​ບໍລິ​ເວນ​ຄວາມ​ກົດ​ດັນ​ສູງ​ຂອງ​ອາກາດ​ເຢັນ​ຈະ​ມີ​ກຳລັງປານ​ກາງ​ແຜ່​ລົງ​ມາ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ, ສົມທົບ​ກະ​ແສ​ລົມ​ຕາ​ເວັນ​ຕົກ-ຕາ​​ເວັນ​ຕົກ​ສ່ຽງ​ໃຕ້​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່, ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າ​ຄະນອງ​ພ້ອມ​ມີ​ລົມ​ພັດ​ແຮງ(ພະຍຸ​ທ້ອງ​ຖິ່ນ), ​ເກີດ​ຂຶ້ນ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ. ດັ່ງ​ນັ້ນ ຈຶ່ງ​ໄດ້​ອອກ​ແຈ້ງ ​ເຕືອນ​ເຖິງ​ປະຊາຊົນ​ຜູ້​ທີ່ຢູ່​ໃນ​ຂອບ​ເຂດ, ພື້ນ​ທີ່​ດັ່ງກ່າວ ຈົ່ງ​ມີ​ສະຕິ​ລະມັດລະວັງ​ຕໍ່ສະພາບ​ຝົນ​ຕົກ​ຟ້າ​ຄະນອງ, ລົມ​ພັດ​ແຮງ ຊຶ່ງ​ຈະ​ເຮັດ​ໃຫ້​ເກີດ​ມີ​ອັກຄີ​ໄພ​ໄດ້​ງ່າຍ ​ແລະ ​ໃຫ້​ຕິດຕາມ​ຂ່າວ​ພະຍາກອນ​ອາກາດ​ເປັນ​ປະຈຳໃນແຕ່ລະວັນດ້ວຍ.

No comments:

Post a Comment