Ad

Ad

29 April 2015

ລາວສະຫລອງວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 60 ປີ



ພິທີໂຮມຊຸມນຸມເພື່ອສະເຫລີມສະຫລອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາ ຊົນປະ ຕິວັດລາວຄົບຮອບ 60 ປີ( 14 ເມສາ 1955-14 ເມສາ 2015), ໄດ້ມີຂຶ້ນໃນວັນທີ 28 ເມສານີ້, ຢູ່ຫໍວັດທະນາທຳແຫ່ງຊາດ, ນະຄອນ ຫລວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ຮອງປະ ທານປະເທດ, ມີບັນດາການນຳ ຂັ້ນສູງພັກ-ລັດ ແລະ ສະມາຊິກຊາວໜຸ່ມ- ເຍົາວະຊົນເຂົ້າຮ່ວມເປັນຈຳນວນ ຫລາຍ.
    ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ດຣ ວິໄລວົງ ບຸດດາຄຳ ໄດ້ກ່າວວ່າ: ຕະຫລອດໄລຍະ 60 ປີຜ່ານມາພາຍໃຕ້ຮົ່ມທຸງຂອງພັກ, ບໍ່ວ່າເວລາໃດຊາວໜຸ່ມ-ເຍົາວະຊົນ ກໍໄດ້ຮັບ ການທະນຸທະໜອມ ແລະ ເອົາໃຈໃສ່ຊີ້ນຳ-ນຳພາຈາກສູນກາງພັກ, ຄະນະພັກແຕ່ລະຂັ້ນ, ຊາວໜຸ່ມພວກເຮົາເວລາໃດ ກໍຮັກ ສາໄດ້ມູນເຊື້ອອັນດີງາມຂອງຕົນ ແລະ ສາມາດເສີມຂະຫຍາຍບົດບາດປະຈັນບານໃນທຸກຂົງເຂດວຽກງານທັງຢູ່ສູນກາງ ແລະ ທ້ອງຖິ່ນ, ໃນພາລະກິດປະຕິວັດຂອງພັກ, ສະມາຊິກຊາວໜຸ່ມຫລາຍສະຫາຍໄດ້ເສຍສະຫລະເພື່ອຊາດອັນແສນຮັກ ແລະ
ຫວງແຫນຂອງພວກເຮົາ, ມີຫລາຍສະຫາຍໄດ້ເປັນວິລະຊົນ, ນັກຮົບແຂ່ງຂັນ ແລະ ການນຳຂັ້ນສູງຂອງພັກ ແລະ ລັດແຕ່ ອະດິດຈົນເຖິງປັດຈຸບັນ ແລະ ນັບແຕ່ໄລຍະໜຶ່ງທົດສະວັດຜ່ານມາ, ຄະນະບໍລິຫານງານສູນກາງຊາວໜຸ່ມ ໄດ້ເອົາໃຈໃສ່ສຶກ ສາອົບຮົມທາງດ້ານການເມືອງແນວຄິດ, ປູກຈິດສຳນຶກນ້ຳໃຈຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ ແລະ ບັນດາທ່ານ ຜູ້ນຳຕ່າງໆ, ເອົາໃຈໃສ່ປັບປຸງຄະນະຊາວໜຸ່ມ-ເຍົາວະຊົນ-ອານຸຊົນທັນວາແຕ່ລະຂັ້ນໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນະພາບ, ທັງເປັນເຈົ້າການເຂົ້າຮ່ວມໃນພາລະກິດການພັດທະນາລວມຂອງຊາດ, ຂອງພັກ ແລະ ລັດ, ໂດຍຖືເອົາການຍູ້ແຮງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ມະຕິ 3 ສ້າງຂອງພັກ ແລະ ອື່ນໆ.

No comments:

Post a Comment