Ad

Ad

21 April 2015

ປກສ ຄຳມ່ວນຈັບສອງແມ່ລູກຮ່ວມກັນຄາດຕະກຳພໍ່ນ້າ



ຂ່າວ-ພາບ ຫນັງສືພິມ ປກສ
    ເມື່ອຕົ້ນເດືອນເມສານີ້, ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໄດ້ຈັບນາງ ແຕງ ອາຍຸ 58 ປີ ແລະ ທ້າວ ສະແຫວງ ອາຍຸ 25 ປີ ທັງສອງເປັນແມ່ລູກກັນ ຢູ່ບ້ານ ໜອງຫາງ ເມືອງທ່າແຂກ ແຂວງຄຳມ່ວນ ໃນຂໍ້ຫາຄາດຕະກຳທ້າວ ເວຫາ ຜູ້ເປັນຜົວ ແລະ ເປັນພໍ່ ນ້າເມື່ອທ້າຍເດືອນມີນາ 2015.
   ສຳລັບຄະດີນີ້ມີຢູ່ວ່າ: ທ້າວເວຫາ(ຜູ້ຕາຍ)ໄດ້ສ້າງຄອບຄົວກັບນາງແຕງ ເຊິ່ງເປັນ ແມ່ຮ້າງມີລູກ 5 ຄົນ,ຕະຫລອດໄລຍະຜ່ານມາ ທັງສອງແມ່ນຜິດ ຖຽງກັນເປັນປະ ຈຳຍ້ອນລູກຂອງນາງແຕງແມ່ນມີທ່າທີແຂງກະດ້າງ ແລະ ຮ້າຍດ່າພໍ່ນ້າ ແລະ ມາໄລຍະໜຶ່ງທ້າວ ເວຫາ ໄດ້ແບ່ງດິນຂອງເມຍໃຫ້ຊາວບ້ານ ເພື່ອປະກອບສ່ວນເຮັດທາງທຽວ ຊຶ່ງເຮັດໃຫ້ນາງແຕງ ແລະ ລູກບາງຄົນບໍ່ພໍໃຈເຖິງຂັ້ນມີ ການເວົ້າຄວາມໄກ່ເກ່ຍຂັ້ນບ້ານ 2 ຄັ້ງ ແລະ ມີອັກຄະຕິຮ້າຍແຮງຕໍ່ກັນນັບແຕ່ນັ້ນມາ ທັງສອງແມ່ລູກໄດ້ວາງແຜນຄາດຕະກຳທ້າວເວຫາ, ຈົນມາຮອດເວລາ 1:00 ໂມງເຊົ້າຂອງວັນທີ 20 ມີນາ 2015 ທ້າວ ສະແຫວງ ໄດ້ເອົາສາຍໄຟຊ໋ອດທ້າວ ເວຫາຈົນເສຍຊີ ວິດແລ້ວ ນາງແຕງ
ໄດ້ຊ່ວຍໂຈມສົບຂອງທ້າວ ເວຫາຂຶ້ນໃສ່ຫລັງລູກຊາຍແບກໄປຖຽງນາຢູ່ຫ່າງຈາກເຮືອນປະມານຮ້ອຍແມັດ ແລ້ວເອົາ ໄຟຈູດຖຽງນາພ້ອມກັບສົບທ້າວ ເວຫາ ເພື່ອອຳພາງຄະດີ, ຂະນະດຽວກັນນາງແທນ ຜູ້ເປັນລູກໃພ້ ໄດ້ຖືກຜົວ ແລະ ແມ່ຍ່າບັງຄັບໃຫ້ປົກປິດການກະທຳຄັ້ງນີ້, ພ້ອມທັງໃຫ້ນາງແທນ ເອົານ້ຳມັນລ້າງເລືອດພາຍໃນເຮືອນເພື່ອທຳລາຍຫລັກຖານ.
    ຕົກມາຮອດເວລາປະມານ 3:00 ໂມງເຊົ້າຂອງວັນດຽວກັນມີປະຊາຊົນພາຍໃນບ້ານເຫັນໄຟ​ໄໝ້ຖຽງນາ ແລະ ໄດ້ມາຊ່ວຍ ມອດໄຟຈຶ່ງພົບເຫັນສົບທ້າວ ເວຫາ ແລະ ແຈ້ງເຈົ້າໜ້າທີ່ລົງກວດສະຖານທີ່ເກີດເຫດ ແລະ ຜ່ານການສຶບສວນ-ສອບສວນ ຈຶ່ງຮູ້ວ່າເປັນການຄາດຕະກຳເພື່ອອຳພາງຄະດີ ແລະ ຕໍ່ມາປະມານ 10 ວັນ ເຈົ້າໜ້າທີ່ກໍໄດ້ຈັບນາງແຕງ ແລະ ທ້າວ ສະແຫວງ ໃນຂໍ້ຫາຄາດຕະກຳເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
     ຂ່າວໃຫ້ຮູ້ຕື່ມວ່າ: ປກສ ແຂວງຫລວງນ້ຳທາ ໄດ້ຈັບຕົວທ້າວ ແພຈາ(ຊາຍ) ອາຍຸ 27 ປີຢູ່ບ້ານຫລັກຄຳເກົ່າ ເມືອງ ແລະ ແຂວງຫລວງນ້ຳທາ ມາດຳເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງຜູ້ກ່ຽວໄດ້ໃຊ້ພ້າຟັນບໍລິເວນງ່ອນຄໍນາງ ຊອງສຸ ອາຍຸ 14 ປີ ເຊິ່ງເປັນເມຍຜູ້ກ່ຽວຈົນເສຍຊີວິດຄາທີ່ຢູ່ໃນເຮືອນເມື່ອເວລາ 13:00 ໂມງຂອງວັນທີ 30 ມີນາ 2015 ແລະ ພະຍາຍາມໃຊ້ພ້າປາດ ຄໍຕົນເອງຕາຍຕາມແຕ່ເຈົ້າໜ້າທີ່ສາມາດເຂົ້າຊ່ວຍນຳຕົວສົ່ງໂຮງໝໍໄວ້ທັນ. ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ແລະ ທ້າວ ແພຈາ ຮັບສາລະພາບວ່າ: ມື້ເກີດເຫດຕົນໄດ້ຜິດຖຽງກັບເມຍຢ່າງແຮງເນື່ອງຈາກສົງໃສວ່າເມຍຫລີ້ນຊູ້ ແລະ ດ້ວຍຄວາມໂມ
ໂຫຈຶ່ງໄດ້ໃຊ້ພ້າຟັນເມຍຈົນເສຍຊີວິດ ແລະ ພະຍາຍາມຂ້າຕົວຕາຍຕາມດັ່ງກ່າວ. ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ທ້າວ ແພຈາຍັງມີການພົວ ພັນກັບຢາເສບຕິດນຳອີກ.

No comments:

Post a Comment