Ad

Ad

24 April 2015

ນັກທຸລະກິດລາວສ່ວນໃຫຍ່ຍັງບໍ່ເຂົ້າໃຈແຈ້ງກ່ຽວກັບນະໂຍບາຍການຄ້າ ແລະ ສັນຍາສາກົນ



ເມື່ອບໍ່ດົນນີ້, ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ແລະ ອົງການພັດ ທະນາສາກົນສະຫະ ລັດ ປະຈຳອາຊີ, ໄດ້ເປີດເຜີຍຜົນສຳຫລວດຄວາມຄິດເຫັນ ຂອງນັກທຸລະກິດລາວເກືອບ 300 ຫົວໜ່ວຍທີ່ມີປະສົບ ການສູງ ແລະ ມີ ຄວາມເຂັ້ມແຂງດ້ານທຶນຮອນຢູ່ເຂດເສດຖະກິດຂະຫຍາຍຕົວຄື: ນະຄອນ ຫລວງວຽງຈັນ, ຫລວງ ພະບາງ, ສະຫວັນນະເຂດ ແລະ ຈຳປາສັກ, ຕໍ່ບັນຫາການເປີດກວ້າງດ້ານການຄ້າຂອງລາວ, ໂດຍຊີ້ໃຫ້ເຫັນວ່າ: ນັກ ທຸລະກິດລາວສ່ວນໃຫຍ່ຍັງບໍ່ທັນເຂົ້າໃຈແຈ້ງກ່ຽວກັບນະໂຍບາຍການຄ້າ ແລະ ສັນຍາສາກົນ, ເນື່ອງ ຈາກວ່າບັນດານັກ ທຸລະກິດເຫລົ່ານັ້ນຍັງມີລະດັບຄວາມຮູ້ຕ່ຳກ່ຽວກັບນະໂຍບາຍແຫ່ງຊາດ ແລະ ສັນຍາການຄ້າສາກົນທີ່ສຳຄັນເຊັ່ນ: ອົງການການຄ້າໂລກ (WTO), ອາຊຽນ (ASEAN), ການຄ້າເສລີອາຊຽນ(AFTA), ແຜນງານປະຊາຄົມເສດຖະ ກິດອາຊຽນ, ແຜນງານການຄ້າຂອງສະຫະພາບເອີຣົບ, ຍຸດທະສາດການຄ້າແຫ່ງຊາດລາວ ແລະ ອື່ນໆ, ເຊິ່ງເຫັນ
ວ່າມີພຽງແຕ່ນະໂຍບາຍການຄ້າສຳຄັນຕົ້ນຕໍຢ່າງດຽວເຊັ່ນ: ການເປັນສະມາຊິກອາຊຽນມີຄົນຮູ້ຫລາຍກວ່າໝູ່ກວມປະ ມານ 17%  ຂອງບໍລິສັດທັງໝົດ, ສ່ວນຢູ່ໃນກຸ່ມບໍລິສັດຂະໜາດໃຫຍ່ມີພຽງ 18% ທີ່ຮູ້ຂ້ອນຂ້າງເລິກເຊິ່ງກ່ຽວກັບ ການເປັນສະມາຊິກອົງການການຄ້າໂລກ ແລະ ຍົກເວັນແຕ່ອາຊຽນ, ອົງການການຄ້າໂລກ, ການຄ້າເສລີ ແລະ ກອງ ປະຊຸມທຸລະກິດລາວ, ມີທຸລະກິດຫລາຍກວ່າ 80% ບໍ່ຮູ້ເນື້ອໃນ ແລະ ບໍ່ມີຄວາມຮູ້ຫຍັງໝົດ, ເຊິ່ງການຂາດ
ຄວາມຮູ້ກ່ຽວກັບສັນຍາສາກົນ ແລະ ນະໂຍບາຍເຫລົ່ານັ້ນອາດເຮັດໃຫ້ທຸລະກິດພາດໂອກາດໃນການຄວ້າຄວາມ ໄດ້ປຽບຈາກການຄ້າ ແລະ ຄວນໄດ້ຮັບການແກ້ໄຂດ້ວຍການເຜີຍແຜ່ວຽກງານເຫລົ່ານັ້ນຢ່າງມີຈຸດສຸມຫລາຍຂຶ້ນ.

No comments:

Post a Comment