Ad

Ad

24 April 2015

ເມືອງໄຊພູທອງໄດ້ຮັບຜົນເສຍຫາຍໜັກຈາກລົມພາຍຸລະດູຮ້ອນ



   ທ່ານ ທອງທ່ຽວ ສີດາວົງ ເຈົ້າເມືອງໄຊພູທອງ ແຂວງສະຫວັນນະເຂດລາຍ ງານ ໃຫ້ຮູ້ວ່າ: ໄດ້ມີໄພທຳມະຊາດລົມພາ ຍຸລະດູຮ້ອນພັດຢ່າງແຮງ ແລະ ມີໝາກເຫັບ ຕົກເປັນບໍລິເວນກວ້າງຢູ່ບາງພື້ນທີ່ທົ່ວເມືອງຂອງຕົນໃນຕອນເຊົ້າວັນທີ 21 ເມສາ ຜ່ານມານີ້, ເຊິ່ງເຮັດໃຫ້ເຮືອນຊານປະຊາຊົນຢູ່ບ້ານດອນຫວາຍ, ເວີນຄູນ ແລະ ຫ້ວຍມ່ວງ ຄຸ້ມສີວິໄລໄດ້ຮັບຜົນ ກະທົບເສຍຫາຍເປັນຈຳນວນຫລາຍ, ເສົາໄຟ ຟ້າຫັກລົ້ມຫລາຍສີບຕົ້ນຈົນບໍ່ສາມາດໃຊ້ໄຟຟ້າໄດ້ຫລາຍຊົ່ວໂມງ, ນອກ ຈາກນີ້, ຍັງມີສັດລ້ຽງຂອງປະຊາຊົນເຊັ່ນ: ງົວ, ຄວາຍຈຳນວນໜຶ່ງໄດ້ຮັບບາດເຈັບ ແລະ ລົ້ມຕາຍ.
    ທ່ານເຈົ້າເມືອງໄຊພູທອງ ກ່າວວ່າ: ໄພທຳມະຊາດລັກສະນະຮ້າຍແຮງແບບນີ້, ແມ່ນບໍ່ເຄີຍເກີດຂຶ້ນຈັກເທື່ອຢູ່ເມືອງ ຂອງຕົນ ແລະ ຈະເລັ່ງປະສານໄປຫາພາກສ່ວນກ່ຽວຂ້ອງອື່ນໆ ເພື່ອລົງຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ຟື້ນຟູ, ສ້ອມແປງບັນດາໂຄງລ່າງພື້ນຖານທີ່ຖືກເສຍຫາຍໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

No comments:

Post a Comment