Ad

Ad

23 April 2015

ນາຍົກລັດຖະມົນຕີຢືນຢັນການພັດທະນາປະ​ເທດ​ເຮົາ​ນັບ​ມື້ດີຂຶ້ນ



   ນາຍົກລັດຖະມົນຕີ ທອງສິງ ທຳມະວົງ   ສປປ ລາວ, ໄດ້ລາຍງານໃນກອງປະຊຸມ ລັດຖະບານເປີດກວ້າງກາງສົກປີ 2014-2015 ໃນວັນທີ 22 ເມສານີ້ວ່າ: ເກືອບໜຶ່ງປີ ຜ່ານມາ, ປະເທດເຮົາຍັງສືບຕໍ່ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະ ຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບ ຕໍ່ຂະຫຍາຍຕົວ, ດ້ານວຽກງານວັດທະນາ-ສັງຄົມໄດ້ມີການພັດທະນາດີຂຶ້ນ, ການພັດ ທະນາຊົນນະບົດ ແລະ ລຶບລ້າງຄວາມທຸກ ຍາກຂອງປະຊາຊົນ, ມີ​ປະສິດທິ​ຜົນການ ບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ, ລວມເຖິງວຽກງານສາມ ສ້າງໄດ້ ດຳເນີນໄປດ້ວຍບັນຍາກາດດີ, ສາມາດເຮັດໃຫ້ຄວາມແຕກໂຕນລະຫວ່າງຕົວເມືອງ ກັບຊົນນະບົດຄ່ອຍໆ ຫຍັບມໍ່ເຊື່ອມຈອດເຂົ້າກັນ, ອັນສຳຄັນຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງແກ້ໄຂດີຂຶ້ນ ເປັນກ້າວໆ, ຄຽງຄູ່ກັນນັ້ນ, ຖານະບົດບາດຂອງລາວໃນເວທີພາກພື້ນ ແລະ ສາກົນ ກໍພົ້ນເດັ່ນຂຶ້ນເລື້ອຍໆ, ສ່ວນບັນຫາ ຫຍຸ້ງຍາກທ້າທາຍທີ່ລັດຖະບານຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂກໍແມ່ນປະກົດການຫຍໍ້ທໍ້ສັງຄົມ ເປັນຕົ້ນ: ບັນຫາຢາເສບຕິດ, ການ ຄ້າຂາຍເຖື່ອນ, ກຸ່ມແກ້ງນັກເລງອັນຕະພານ, ອຸປະຕິເຫດບົນທ້ອງຖະໜົນ, ການຈັດເກັບລາຍຮັບເຂົ້າງົບ ປະມານບໍ່
ໄດ້ຕາມແຜນ ແລະ ການເຄື່ອນໄຫວຂອງກຸ່ມຄົນບໍ່ດີສວຍໃຊ້ສື່ສັງຄົມອອນລາຍເປັນເຄື່ອງມືເພື່ອ ໂຄສະນາໃສ່ຮ້າຍ ປ້າຍສີ ແລະ ທັບຖົມໂຈມຕີແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ.
    ກອງປະຊຸມດັ່ງກ່າວຈະດຳເນີນໄປແຕ່ວັນທີ 22-24 ເມສານີ້, ໂດຍມີບັນດາສະມາຊິກຄະນະລັດຖະບານ, ເຈົ້າ ຄອງນະຄອນ, ເຈົ້າແຂວງ, ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານ ແລະ ໄອຍະການປະຊາຊົນສູງສຸດພ້ອມ​ດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

No comments:

Post a Comment