Ad

Ad

24 April 2015

ອາກາດຮ້ອນແຮງລະວັງພະຍາດລະບາດ



ຈາກການສອບຖາມໂຮງໝໍມະໂຫສົດ ແລະ ໂຮງໝໍອື່ນໆຢູ່ນະຄອນຫຼວງວຽງຈັນ ຂອງນັກຂ່າວພວກເຮົາ ໃນວັນທີ 23 ເມສານີ້ໃຫ້ຮູ້ວ່າ: ຈາກສະພາບອາກາດຮ້ອນ ແຮງດັ່ງປັດຈຸບັນອາດເປັນສາເຫດໃຫ້ພະຍາດຕາມລະ ດູການເກີດຂຶ້ນໄດ້ງ່າຍ, ໂດຍສະເພາະພະ ຍາດທີ່ມາຈາກອາຫານເຊັ່ນ: ພະຍາດຖອກທ້ອງອະຫິວາ ແລະ ໄຂ້ຊະ ນິດຕ່າງໆຍ້ອນອາກາດຮ້ອນອົບເອົ້າຄື: ປັດຈຸບັນບຢູ່ໂຮງໝໍມະໂຫສົດ ມີຄົນເຈັບພະຍາດຖອດທ້ອງ ເຂົ້າມາປິ່ນປົວ 20 ກວ່າ ຄົນແລ້ວ, ໃນນີ້ມີທັງເດັກ ນ້ອຍ ແລະ ຢູ່ໂຮງໝໍອື່ນໆກໍມີຄົນເຈັບພະຍາດຖອດທ້ອງເຂົ້າ ມາປິ່ນປົວເປັນຈຳ ນວນບໍ່ໜ້ອຍເຊັ່ນດຽວກັນ, ພ້ອມຍັງມີພະ ຍາດໄຂ້ຫວັດ ແລະ ໄຂ້ເລືອດອອກ, ໄຂ້ມາເລເລຍ, ເກີດຂື້ນແຕ່ຍັງ ມີຈຳນວນໜ້ອຍ, ເຖິງ ຢ່າງໃດກໍດີເພື່ອປ້ອງກັນບໍ່ໃຫ້ພະ ຍາດດັ່ງກ່າວແຜ່ລະບາດອອກສູ່ວົງກວ້າງ, ຈຶ່ງເຕືອນໃຫ້ ປະຊົນມີສະຕິໃນ ການຮັກສາສຸຂະພາບດີ, ໂດຍເອົາໃຈໃສ່ປະຕິບັດ ຕາມຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດ, ໂດຍສະ ເພາະແມ່ນການກິນ, ດື່ມໃຫ້ສະອາດ, ບໍຄວນກິນອາຫານສຸກໆ ດິບໆ ແລະ ຕ້ອງເກັບມ້ຽນອາຫານການ ກິນໃຫ້ດີເພື່ອບໍ່ໃຫ້ແມງ ວັນ ມາຈັບ, ຕອມ ແລະ ສິ່ງສຳຄັນແມ່ນຕ້ອງລ້າງມືທຸກຄັ້ງ ກ່ອນຫຼືຫຼັງກິນອາຫານ, ໝັ່ນ ທຳຄວາມສະອາດຮ່າງກາຍ, ເຄື່ອງນຸ່ງຫົມ ແລະ ທີ່ຢູ່ອາໃສ ແລະ ພາສະນະໃສ່ອາຫານການ ກິນເປັນປະຈຳ, ພ້ອມທັງເປັນເຈົ້າການຕັກເຕືອນລູກຫຼາຍຂອງຕົນເພື່ອເຮັດແນວໃດໃຫ້ເຂົ້າເຈົ້າສາມາດຫຼີກເວັ້ນພະຍາດ ທີ່ມັກເກີດຂຶ້ນໃນລະດູຮ້ອນນີ້.

No comments:

Post a Comment