Ad

Ad

24 April 2015

ບໍລິສັດເພັດໄລພອນຄອນກຼີດມີສະຫວັດດີການດີຕໍ່ພະນັກງານ ແລະ ກໍາມະກອນ



    ເນື່ອງໃນໂອກາດວັນກໍາມະກອນສາກົນ 1 ພຶດສະພາ ໄດ້ໝູນວຽນມາອີກ ວາລະໜຶ່ງ, ທ່ານ ບຸນມາ ຄຳວົງສາ ຫົວໜ້າ ຈັດຕັ້ງບໍລິສັດ ເພັດໄລພອນຄອນກຣີດ ໄດ້ໃຫ້ ສຳພາດຕໍ່ນັກຂ່າວພວກເຮົາວ່າ: ກຳມະກອນແມ່ນກຳລັງ ແຮງສຳຄັນໃນ ການພັດທະນາເສດຖະກິດ-ສັງຄົມເວົ້າລວມ, ເວົ້າສະເພາະແມ່ນເປັນກາໍລັງແຮງ ຂອງບັນດາຫົວໜ່ວຍທຸລະ ກິດການຜະລິດນັບທັງຂະໜາດໃຫຍ່ ແລະ ນ້ອຍ, ປຽບ ເໝືອນລໍ້ເລື່ອນຍູ້ການຜະລິດ ແລະ ເປັນກຳລັງຕັດສີນຄວາມ ຈະເລີນ ກ້າວໜ້າຂອງ ບໍລິສັດ, ຍ້ອນມີຄວາມສຳຄັນດັ່ງກ່າວ, ພາຍຫລັງບໍລິສັດໄດ້ສ້າງຕັ້ງຂຶ້ນໃນປີ 1998 ກໍໄດ້ຖືສຳ ຄັນໃນການ ເບິ່ງແຍງດ້ານສະຫວັດດີການ ແລະ ມີນະໂຍບາຍທີ່ເໝາະສົມຕາມເງື່ອນໄຂຕົວຈິງໃຫ້ແກ່ພວກເຂົາ.
     ທ່ານ ບຸນມາ ກ່າວວ່າ: ບໍລິສັດພວກເຮົາແມ່ນດຳເນີນການຜະລິດຄອນກຼີດ, ເສົາໄຟຟ້າ,ເສົາເຂັມ, ແຜນພື້ນ ແລະ ມີກຳລັງ ການຜະລິດຫລາຍສີບພັນແມັດກ້ອນໃນແຕ່ລະປີ, ປັດຈຸບັນມີພະນັກງານ ແລະ ກຳມະກອນທັງໝົດປະມານ 100 ກວ່າຄົນ, ໃນນັ້ນເພດຍິງເກືອບ 20 ຄົນ, ທີ່ເຮັດວຽກຢູ່ໃນໜ່ວຍງານຫ້ອງການ, ສ່ວນວຽກຂັບລົດໜັກ, ໜ່ວຍ ງານການຜະລິດ ແລະ
ຝ່າຍສ້ອມແປງແມ່ນເພດຊາຍຫລາຍກວ່າ ແລະ ເຂົາເຈົ້າລ້ວນແຕ່ເປັນຄົນມີຄວາມດຸໝັ່ນຫ້າວຫັນ ແລະ ມີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນ ແລະ ທາງຝ່າຍບໍລິສັດກໍໄດ້ເອົາໃຈໃສ່ໃນດ້ານການປະ ຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະ ນັກງານ ແລະ ກຳມະກອນນັ້ນຕາມລະບຽບກົດໝາຍທີ່ລັດວາງອອກຄື: ເຂົ້າເປັນສະມາຊິກອົງການປະກັນສັງຄົມ, ໃຫ້ເງິນ ເດືອນພື້ນຖານຕ່ຳສຸດ 1,3 ລ້ານກີບຕໍ່ຄົນ, ມີເງິນເຮັດວຽກເກີນເວລາ, ມີເງິນເດືອນ 13, ພະນັກງານເພດຍິງເມື່ອ ເກີດລູກກໍແມ່ນໄດ້ພັກຜ່ອນ 3 ເດືອນ ແລະ ຈະໄດ້ຮັບເງິນເດືອນ 60% ຫລື ຈະມີນະໂຍບາຍໃຫ້ຢືມເງິນລ່ວງໜ້າ ແລະ ຖ້າກໍລະນີພະນັກງານ-ກຳມະກອນ ຫລື ຍາດພີ່ນ້ອງເສຍຊີວິດກໍໄດ້ຈັດຕັ້ງ ການແຜ່ເງິນກິນທານຕ່າງໆ, ເຊິ່ງຈາກການປະຕິບັດ ນະໂຍບາຍດັ່ງກ່າວນັ້ນ, ຈຶ່ງສາມາດດຶງດູດເຂົາເຈົ້າເຂົ້າມາເຮັດວຽກ ນຳບໍລິສັດພວກເຮົາເປັນປະຈຳ ແລະ ໄດ້ປະກອບສ່ວນສຳຄັນໃນການອອກແຮງງານທາງດ້ານມັນສະໝອງ, ຫົວຄິດ ປັນຍາ ແລະ ເຫື່ອແຮງສາມາດຊ່ວຍໃຫ້ບໍລິສັດມີບາດກ້າວເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

No comments:

Post a Comment