Ad

Ad

27 April 2015

ໂທລະສັບ​ມື​ຖື Samsung Galaxy S6 ແລະ ​S6 ​Edge ມີ​ຈຳໜ່າຍ​ແລ້ວ​ໃນ​ລາວ



ໃນວັນທີ 24 ເມສາ ນີ້, ບໍລິສັດ ​ຊຳ​ຊຸງ​ອີ​ເລັກ​ໂຕຣ​ນິກ (Samsung Electronics)  ຈຳກັດ, ໄດ້ນຳສະເໜີຜະ ລິດຕະພັນໃໝ່ໂທລະສັບມືຖື ຊຳ​ຊຸງ ​ກະ​ເ​ເລັກ​ຊີ ເອັສ 6 ແລະ ​ເອັສ 6 ​ເອດ (Samsung Galaxy S6 ແລະ Sam sung Galaxy S6 edge )  ຂຶ້ນຢູ່ຮ້ານ Samsung LTH ບ້ານ ດົງປ່າລານ, ນະຄອນຫຼວງວຽງຈັນ ໂດຍມີມວນ ຊົນໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈຳນວນ ຫຼາຍ.
ທ່ານ ຫົວໜ້າພະແນກຜະລິດຕະພັນມືຖືບໍລິສັດຜູ້ຕາງໜ້າ ໄທຊຳຊຸງ ເອເລັກໂຕນິກຈຳກັດ ໄດ້ ໃຫ້ຮູ້ວ່າ: ໂທລະ ສັບມືຖື ທັງ​ສອງ​ຮຸ່ນນີ້ ເປັນໂທລະສັບ ມືຖືສະມາດ​ໂຟນ (smart phone) ໃໝ່ຫລ້າສຸດທີ່ມີການປ່ຽນແປງການອອກແບບ ໃຫ້ມີຄວາມສວຍງາມ ຫຼູຫຼາ ແລະ ມີປະສິດທິພາບດີ ເຊັ່ນ: ໂຕເຄື່ອງ ຜະລິດຈາກໂລຫະທີ່ມີຄວາມແຂງທົນທານ ແລະ ໃຊ້​ແກ້ວດ້ານໜ້າ ແລະ ຫຼັງຂອງໂຕເຄື່ອງ ສາມາດປ້ອງກັນຮອຍຂູດຂີດໄດ້ເປັນຢ່າງດີ, ມີໜ້າຈໍ​ພາບສະແດງຜົນຂະໜາດ 5,1
ນີ້ວທີ່ມີຄວາມແຈ້ງສູງ, ກ້ອງໜ້າມີຄວາມ ລະອຽດ 5 ລ້ານພິກແຊວ ແລະ ກ້ອງຫຼ້ງ 16 ລ້ານພິກແຊວ, ສາມາດໃຊ້ງານຫຼາຍ ລາຍການ ພ້ອມກັນໄດ້ຢ່າງສະດວກ, ນອກ ຈາກນີ້ຍັງສາກແບດເຕີລີ ພຽງ 10 ນາທີແຕ່ສາມາດໃຊ້ໄດ້ດົນເຖິງ 4 ຊົ່ວໂມງ ແລະ ຮອງຮັບການສາກແບດເຕີລີແບບບໍ່ມີສາຍ ນຳ​ອີກ, ສຳລັບ Samsung Galaxy S6 edge ເຊິ່ງມີໜ້າຈໍ​ພາບສຳຜັດ 2 ຂ້າງແບບໂຄ້ງເຊິ່ງເປັນນະວັດຕະກຳໃໝ່ຄັ້ງ ທຳອິດຂອງໂລກໂດຍສາມາດໃຊ້ງານໄດ້ຫຼາກ ຫຼາຍເພື່ອເພີ່ມພື້ນທີ່ໃຊ້ສອຍ ຂອງໜ້າຈໍ​ພາບສຳພັດໄດ້ຫຼາຍຂຶ້ນ ທີ່ຈະຊ່ວຍໃຫ້ ການໃຊ້ຊີວິດປະຈຳວັນສະດວກສະບາຍ ແລະ ຕອບສະໜອງຄວາມຕ້ອງ ການຂອງສັງຄົມໃນປັດຈຸບັນ​ໄດ້​ເປັນ​ຢ່າງ​ດີ.

No comments:

Post a Comment