Ad

Ad

12 May 2015

ສື່ມວນຊົນໄທລາຍງານຂ່າວຢ່າງໃກ້ສິດກໍລະນີພະນັກງານທະນາຄານ (ຄທຕລ) ຢັກຢອກເງິນ 15 ລ້ານບາດແລ້ວໜີ ໄປລີ້ຢູ່ໄທ


ສື່ມວນຊົນຂອງໄທຍັງສືບຕໍ່ລາຍງານຂ່າວຢ່າງໃກ້ສິດ ກໍລະນີທ້າວ ອະທິວາ ເກດຕະວົງ ພະນັກງານຂອງທະນາ ຄານ ການຄ້າແຫ່ງປະເທດລາວມະຫາຊົນສາຂາ ແຂວງສະຫວັນນະ ເຂດ ໄດ້ຍັກຍອກເອົາເງິນຂອງທະນາຄານດັ່ງກ່າວຈຳນວນ 15 ລ້ານບາດ (ສະກຸນເງິນໄທ) ແລ້ວຫລົບໜີໄປລີ້ຢູ່ປະເທດໄທ ແລະ ເມື່ອບໍ່ດົນມານີ້, ສະຖານີໂທລະພາບຊ່ອງ 7 ສີ ຂອງໄທ ກໍໄດ້ລາຍງານຄວາມຄືບໜ້າຂອງຄະດີດັ່ງກ່າວ, ໂດຍໄດ້ອ້າງອີງການລາຍງານ ຂໍ້ມູນຈາກເຈົ້າໜ້າທີ່ ຕຳຫລວດຈັງ ຫວັດມຸກດາຫານ ທີ່ຮັບຜິດຊອບຄະດີດັ່ງກ່າວວ່າ: ພາຍຫລັງທະນາຄານການຄ້າ ແຫ່ງປະເທດລາວມະຫາ ຊົນໄດ້ກວດສອບ ຂໍ້ມູນລະອຽດພົບວ່າທ້າວ ອະທິວາ ເກດຕະວົງ ພະນັກງານ ຂອງທະນາຄານສາຂາປະຈຳແຂວງສະ ຫວັນນະເຂດໄດ້ຍັກຍອກ ເງິນຈຳນວນ 15 ລ້ານບາດ, ຈຶ່ງຂໍໃຫ້ ເຈົ້າໜ້າທີ່ຕຳຫລວດຈັງຫວັດມຸກດາຫານເລັ່ງສືບສວນ-ສອບສວນ ແລະ ຈັບຕົວຜູ້ກ່ຽວ ສົ່ງມາລາວ ເພື່ອດຳເນີນຄະດີ ແລະ ເອົາເງິນຄືນມາທະນາຄານ, ແຕ່ຜ່ານການສືບສວນຮູ້ວ່າ: ສ່ວນເງິນທີ່ເອົາໄປ
ນັ້ນພົບວ່າຜູ້ ກ່ຽວໄດ້ໄປຊື້ດິນ ແລະ ລົງທຶນປະກອບກິດຈະການຮ້ານອາຫານໃນແຂວງສະຫວັນະເຂດ, ຂະນະທີ່ຕຳຫລວດແຂວງມຸກດາຫານໄດ້ປະສານໄປຫາເຈົ້າໜ້າທີ່ຕຳຫລວດໃນແຂວງໃກ້ຄຽງ ທີ່ຄາດ ວ່າຜູ້ກ່ຽວຈະໃຊ້ເປັນເສັ້ນທາງຫລົບໜີ ແລະ ຫາຂໍ້ມູນເພີ່ມ ຕື່ມວ່າຜູ້ກ່ຽວມີຄົນຮູ້ຈັກ ຫລື ຍາດພີ່ ນ້ອງອາໄສຢູ່ປະເທດໄທຫລືບໍ່, ແຕ່ກໍຍັງບໍ່ທັນພົບເຫັນ.

   ແນວໃດກໍຕາມ, ພາຍຫລັງທີ່ມີການລາຍງານຄວາມຄືບໜ້າດັ່ງກ່າວອອກມາ, ກໍໄດ້ມີການເຜີຍແຜ່ຕໍ່ຢ່າງກວ້າງຂວາງໃນ ສື່ສັງຄົມອອນລາຍ ແລະ ໄດ້ມີຜູ້ທີ່ເຂົ້າໄປສະແດງຄວາມຄິດເຫັນຫລາຍສົມຄວນ, ໂດຍສະເພາະຢາກໃຫ້ທະນາຄານ ການຄ້າແຫ່ງປະເທດລາວມະຫາຊົນ ອອກມາຊີ້ແຈງຄວາມເປັນຈິງ ແລະ ກວດສອບໃຫ້ລະອຽດວ່າມີໃຜແດ່ ທີ່ຮ່ວມໃນຂະ ບວນການສໍ້ໂກງຄັ້ງນີ້, ເພາະວ່າທະນາຄານການຄ້າແຫ່ງປະເທດລາວເປັນທະນາຄານມະຫາຊົນ, ເຊິ່ງມີລູກຄ້າຊື້ຮຸ້ນເປັນຈຳ ນວນຫລາຍຈຶ່ງຕ້ອງມີການອອກມາອະທິບາຍຊີ້ແຈງຕໍ່ສາທາລະນະຊົນໄດ້ຮັບຮູ້.

No comments:

Post a Comment