Ad

Ad

12 May 2015

ນັກ​ສຶກສາລາ​ວ 7 ຄົນ​ໄດ້​ຮັບ​ທຶນ​ໄປ​ສຶກສາ​ຕໍ່​ທີ່​ປະ​ເທດ​ຝຣັ່ງ



        ໃນວັນທີ 9 ພຶດສະພານີ້, ຢູ່ສະຖາບັນຝຣັ່ງ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບອຸປະກອນໄອທີຈຳ ນວນໜຶ່ງໃຫ້ ນັກສຶກສາທີ່ຖືກຄັດ ເລືອກຈາກ ການສອບເສັງໄປສຶກສາຕໍ່ທີ່ປະ ເທດຝຣັ່ງ ໂດຍການເຂົ້າຮ່ວມ ຂອງຜູ້ອຳນວຍ ການບໍລິສັດ ໄຟຟ້ານ້ຳເທີນ 2 ແລະ ທ່ານເອກອັກ ຄະລັດ ຖະທູດຝຣັ່ງປະຈຳລາວ ພ້ອມນັກຮຽນ ແລະ ຄູອາຈານ ເຂົ້າຮ່ວມ ເປັນຈຳ ນວນຫລາຍ.
      ການມອບອຸປະກອນໄອທີໃນຄັ້ງນີ້ ກໍເພື່ອນຳໃຊ້ເຂົ້າໃນການ ສຶກສາຮ່ຳຮຽນ ແລະ ຄົ້ນຄວ້າໃນໄລຍະທີ່ຮ່ຳຮຽນຢູ່ປະເທດ ຝຣັ່ງ ພາຍໃຕ້ໂຄງການທຶນການສຶກສາເພື່ອອະນາຄົດທີ່ສົດໃສ ໂດຍການຮ່ວມມືລະຫວ່າງສະຖານທູດຝຣັ່ງ ແລະ ບໍລິສັດ ໄຟ ຟ້ານ້ຳເທີນ 2 (NTPC), ໄດ້ຄັດເລືອກເອົານັກສຶກສາລາວຈຳ ນວນ 7 ຄົນ ເພື່ອໄປສຶກສາຕໍ່ເປັນເວລາ 2 ປີໃນຂະແໜງເຕັກ ໂນໂລຊີ ທີ່ມະຫາວິທະຍາໄລ ຕ່າງໆໃນປະເທດຝຣັ່ງ ເຊິ່ງຈະ ເລີ່ມອອກເດີນທາງໃນເດືອນສິງຫານີ້.

        ທ່ານອຳນວຍການບໍລິສັດ ໄຟຟ້ານ້ຳເທີນ 2 ໄດ້ກ່າວວ່າ: ເພື່ອຮັບປະກັນໃຫ້ນັກສຶກສາທີ່ມີ ຄຸນນະພາບດີ, ທາງຄະນະ ກຳມະການໄດ້ມີການສອບເສັງຄັດເລືອກທີ່ເຂັ້ມງວດ ໂດຍປະກອບ ມີພາກຂຽນ ແລະ ສົນທະນາກັນລະຫວ່າງອາຈານສອນ ພາສາຝຣັ່ງ ແລະ ນັກສຶກສາຜູ້ເຂົ້າສອບ ເສັງ ຈຳນວນ 175 ຄົນ ທີ່ມາ ຈາກ 4 ແຂວງ ຄືນະຄອນຫລວງວຽງຈັນ, ສະຫວັນ ນະເຂດ, ຫລວງພະບາງ ແລະ ຈຳປາສັກ ເຊິ່ງໄດ້ຄັດເລືອກເອົາພຽງແຕ່ 7 ຄົນເທົ່ານັ້ນ ທີ່ໄດ້ທຶນໄປສຶກສາຕໍ່ຢູ່ປະເທດຝຣັ່ງ, ພາຍຫລັງຮຽນຈົບແລ້ວຈະໄດ້ຮັບການຄັດເລືອກເຂົ້າເຮັດວຽກຢູ່ບໍລິສັດ ໄຟ ຟ້ານ້ຳເທີນ 2 ແລະ ຫວັງຢ່າງຍິ່ງວ່ານັກສຶກສາທຸກ ຄົນຈະຕັ້ງ ໃຈສຶກສາຮ່ຳຮຽນ ເພື່ອນຳເອົາ ຄວາມຮູ້ທີ່ໄດ້ຮ່ຳຮຽນນັ້ນມາພັດ ທະນາຊັບພະຍາກອນມະນຸດຂອງປະເທດໃຫ້ເຂັ້ມ ແຂງຂຶ້ນເລື້ອຍໆ.

No comments:

Post a Comment