Ad

Ad

12 May 2015

ສັດລ້ຽງ​ເມືອງ​ນາ​ຊາຍ​ທອງ ເກີດການລະບາດພະຍາດປາກເປື່ອຍລົງເລັບ



ຕາມການໃຫ້ສຳພາດຜ່ານໂທລະສັບຂອງທ່ານ ນາງ ສຸດສະດາ ອິນທະສົມ ຫົວ ໜ້າໜ່ວຍງານລ້ຽງສັດ ແລະ ການປະມົງເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຕໍ່ນັກຂ່າວພວກເຮົາໃນວັນທີ 11 ພຶດສະພານີ້ວ່າ: ປັດຈຸບັນສັດ ລ້ຽງຢູ່ບ້ານນາຄູນ ແລະ ບ້ານນາຊັບ ເກີດການລະບາດຂອງພະຍາດປາກເປື່ອຍລົງເລັບຢ່າງຮ້າຍແຮງ ຊຶ່ງມີງົວ-ຄວາຍຕິດເຊື້ອພະຍາດດັ່ງກ່າວແລ້ວ 100 ກວ່າໂຕ, ໃນນັ້ນມີງົວ 70 ກວ່າໂຕ, ຄວາຍ 2 ໂຕ, ຕໍ່ການລະບາດຂອງພະຍາດດັ່ງກ່າວທາງ ໜ່ວຍງານ ລ້ຽງສັດເມືອງນາຊາຍທອງ ກໍໄດ້ສົມທົບກັບ, ກົມລ້ຽງສັດ ເລະ ການປະມານ ແລະ ພະແນກລ້ຽງສັດແລະການປະມົງນະຄອນຫລວງວຽງຈັນ, ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນລົງຊ່ວຍເຫຼືອປະຊາຊົນ, ໂດຍການສະໜອງຢາປິ່ນປົວ ແລະ ຈັດຝຶກ ອົບຮົມວິທີປ້ອງກັນພະຍາດດັ່ງກ່າວໃຫ້ແກ່ປະຊາຊົນ, ຊຶ່ງມາຮອດປັດຈຸບັນສາ ມາດປິ່ນປົວສັດຫາຍດີແລ້ວຈຳນວນໜຶ່ງ ແລະ ສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດອອກສູ່ວົງ ກວ້າງທາງໜ່ວຍງານ ກ່ຽວຂ້ອງກໍໄດ້ກຽມແຜນປ້ອງກັນຢູ່ 14 ບ້ານໃກ້ຄຽງທີ່ມີຄວາມສ່ຽງ.
ຫົວໜ້າໜ່ວຍງານລ້ຽງສັດແລະການປະມົງເມືອງນາຊາຍທອງໃຫ້ຮູ້ອີກວ່າ: ການການລະບາດຂອງພະຍາດ ປາກເປື່ອຍລົງເລັບ ຢູ່ໃນເມືອງຂອງຕົນ ຄັ້ງຫຼ້າສຸດແມ່ນໃນປີ 2008, ​ເນື່ອງຈາກການເຄື່ອນຍ້າຍສັດທີ່ຕິດເຊື້ອພະ ຍາດຈາກເຂດອື່ນມາໂດຍບໍ່ໄດ້ຮັບການກວດກາ.

No comments:

Post a Comment