Ad

Ad

21 May 2015

ຍົກລະດັບການສ້າງແຜນທຸລະກິດ ແລະ ການຕະຫລາດໃຫ້ກຸ່ມຜະລິດ 5 ແຂວງພາກໃຕ້



      ໃນທ້າຍອາທິດຜ່ານມາ, ໂຄງການສົ່ງເສີມການຜະລິດສິນຄ້າກະສິກຳ ແລະ ປ່າໄມ້ແບບຍືນຍົງ ໄດ້ຈັດຊຸດອົບຮົມພາຍ ໃຕ້ຫົວຂໍ້ການຮ່ວມມື 3 ຝ່າຍ (ຜູ້ປະກອບການ, ກຸ່ມຜູ້ຜະລິດ ແລະ ພາກລັດ), ການສ້າງແຜນທຸລະກິດ ແລະ ຍຸດທະສາດ ການຕະຫລາດໃຫ້ແກ່ພະນັກງານໂຄງການສົ່ງເສີມການຜະລິດສິນຄ້າ ກະສິກຳ ແລະ ກຸ່ມຜູ້ຜະລິດຢູ່ 5 ແຂວງພາກໃຕ້ຂຶ້ນ ທີ່ສູນຄົ້ນຄວ້າ ແລະ ຂະຫຍາຍເມັດພັນເຂົ້າໂພນງາມ ແຂວງຈຳປາສັກ ເພື່ອແນໃສ່ໃຫ້ຜູ້ປະກອບການດັ່ງກ່າວ ແລະ ພາກລັດໄດ້ຖອດຖອນບົດ ຮຽນຮ່ວມກັນກ່ຽວກັບການຈັດຕັ້ງປະຕິບັດແຜນຮ່ວມມືໃນໄລຍະຜ່ານ ມາວ່າມີອັນໃດດີເພື່ອ ສົ່ງເສີມ ແລະ ອັນໃດຍັງຄ້າງຄາຫຍຸ້ງຍາກ ເພື່ອຈະໄດ້ພ້ອມກັນປັບປຸງແກ້ໄຂ, ພ້ອມກັນສ້າງແຜນຍຸດທະສາດການຜະລິດ ແລະ ການຕະຫລາດໃຫ້ແຂງແຮງກວ່າເກົ່າເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ປະເທດຊາດ.
      ທ່ານ ວິໂນດ ວັນສີ ຫົວໜ້າ ຫ້ອງການຄຸ້ມຄອງໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການສົ່ງ ເສີມການຜະລິດກະສິກຳ ແລະ ປ່າໄມ້ແບບຍືນຍົງນີ້ ແມ່ນພວກເຮົາໄດ້ເລີ່ມປະຕິບັດມາແຕ່ປີ 2010 ຢູ່ 36 ກຸ່ມ ໃນ 5 ແຂວງພາກໃຕ້ ຄືຈຳປາສັກ, ສາລະ
ວັນ, ເຊກອງ, ອັດຕະປື ແລະ ແຂວງສະຫວັນນະເຂດ ໃນວົງເງິນສະໜັບສະໜູນ 35 ລ້ານໂດລາສະຫະລັດ ເຊິ່ງຈະສິ້ນສຸດ ລົງໃນເດືອນມິຖຸນາ 2015 ນີ້ ແລະ ເຫັນວ່າການຈັດຕັ້ງປະຕິບັດໂຄງ ການດັ່ງກ່າວກໍມີຜົນສຳເລັດຫລາຍດ້ານເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ ແລະ ປັດໄຈການຜະລິດຕ່າງໆ ເພື່ອສະໜອງໃຫ້ປະຊາຊົນທີ່ນອນຢູ່ໃນ 66 ໂຄງການຊຸກ ຍູ້ການຜະລິດ, 5 ໂຄງການຊຸກຍູ້ການລ້ຽງສັດ ແລະ ການຮັກສາສຸຂະພາບສັດ ແລະ ຄາດວ່າໃນຕໍ່ໜ້ານີ້ ທາງທະນາຄານ ພັດທະນາອາຊີ (ADB) ກໍມີແຜນຈະໃຫ້ການສະ ໜັບສະໜູນໂຄງການດັ່ງກ່າວໃນວົງເງິນ 200 ລ້ານໂດລາ ສຳລັບກຳປູເຈຍ, ລາວ ແລະ ມຽນມາ. ດັ່ງນັ້ນ ໃນເບື້ອງລາວເຮົາກໍຈະຕ້ອງໄດ້ເຮັດການຕີລາຄາໂຄງການໃຫ້ດີເພື່ອພວກ ເຮົາຈະໄດ້ຮັບທຶນສະໜັບສະໜູນດັ່ງກ່າວ ຕື່ມອີກ.


No comments:

Post a Comment