Ad

Ad

21 May 2015

ການລັກລອບຕັດໄມ້ມີທ່າອ່ຽງຫຼຸດລົງ



ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ໄລຍະຜ່ານມາຂະແໜງການຂອງຕົນ ເອົາໃຈໃສ່ ສຶກສາ ອົບຮົມເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍ ສັກນ້ຳ- ສັດປ່າ ໃຫ້ປະຊາຊົນຢູ່ເຂດຄຸ້ມຄອງ ປ່າໄມ້ຂອງບ້ານ ແລະ ນຳໃຊ້ ມາດຕະການຕ້ານປາກົດການຫຍໍ້ ທໍ້ຢ່າງເຂັ້ມງວດ, ເຮັດໃຫ້ການລັກລອບຕັດ ໄມ້ທຳລາຍປ່າແບບຜິດກົດໝາຍຫຼຸດໜ້ອຍ ຖອຍລົງ, ເຫັນໄດ້ໃນ 1 ເດືອນຜ່ານ ມາໜ່ວຍງານກວດກາປ່າໄມ້ກວດພົບການຂ້າ-ຂາຍ ໄມ້ແບບຜິດກົດໝາຍມີ ຈຳນວນຫຼຸດລົງເມື່ອທຽບໃສ່ເມື່ອກ່ອນ, ແຕ່ເຖິງຢ່າງໃດກໍຕາມເພື່ອກຳ ຈັດຂະ ບວນການລັກ ລອບຕັດໄມ້ ແລະ ຄ້າໄມ້ຜິດກົດໝາຍໃຫ້ໝົດໄປ, ທາງຂະແໜງກະສິກຳ ແລະ ປ່າໄມ້ຈະເລັ່ງສືບຕໍ່ລົງ ເຮັດ ວຽກຮ່ວມກັບຄະນະສະເພາະກິດກວດກາການເຄື່ອນຍ້າຍໄມ້ ແລະ ການລັກລອບຊື້-ຂາຍແບບບໍ່ຖືກຕ້ອງ ຕາມກົດໝາຍ, ພ້ອມສົມທົບກັບກົມຄຸ້ມຄອງຊັບພະຍາ ກອນໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ລົງຕິດ ຕາມກວດກາການຂຸດຄົ້ນໄມ້ ແລະ ການສົ່ງອອກໄມ້ຢູ່ຕາມດ່ານຊາຍແດນຕ່າງໆ.

No comments:

Post a Comment