Ad

Ad

21 May 2015

ປັບ​ຄ່າແຮງ​ງານ​ຂັ້ນ​ຕ່ຳ​ຂຶ້ນ​ໄດ້​ ຈະ​ສາມາດຫລຸດຜ່ອນ​ແຮງ​ງານອອກ​ນອກ​ປະ​ເທດ



     ການພັດທະນາເສດຖະກິດ-ສັງຄົມຢູ່ປະເທດເຮົາ ນັບວ່າມີການຂະຫຍາຍຕົວດີຂຶ້ນເປັນລຳດັບ,ໂດຍສະເພາະການລົງທຶນຂອງພາຍໃນແລະ ຕ່າງປະເທດເຫັນວ່າເພີ່ມຂຶ້ນສ້າງໜໍ່ແໜງໃຫ້ໂຮງຈັກ, ​ໂຮງງານ, ຫົວໜ່ວຍການຜະລິດຕ່າງໆ, ​ມີການເຕີບໃຫຍ່ເຂັ້ມແຂງຍິ່ງຂຶ້ນ. ດັ່ງນັ້ນການປັບຄ່າແຮງງານຂັ້ນຕ່ຳ ຈາກ 6 ​ແສນກີບມາເປັນ 9 ​ແສນກີບ/​ເດືອນ/ຄົນ, ​ຊຶ່ງເລີ່ມາແຕ່ຕົ້ນເດືອນມີນາ 2015 ນີ້ເປັນຕົ້ນມາແລະເຫັນວ່າສິ່ງນັ້ນມັນມີຄວາມສຳຄັນຍິ່ງຕໍ່ຊີວິດການເປັນຢູ່ຂອງຜູ້ອອກແຮງງານແລະ ທັງເປັນການຫລຸດຜ່ອນການໄປອອກແຮງງານຢູ່ຕ່າງປະເທດອີກດ້ວຍ. ​ແຕ່ໜ້າເສຍດາຍຈົນມາຮອດດຽວນີ້ກໍຍັງມີຫລາຍຫົວໜ່ວຍເສດຖະກິດເມີນເສີຍຕໍ່
ການປະຕິບັດຄຳສັ່ງດັ່ງກ່າວເຮັດໃຫ້ຜູ້ອອກແຮງງານຢູ່ລຽບຕາມ​​ແມ່ນ້ຳຂອງ, ຜູ້ທີ່ມີເງື່ອນໄຂ ກໍໄດ້ທະຍອຍກັນອອກໄປຊອກຫາວຽກເຮັດງານທຳຢູ່ປະເທດໄກ້ຄຽງເພື່ອຊອກເງິນຄຳກັບມາເຈືອຈູລ້ຽງຊີວິດ​ຄອບຄົວໃຫ້ມີຢູ່ມີກິນດັ່ງນັ້ນເພື່ອຫລີກເວັ້ນສະພາບດັ່ງກ່າວ ພາກ ສ່ວນກ່ຽວຂ້ອງຄວນລົງກວດກາຄືນຢູ່ຕາມບັນດາຫົວໜ່ວຍທຸລະກິດຕ່າງໆໃຫ້ເຂັ້ມງວດຕໍ່ການຈັດຕັ້ງປະຕິບັດມະຕິຄຳສັ່ງຂອງລັດຖະບານໃນການປັບຄ່າ​​​ແຮງງານຂັ້ນຕ່ຳ,ເພື່ອເຮັດແນວໃດໃຫ້ກຳມະກອນມີຄວາມສາມາດຢູ່ໄດ້ເພື່ອຫລຸດຜ່ອນການຫລັ່ງໄຫລຂອງແຮງງານອອກນອກປະເທດຄືດັ່ງທີ່ເປັນຢູ່ໃນທຸກວັນນີ້.

No comments:

Post a Comment