Ad

Ad

21 May 2015

ຕຳຫລວດຮຽກຮ້ອງໃຫ້ຜູ້ຂັບລົດໃຫຍ່ຕຳຄົນຕາຍຢູ່ເສັ້ນທາງເຂດບ້ານໜອງດາມອບຕົວເພື່ອໂທດຈະເບົາລົງ



ເຈົ້າໜ້າທີ່ຈະລາຈອນເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 5 ໂມງແລງຂອງວັນທີ 19 ພຶດສະພານີ້ ໄດ້ເກີດອຸປະຕິເຫດລົດໃຫຍ່ຄັນໜຶ່ງບໍ່ຊາບຍີ່ຫໍ້ ແລະ ໝາຍເລກທະບຽນຕຳຄົນຍ່າງຕາມທາງແລ້ວຫລົບໜີ ຢູ່ເສັ້ນທາງເຂດບ້ານໜອງດາ ເມືອງສີໂຄດຕະບອງ ຈາກນັ້ນ ບໍ່ດົນກໍມີລົດກະບະອີກຄັນໜຶ່ງທີ່ແລ່ນມານຳຫລັງໄດ້ຢຽບ ຊ້ຳຮ່າງຜູ້ເຄາະຮ້າຍດັ່ງກ່າວ ແລະ ມີລົດຈັກຄັນໜຶ່ງທີ່ແລ່ນມານຳຫລັງກໍໄດ້ຕຳເອົາທ້າຍລົດກະບະເຊັ່ນກັນຈົນໄດ້ຮັບບາດເຈັບ ແລະ ພາຍຫລັງຮູ້ວ່າຜູ້ຕາຍຊື່ທ້າວ ພອນ ອາຍຸ 28 ປີ ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງນະ ຄອນຫລວງວຽງຈັນ ປັດຈຸ ບັນເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ຫາຕົວຜູ້ຂັບລົດໃຫຍ່ຄັນທີ່ຕຳເບື້ອງຕົ້ນມາດຳເນີນຄະດີຕາມກົດໝາຍ ແລະ ຖ້າຫາກອອກມາຍອມມອບຕົວຕໍ່ເຈົ້າໜ້າທີ່ອາດຈະເຮັດໃຫ້ໂທດເບົາລົງ.
    ເຈົ້າໜ້າທີ່ ກ່າວວ່າ: ປັດຈຸບັນ, ອຸປະຕິເຫດບົນທ້ອງຖະໜົນຢູ່ໃນຕົວເມືອງແມ່ນເກີດຂຶ້ນຢ່າງລຽນຕິດໃນແຕ່ລະມື້, ຂະນະທີ່ກໍລະນີມີການຕຳແລ້ວໜີກໍມັກພົບເຫັນຫລາຍ, ສະນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ຜູ້ຂັບຂີ່ທຸກຄົນຈົ່ງມີສະຕິລະວັງຕົວ ສູງໃນການໃຊ້ລົດໃຊ້ຖະໜົນ, ເພື່ອຫລີກລ້ຽງບໍ່ໃຫ້ເກີດອຸປະຕິເຫດ ແລະ ສິ່ງເສຍຫາຍຕາມມາ.

No comments:

Post a Comment