Ad

Ad

18 May 2015

ຍ່າງເພື່ອສຸຂະພາບ ແລະ ວາງສະແດງກິດຈະກຳໂທລະຄົມມະນາຄົມ ເນື່ອງໃນໂອກາດວັນ



           ສ້າງຕັ້ງສະຫະພາບໂທລະຄົມມະນາຄົມສາກົນຄົບຮອບ 150 ປິຕອນເຊົ້າ ຂອງວັນທີ 16 ພຶດສະພານີ້, ກະ ຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ ສານໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ວາງສະແດງກິດຈະກຳ ໂທລະຄົມມະ ນາຄົມ, ເນື່ອງໃນໂອກາດວັນ ສ້າງຕັ້ງສະຫະພາບໂທລະຄົມມະນາຄົມສາກົນຄົບ ຮອບ 150 ປິ ຂຶ້ນ ຢູ່ປະ ຕູໄຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ ນຳວຽກງານເສດຖະ ກິດມະຫາພາກທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີໂທ ລະຄົມມະນາຄົມ ແລະ ການສື່ສານ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ, ບັນດາກະຊວງ, ສຳນັກງານອົງການ ແລະ ພະນັກງານ-ລັດຖະ ກອນເຂົ້າຮ່ວມຢ່າງ ຫຼວງຫຼາຍ.
ທ່ານລັດຖະມົນຕີວ່າການກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານກ່າວວ່າ: ວັນທີ 17 ພຶດສະ ພານີ້, ເປັນວັນຄົບຮອບວັນສ້າງຕັ້ງສະຫະພາບໂທລະຄົມມະນາຄົມສາກົນ  ( ITU ) ຄົບຮອບ 150 ປີ ແລະ ເປັນວັນ ແຫ່ງໂທລະຄົມມະນາຄົມ ແລະ ສັງຄົມຂໍ້ມູນຂ່າວສານຂອງໂລກ, ອົງການໂທລະຄົມມະນາຄົມສາກົນແມ່ນຂະແໜງ
ການໜຶ່ງຂອງລະບົບອົງການສະຫະປະຊາຊາດ, ເປັນບ່ອນລວມສູນການພັດທະນາເຕັກໂນໂລຊີ, ສື່ສານ ແລະ ຂໍ້ມູນ ຂ່າວສານ, ເປັນກຳລັງຄັບເຄື່ອນການ ສື່ສານໃຫ້ວ່ອງໄວ ແລະ ທົ່ວເຖິງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ແລະ ວິຖີຊີວິດຂອງຄົນໃຫ້ມີຄວາມສະດວກ, ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງອົງການ ດັ່ງກ່າວແມ່ນການເລີ່ມໃຊ້ພາຫະນະການສື່ ສານທີ່ປະຖົມປະຖານ, ກ້າວໄປເຖິງພາຫະນະສື່ສານທີ່ກ້າວໜ້າ, ຢ່າງບໍ່ຢຸດ ຢັ້ງ, ເລີ່ມແຕ່ການນຳໃຊ້ໂທລະເລກ, ໂທລະສັບ, ວິທະຍຸກະຈາຍສຽງ, ໂທລະພາບ, ການສື່ສານຜ່ານດາວທຽມ, ຕໍ່ມາ ແມ່ນການນຳໃຊ້ອິນເຕີເນັດ ແລະ ປັດຈຸບັນແມ່ນການນຳໃຊ້ສື່ສັງຄົມອອນລາຍ, ອັນເຮັດໃຫ້ໂລກຂອງພວກເຮົາໄດ້ຍັບ ມໍ່ທາງດ້ານໄລຍະທາງ ແລະ ກວ້າງຂວາງທາງດ້ານເນື້ອໃນ ແລະ ສາລະໜ້າຮູ້ຕ່າງໆ. ລັດຖະມົນຕີກ່າວວ່າ: ສຳລັບ ສປປ ລາວ ເຂົ້າເປັນສະມາຊິກອົງການໂທລະຄົມມະນາຄົມ ນັບແຕ່ວັນທີ 3 ເມສາ 1952 ເປັນຕົ້ນມາ, ລັດຖະບານລາວຍາມ ໃດກໍໃຫ້ຄວາມສຳຄັນຂອງວຽກງານໂທລະຄົມມະນາຄົມ ແລະ ການສື່ສານ ແລະຖືເອົາວຽກງານນີ້ສອດຫ້ອຍເຂົ້າໃນຂະ ແໜງວຽກງານຕ່າງໆ, ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ, ເຕັກໂນໂລຊີທີ່ທັນສະໄໝໄດ້ຖືກນຳໃຊ້ໃນລາວ ພວກເຮົາຢ່າງ ກວ້າງຂວາງ, ລັດຖະບານໄດ້ສົ່ງເສີມໃຫ້ມີການນຳໃຊ້ເຕັກໂນໂລຊີນີ້ໃນທຸກຂະແໜງການ ແລະ ທົ່ວສັງຄົມ, ເພື່ອໃຫ້ສາ ມາດເຂົ້າເຖິງຂໍ້ມູນຂ່າວສານຫຼາຍເທົ່າທີ່ຈະຫຼາຍໄດ້, ແລະການນຳໃຊ້ເຕັກໂນໂລຊີໃຫ້ເປັນປະໂຫຍດຫຼືເປັນໄພແມ່ນຂຶ້ນ ກັບຜູ້ນຳໃຊ້ ແລະ ໂອກາດນີ້ພວກເຮົາຕ້ອງຍົກສູງພາລະບົດບາດ ແລະ ອຸດົມການຂອງອົງການນີ້, ໂດຍຫັນເອົາເຕັກໂນ ໂລຊີເຂົ້າໃນການເຄື່ອນໄຫວວຽກງານຕົວຈິງຂອງແຕ່ລະຄົນ ເລະ ຂອງແຕ່ ລະຂະແໜງການໃຫ້ມີຄຸນປະໂຫຍດສູງ, ອຳ ນວຍຄວາມສະດວກໃຫ້ວິຖີຊີວິດ ປະຈຳວັນຂອງພວກເຮົາ, ໃຫ້ເປັນກຳລັງຄັບເຄື່ອນໃນການພັດທະນາເສດຖະກິດ-ສັງຄົມທີ່ຍືນຍົງ, ຫຼີກເວັ້ນການນຳໃຊ້ທີ່ເປັນພິດໄພໃຫ້ແກ່ຕົນເອງ ແລະ ສັງຄົມ.

No comments:

Post a Comment