Ad

Ad

6 May 2015

ຜູ້ປະກອບການຢາກໃຫ້ພາກລັດຫລຸດຂັ້ນຕອນດ້ານລະບຽບຕໍ່ບັນຍາກາດການຄ້າ-ການລົງທຶນ



    ເມື່ອບໍ່ດົນມານີ້, ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ, ໄດ້ສຳຫລວດ ຄວາມຄິດເຫັນຂອງນັກທຸລະກິດລາວ ເກືອບ 300 ຄົນ ກ່ຽວກັບບັນຫາການເປີດ ກວ້າງດ້ານການຄ້າຢູ່ລາວ ແລະ ຜົນຂອງການສຳຫລວດເທື່ອນີ້ແມ່ນມີຂໍ້ມູນ ຫລາຍອັນສຳຄັນທີ່ສະທ້ອນໃຫ້ເຫັນເຖິງຄວາມສະດວກ ແລະ ສິ່ງກີດຂວາງຕໍ່ ບັນຍາກາດການດຳເນີນທຸລະກິດ, ລວມ ເຖິງບັນຫາທ້າທາຍທີ່ຈະເຊື່ອມ ໂຍງເຂົ້າກັບພາກພື້ນ ແລະສາກົນໃນຕໍ່ໜ້າ, ຊຶ່ງຄວາມຄິດເຫັນຂອງນັກ ທຸລະກິດສ່ວນ ຫລາຍຕ້ອງການໃຫ້ພາກລັດປັບປຸງບັນຍາກາດການສົ່ງເສີມດ້ານການຄ້າ-ການລົງທຶນໃຫ້ດີກວ່າເກົ່າ, ໂດຍສະເພາະແມ່ນ ການຫລຸດຂັ້ນຕອນດ້ານລະບຽບການ ຫລື ເອກະສານທີ່ມີຫລາຍຂັ້ນຫລາຍຂອດ, ຫລຸດຜ່ອນອັດ ຕາພາສີ, ສົ່ງເສີມ ການບໍລິການຜ່ານປະຕູດຽວໃຫ້ກວ້າງຂວາງ, ເປີດກວ້າງການນຳເຂົ້າແບບບໍ່ຜ່ານນາຍໜ້າອື່ນໆ. ນອກຈາກນີ້, ລັດຕ້ອງເພີ່ມທະວີເອົາໃຈໃສ່ໃນການບໍລິການໃຫ້ຄຳປຶກສາແກ່ທຸລະກິດຂະໜາດນ້ອຍ ແລະ ກາງ, ລວມເຖິງການໂຄສະ ນາຜະລິດຕະພັນສີນຄ້າຂອງລາວຢ່າງແຂງແຮງ ເພື່ອສ້າງຄວາມເຂັ້ມແຂງໃນການແຂ່ງຂັນດ້ານການຄ້າ ແລະ ຍາດແຍ່ງ ຜົນປະໂຫຍດສູງສຸດຈາກການສົ່ງອອກ.

    ສະພາການຄ້າ ແລະ ອຸສະຫະກຳແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລາວມີຄວາມພະຍາຍາມສູງໃນການ ພັດທະ ນາໂຄງສ້າງດ້ານນະໂຍບາຍທີ່ເອື້ອອຳນວຍໃຫ້ແກ່ການສົ່ງເສີມການຄ້າລະຫວ່າງປະເທດໃຫ້ມີການເຕີບໂຕໄວ, ແຕ່ຜົນ ສຳຫລວດຄັ້ງນີ້ໄດ້ຊີ້ໃຫ້ເຫັນວ່າພາກລັດຖະບານ ແລະເອກກະຊົນຕ້ອງໄດ້ມີການປຶກສາຫາລືຢ່າງຈິງຈັງ ຮ່ວມກັນ ຫລາຍຂຶ້ນເພື່ອປັບປຸງບັນດາລະບຽບຫລັກການທີ່ບໍ່ສອດຄ່ອງ ແລະ ກົດໜ່ວງທ່ວງດຶງການພັດທະນາເສດຖະກິດໂດຍ ລວມຂອງປະເທດ, ກໍຄືຄວາມອາດສາມາດໃນການແຂ່ງຂັນດ້ານການຄ້າ-ການລົງທຶນໃນຍຸກທີ່ມີການເປີດກວ້າງການ ພົວພັນຮ່ວມມືກັບພາກພື້ນ ແລະ ສາກົນຢ່າງຫລວງຫລາຍນັບທັງປັດຈຸບັນ ແລະ ໃນອານາຄົດຂ້າງໜ້າ, ໂດຍສະເພາະ ພວກເຮົາຕ້ອງໄດ້ມີການໂຄສະນາຜ່ານສື່ໃຫ້ຫລາຍເພື່ອຍົກສູງຄວາມຮູ້ກ່ຽວກັບນະໂຍບາຍການຄ້າ, ສັນຍາການຄ້າ, ຂັ້ນຕອນການດຳເນີນການຄ້າຂອງລາວ, ພ້ອມກັນນັ້ນກໍຕ້ອງສ້າງແຜນງານເພື່ອຊ່ວຍເຫລືອວິສາຫະກິດຂະໜາດນ້ອຍ ແລະ ກາງ ພັດທະນາຂີດຄວາມສາມາດຂອງພວກເຂົາໃນການສົ່ງອອກສີນຄ້າ, ໂດຍຜ່ານການຊອກຕະຫລາດໃໝ່ເພີ່ມ ຂຶ້ນ ແລະ ຊຸກຍູ້ຊ່ວຍເຫລືອໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມວາງສະແດງສີນຄ້າໃນລະດັບພາກພື້ນ ແລະ ສາກົນຕ່າງໆ, ໂດຍສະ
ເພາະບັນດາຫົວໜ່ວຍທຸລະກິດທີ່ຫາກໍເຂົ້າຮ່ວມການຄ້າລະຫວ່າງປະເທດ.

No comments:

Post a Comment