Ad

Ad

21 May 2015

ສະພາ​ແຫ່ງ​ຊາດລາວ-ອິນ​ໂດ​ເນ​ເຊຍສືບຕໍ່ຮັດ​ແໜ້ນ​ການ​ຮ່ວມ​ມືສອງຝ່າຍ



ໃນວັນທີ 20 ພຶດສະພາ 2015, ຢູ່ສະພາແຫ່ງຊາດ, ທ່ານ ດຣ ກຸແກ້ວ ອັກຄະມົນຕີ ປະທານກຳມາທິການຕ່າງປະເທດຂອງສະພາແຫ່ງຊາດໄດ້ພົບປະກັບ ທ່ານ ທັນໂຕວາຍ ຢາຢາ(Tantowi YAHYA) ຫົວໜ້າກຳມາທິການປ້ອງກັນຊາ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດແລະ ຂໍ້ມູນຂ່າວສານຂອງສະພາຜູ້ແທນລາດຊະດອນອິນໂດເນເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມແລະເຮັດວຽກຮ່ວມກັບສະພາແຫ່ງຊາດ.
          ທ່ານ ດຣ ກຸແກ້ວ ອັກຄະມົນຕີໄດ້ສະແດງຄວາມຊົມເຊີຍແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ສປປ ລາວໃນຄັ້ງນີ້ເຊິ່ງເປັນການປະກອບສ່ວນ​​ເສີມສ້າງສາຍພົວພັນຮ່ວມມືຂອງສອງປະເທດ​ ​ໂດຍສະເພາະເປັນ
ການຮັດແໜ້ນການພົວພັນຮ່ວມມືຂອງສະພາແຫ່ງຊາດລາວແລະ ສະພາຜູ້ແທນລາດຊະດອນອິນໂດເນເຊຍໃຫ້ແໜ້ນແຟ້ນ ຍິ່ງຂຶ້ນແລະທັງເປັນການສືບຕໍ່ຜັນຂະຫຍາຍແລະ ຊຸກຍູ້ການຮ່ວມມືແລະ ສະໜັບສະໜູນເຊິ່ງກັນແລະ ກັນ ລະຫວ່າງສອງປະເທດ ກໍຄືສອງ​​ອົງການນິຕິບັນຍັດລາວ-ອິນໂດເນເຊຍໃຫ້ປາກົດຜົນເປັນຈິງ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ ສອງປະເທດ.
          ໃນການພົບປະກັນຄັ້ງນີ້ ທັງສອງຝ່າຍໄດ້ສະ​​ເໜີສະພາບການພັດທະນາເສດຖະກິດ-ສັງຄົມໃຫ້ກັນຊາແລະສະເໜີແຜນນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ: ສືບຕໍ່ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນລະດັບສູງຂອງລາວແລະ ອິນໂດເນເຊຍເພື່ອຖອດຖອນບົດຮຽນ​​ຮ່ວມກັນໃຫ້ຫລາຍຂຶ້ນ, ຊຸກຍູ້ການຮ່ວມມືກັນໃນເວທີພາກພື້ນແລະ ສາ ກົນພ້ອມທັງສົ່ງເສີມການລົງທຶສອງຝ່າຍຕາມຂະແໜງການທີ່ເປັນທ່າແຮງອັນບົ່ມຊ້ອນຂອງ​​ສອງປະເທດ.

No comments:

Post a Comment