Ad

Ad

27 May 2015

ບໍ່​ຄຳ​ເຊ​ໂປ​ນ ມອບ​ລົດ ຊ່ວຍ​ເຫລືອ​ຄົນ​ເຈັບ ​ແລະ ອຸປະກອນ​ການ​ແພດ​ໃຫ້​ແຂວງ​ສະຫວັນ​ນະ​ເຂດ



     ໃນວັນທີ 25 ພຶດສະພາຜ່ານມາ, ບໍລິສັດເອັມເອັມຈີ (MMG LXM), ບໍ່ຄຳເຊໂປໄດ້ມອບລົດຊ່ວຍເຫລືອຄັນເຈັບ 1 ຄັນແລະ ຕູ້ອົບເດັກເກີດໃໝ່ສອງ​​ເຄື່ອງໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດເພື່ອປະກອບສ່ວນຊ່ວຍຄົນເຈັບແລະແກ້ໄຂສຸກເສີນຕ່າງໆພາຍໃນ​​ແຂວງດັ່ງກ່າວ. ​ໂດຍມີຕາງໜ້າຈາກບໍລິສັດເອັມເອັມຈີ (MMG LXM), ​ເຊໂປ, ອຸຍນີເຊັຟແລະເຈົ້າໜ້າທີ່ກ່ຽວຂ້ອງແຂວງສະຫວັນນະເຂດເຂົ້າຮ່ວມເປັນສັກຂີພິຍານໃນພິທີມອບ​-ຮັບອຸປະກອນຊ່ວຍເຫລືອດັ່ງກ່າວ.
     ທ່ານ ຊູເຣັດ ວາດນາກຣາ ຜູ້ຈັດການໃຫຍ່ MMG LXM ​ເຊໂປໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈຫລາຍທີ່
ໄດ້ສະໜັບສະໜູນອຸປະກອນການແພດໃຫ້ແກ່ໂຮງໝໍແຂວງສະຫວັນເຂດ, ​ໂດຍສະເພາະການຊ່ວຍເຫລືອທີ່ສາ ມາດເຂົ້າເຖິງແມ່ຍິງແລະເດັກນ້ອຍ, ​ໂດຍສອດຄ່ອງກັບເປົ້າໝາຍຂອງພວກເຮົາທີ່ມີຄວາມມຸ້ງໝັ້ນສູງໃນການປົກປ້ອງສຸຂະພາບ, ຄວາມປອດໄພແລະ ຄວາມຢູ່ດີມີສຸກຂອງພະນັກງານພວກເຮົາກໍຄືຮັບປະກັນປະຊາຊົນໃຫ້ໄດ້ຮັບຜົນປະໂຫຍດຈາກການດຳເນີນໂຄງການດັ່ງກ່າວ. ດັ່ງນັ້ນ ການສະໜັບສະໜູນໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈໃນການຮັກສາຄວາມປອດໄພແລະ ການບໍລິການສາທາລະນະສຸກ.
     ການຊ່ວຍເຫລືອຄັ້ງນີ້ແມ່ນນອນໃນການຮ່ວມມືລະຫວ່າງກະຊວງສາທາລະນະສຸກແລະ ອົງການ​ UNICEF ທີ່ແນໃສ່ຊ່ວຍຊີວິດຂອງເດັກ, ​ເຊິ່ງບໍລິສັດເອັເອັມຈີ (MMG LXM), ​ໄດ້ປະກອບສ່ວນປະມານ 1,4 ລ້ານໂດລາສະຫະລັດເຂົ້າໃນການປັບປຸງໂພຊະນາການເດັກແລະແມ່ຜ່ານແຜນງານ 1.000 ວັນ ທີ່ຈັດຕັ້ງປະຕິບັດເປັນໄລຍະ 3 ປີ, ຢູ່ແຂວງສະຫວັນນະເຂດ, ສາລະວັນແລະ ອັດຕະປື.

No comments:

Post a Comment