Ad

Ad

4 May 2015

ລັດຖ​ະບານ​ລາວ​ມອບ​ເງິນແສນໂດ​ລາສະຫະລັດຊ່ວຍ​ຜູ້​ປະສົບ​ໄພ​ແຜນ​ດິນ​ໄຫວ​ຢູ່ເນ​ປານ


ລັດຖະບານແຫ່ງ ສປປ ລາວ,​ ໄດ້ມອບເງິນຈຳນວນແສນໂດລາສະຫະລັດ,​ ໃຫ້ແກ່ລັດຖະບານເນປານເພື່ອປະກອບສ່ວນບັນເທົາທຸກ​​ໃຫ້ແກ່ປະຊາຊົນເນປານທີ່ໄດ້ຮັບເຄາະຮ້າຍຈາກເຫດການແຜນດິນໄຫວທີ່ຮ້າຍແຮງໃນວັນທີ 25 ​ເມສາຜ່ານມາ,​ ເຊິ່ງໄດ້ສ້າງຜົນກະທົບອັນໃຫຍ່ຫລວງແລະໄດ້ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ປະຊາຊົນເນປານ, ໂດຍລັດຖະບານລາວໄດ້ຕົກລົງໃຫ້ທ່ານຫລີບຸນຄ້ຳເອກອັດຄະລັດຖະທູດລາວປະຈຳຣາຊະອານາຈັດໄທເປັນຜູ້ມອບຜ່ານທູດນາປານປະຈຳຣາຊະອານາຈັກໄທທີ່ມີສຳນັກງານຕັ້ງຢູ່ບາງກອກ, ນຳເອົາເງິນຈຳນວນດັ່ງກ່າວໄປມອບໃຫ້ລັດຖະບານເພື່ອຊ່ວຍເຫລືອປະຊາຊົນຜູ້ທີ່ໄດ້ຮັບເຄາະຮ້າຍຈາກແຜນດິນໄຫວຄັ້ງນີ້ ແລະ ຖ້າຫາກທ່ານໃດ, ບຸກຄົນຫລືນິຕິບຸກຄົນໃດ, ລວມທັງຫ້າງຮ້ານແລະ ບໍລິສັດຕ່າງໆທີ່ມີຄວາມປະສົງຢາກຈະປະ ກອບສ່ວນກໍສາມາດປະກອບສ່ວນໄດ້ໂດຍໃຫ້ຕິດຕໍ່ກັບກົມຄຸ້ມຄອງໄພພິບັດ, ກະຊວງຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມເບີໂທລະສັບ:021-262120,265017 ຫລືພົວພັນກັບກົມມະຫາຊົນ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດເບີໂທ:021-261691,911276,263574.

No comments:

Post a Comment