Ad

Ad

28 May 2015

ໄລຍະ​ນີ້ອາກາດຮ້ອນ​ເອົ້າ ​ແລະ ຈະ​ເຢັນ​ລົງ​​ເລັກຫ​ນ້ອຍ​ໃນ​ຕົ້ນ​ອາທິດ​ໜ້າ



     ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ​ໃນທ້າຍອາທິດນີ້ ຮ່ອງຄວາມກົດດັນອາກາດຕ່ຳຍັງມີກຳລັງປານກາງ ຈະພັດຜ່ານຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ​ເຮັດໃຫ້ອຸນຫະພູມຂອງອາກາດຍັງຈະຮ້ອນຕື່ມອີກແລະ ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຢູ່ແຕ່ລະພາກ. ຈາກນັ້ນ ຕົ້ນອາທິດໜ້າ ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ, ​ເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງຫລາຍຂຶ້ນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ ນັບທັງນະຄອນ ຫລວງວຽງຈັນ.
     ອາກາດໃນໄລຍະນີ້ ຍັງຈະຮ້ອນຕື່ມອີກ, ຈາກນັ້ນ ອຸນຫະພູມຂອງອາກາດ​​ໂດຍທົ່ວໄປຈະເຢັນລົງເລັກຫນ້ອຍ, ​ນັບແຕ່ວັນທີ 27-29 ພຶດສະພານີ້, ຈະມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນ ວັນທີ 30 ພຶດສະພາ-2 ມີຖຸນານີ້, ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງຫລາຍຂຶ້ນຢູ່ແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ.

No comments:

Post a Comment