Ad

Ad

17 July 2015

ອ່ານໃຈຄົນຕາມທ້ອງຖະໜົນ ( ຄໍລຳ ບັນຫາຈານແຍ່ )



 ໂດຍ : ວິເສດ ສະແຫວງສຶກສາ.
       ເກືອບ 50 ປີທີ່ມີສຳມະໂນຄົວຢູ່ນະຄອນຫລວງ ແລະ 23 ປີ ທີ່ກຳພວງມະໄລ ລົດ (ເພາະບໍ່ຈຳ ເປັນມີໂຊເຟີ) ຈານ ແຍ່ ໄດ້ມີໂອກາດເຫັນຮ້ອຍອັນພັນແນວທີ່ຕຳ ຕາຕ້ອງໃຈຕາມເສັ້ນທາງເມືອງເອກແຫ່ງນີ້. ຈາກຕ້ອງໄດ້ບິແບ່ງເສັ້ນທາງກັບກອງ ທັບລົດຖີບ, ສາມລໍ້ຖີບ, ສາມລໍ້ເຄື່ອງ, ກຽວນແກ່ໄມ້ໄຜ່ຈ່າຍຂາຍ, ຈາກຕ້ອງໄດ້ແຮກ ສ່ຽວກັບບວກຂຸມຫລຸບໂນນ, ຂີ້ໄງ່ກຸບ ທີບໃນເມື່ອກ່ອນ, ມາດຽວນີ້ ຈານແຍ່ຕ້ອງໄດ້ ສ້າງຮັກສ້າງແພງບິແບ່ງນ້ຳໃຈໃຫ້ແກ່ກັນ ແລະ ກັນກັບລົດສີ່ຕີນ, ຫົກຕີນ ຫລື ຫລາຍ ຕີນກວ່ານັ້ນ, ໄດ້ມີໂອກາດຢຽບທາງຊີເມັນມີມ້າລາຍແບ່ງສິດລະຫວ່າງ ຜູ້ຍ່າງກັບ ຜູ້ຂັບຂີ່, ມີປ້າຍເຕືອນສະຕິບໍ່ໃຫ້ຫລັ ບໃນ, ບໍ່ໃຫ້ວິນຍານຜີມາສິງ ແລະ ໃຫ້ຄະລຳ ເຫລົ້າ, ສ່ວນກອງທັບລົດຖີບນັ້ນໄດ້ປ່ຽນມາເປັນກອງທັບລົດຈັກທີ່ມັກເຮັດຕາມ ໃຈ. ລົດລາຄາແພງມີຍີ່ຫໍ້ທີ່ມີສ່ວນແບ່ງ ນເສັ້ນທາງຫລາຍຂຶ້ນນັ້ນພິສູດໃຫ້ວ່າພວກເຮົາເຫັນວ່າຢູ່ບ້ານເຮົາເສດຖີລາວໜ້າໃໝ່ມີຈຳ ນວນຫລາຍຂຶ້ນ.
      23 ປີຫລັງພວງມະໄລຊ່ວຍໃຫ້ຈານແຍ່ມີສະມາທິດີຂຶ້ນ. ມີບາງຄັ້ງຄິດກໍຄິດບ້າໆເອົາເອງວ່າຄົງເປັນຍ້ອນລົດຕິດເພາະໃ
ສະພາບເສັ້ນທາງຄືທຸກມື້ນີ້ຈະເຮັດໃຈວອກແວກຄືເກົ່າອີກບໍ່ໄດ້ເດັດຂາດ. ຈານແຍ່ເຄີຍເວົ້າກັບຫລາຍໆຄົນວ່າຖ້າຫາກ ຊ່າງສັງ ເກດສິ່ງທີ່ເຫັນ ແລະ ເປັນໄປຕາມເສັ້ນທາງນີ້ ພວກເຮົາຄົງຮຽນຮູ້ຫລາຍໆຢ່າງໂດຍສະເພາະແມ່ນເລື່ອງຈິດຕະ ສາດສັງຄົມ, ນິໃສໃຈຄໍ ແລະ ມາລະຍາດຂອງຄົນເພາະໃນສະພາບຄັບ ຂັນແອອັດຍາດຊີງກັນໄປນັ້ນ, ວິນຍານດິບ ແລະ ວິນຍານສຸກຂອງຄົນ ເຮົາມັກຈະໂຜ່ອອກມາໂດຍອັດຕະໂນມັດຜ່ານສຽງແກ, ສຽງເປີດທໍ່ອາຍເສຍ, ສຽງຮ້ອງ ດ່າວ່າ ຄວາມ, ການຂັບລົດປາດໜ້າ ປາດຫລັງ (ເອີ້ນວ່າຍິນຍານດິບ) ການແລກຮອຍຍິ້ມ, ການ ໃຫ້ອະໄພ, ການເຄົາລົບກົດຈະ ລາຈອນ, ການໃຫ້ກຽດເຊິ່ງກັນ ແລະ ກັນ (ເອີ້ນວ່າວິນຍານສຸກ) ເສຍແຕ່ວ່າໂຕວິນຍານສຸກນີ້ ມີຈຳນວນໜ້ອຍເຫລືອ ຮ້າຍ ແລະ ມີທ່າອ່ຽງຫລຸດລົງຕື່ມ. ຮອດເວລານັ້ນຂໍໃຫ້ຈິນຕະນາ ການເອົາເອງວ່າມີຫຍັງຈະເກີດ ຂຶ້ນຕາມເສັ້ນທາງທີ່ລົ້ນ ໄປດ້ວຍ ມະນຸດຕີນຜີ. ນອກຈາກວິນຍານ ສອງປະເພດແລ້ວ, ພວກເຮົາຍັງ ສາມາດໃຊ້ເສັ້ນທາງເປັນຕຳລາ ອ່ານໃຈຄົນ ໄດ້ອີກຫລາຍໆດ້ານ ແຕ່ສິ່ງທີ່ບາດຕາບາດໃຈຈານ ແຍ່ແຮງນັ້ນ ພໍລຽງລຳດັບໄດ້ດັ່ງ ນີ້ ຄືໜຶ່ງ: ການລະເມີດເຄື່ອງ ໝາຍການຄ້າຂອງເຈົ້າຂອງລົດ ຈຳນວນໜຶ່ງທີ່ຈົງໃຈຖອດເຄື່ອງ ໝາຍຍີ່ຫໍ້ລົດດັ້ງເດີມຂອງລົດບາງຍີ່ຫໍ້ອອກ ແລ້ວເອົາ ເຄື່ອງໝາຍຍີ່ຫໍ້ລົດລາຄາແພງໆໃສ່ ເພື່ອຄວາມມີໜ້າມີຕາທັງໆທີ່ຮູ້ວ່າຕົນ ເອງກຳລັງຕົວະຕົນເອງ ແລະ ຕົບຕາສັງຄົມ. ທ່ານຜູ້ອ່ານລອງສັງເກດດີໆເບິ່ງວ່າລົດເລັກຊັດ (lexus), ລົດໂຕໂຍຕ້າ (TOYOTA) ທີ່ແລ່ນຕາມທ້ອງຖະໜົນ ນັ້ນມີຈັກຄັນປອມ ມີຈັກຄັນແທ້. ເລື່ອງນີ້ເຫດໃດທາງການກ່ຽວຂ້ອງຈຶ່ງບໍ່ກຳຈັດ ເພາະ ມັນເປັນການລະເມີດລິຂະສິດ ລະ ເມີດເຄື່ອງໝາຍການຄ້າ. ຕາມ ສັງເກດລົດທີ່ຖືກລອກຄາບເປັນ ລົດຍີ່ຫໍ້ອື່ນສ່ວນຫລາຍເປັນລົດ BYD F3 ແລະ BYD F6 (ປະເພດລົດຈິບ). ສອງ: ຈານແຍ່ບໍ່ເຂົ້າໃຈວ່າເຫດໃດພາກສ່ວນກ່ຽວຂ້ອງຍັງປ່ອຍໃຫ້ບາງຄົນປະ ດັບປະດາປ້າຍເລກ ທະບຽນລົດເອົາເອງຕາມໃຈເຊັ່ນ: ບາງປ້າຍປະດັບດ້ວຍຂອບສີຄຳ, ຂອບລວດລາຍ ແລະ ເພີ່ມສີສັນເຂົ້າຕື່ມ ເຊິ່ງເປັນການ ທຳລາຍຮູບເດີມທີ່ທາງການກຳນົດໃຫ້. ສາມ: ມີເຈົ້າຂອງລົດຈຳນວນບໍ່ໜ້ອຍເຫີ່ເຫີມນຳສະຕິກເກີເນື້ອໃນບາດຕາ ບາດໃຈເຊິ່ງເອົາຕິດໄວ້ຕາມທ້າຍລົດເຊັ່ນ: ສະຕິກເກີ ຮູບໂປ້ເປືອຍ, ສະຕິກເກີເນື້ອໃນກວນປະສາດເປັນພາສາຕ່າງ ປະເທດເຊັ່ນ: ສົມມຸດເປັນຕົວຢ່າງເມຍຫາຍ-ບາຍນ້ອງເມຍ”, “Kiss my Ass” ກໍຄືຄຳສັບລາມົກຕົກເຫວອື່ນໆ.
     ພາຍໃຕ້ຄຳຂວັນ 6 “ນະຄອນຫລວງຂອງພວກເຮົາສະ ອາດງາມຕາຂຶ້ນຍັ່ງມື້, ແຕ່ຖ້າບໍ່ກຳຈັດປາກົດການປົນເປື້ອນທີ່ ກ່າວມານັ້ນຄວາມງາມຂອງບ້ານເມືອງເຮົາກໍຈະບໍ່ມີຄວາມໝາຍ.

No comments:

Post a Comment