ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ໂຄງການໄຟຟ້ານ້ຳຕົກ ໄຊຍະບູລີເປັນເຂື່ອນຝາຍນ້ຳລົ້ນຂະໜາດໃຫຍ່ທີ່ມີຄວາມສຳຄັນຕໍ່ແຜນພັດທະນາພະລັງານໄຟຟ້າຂອງ
ສປປ ລາວ ເພື່ອຂຸດຄົ້ນ ແລະເສີມຂະຫຍາຍທ່າແຮງຂອງລາວທີ່ມີແມ່ນ້ຳລຳເຊຫລາຍສາຍໃນການຜະລິດພະລັງງານ ໄຟຟ້າສະໜອງໃຫ້ ແກ່ການຊົມໃຊ້ຢູ່ພາຍໃນປະເທດ
ແລະ ສົ່ງອອກເປັນສີນຄ້າ ແນໃສ່ສ້າງລາຍຮັບເພີ່ມໃຫ້ງົບປະມານແຫ່ງຊາດ, ປະກອບ ສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ
ມີພື້ນຖານ ວັດຖຸເຕັກນິກໃນການຫັນເປັນອຸດສະຫະກຳ ແລະ ທັນສະໄໝໃນຕໍ່ໜ້າ, ປັດຈຸບັນການກໍ່ສ້າງໂຄງການ ດັ່ງກ່າວແມ່ນມີຄວາມຄືບໜ້າຕາມແຜນທີ່ວາງໄວ້ທຸກປະການ,
ທັງໄດ້ຮັບການສະໜັບສະໜູນ ຈາກປະຊາຊົນລາວບັນດາເຜົ່າ ແລະ ໄດ້ຮັບການຍ້ອງຍໍຈາກບັນດາເພື່ອນມິດຊາວ ຕ່າງປະເທດເປັນຢ່າງດີ,
ແຕ່ແນວໃດກໍຕາມຍັງມີຄົນຈຳນວນໜຶ່ງບໍ່ທັນເຂົ້າໃຈແທດເໝາະກັບຄວາມ ເປັນຈິງໃນໂຄງການດັ່ງກ່າວແລະ
ມີຄວາມຄິດເຫັນທີ່ແຕກຕ່າງ, ເຊິ່ງເກີດຈາກການບໍ່ທັນມາຮູ້,
ມາເຫັນໂຄງການຕົວຈຶງ, ສະນັ້ນ ຈຶ່ງຂໍເຊີນຊວນບັນດາເພື່ອນເຫລົ່ານັ້ນຈົ່ງຊັບຊ້ອນເວລາມາຢ້ຽມ ຊົມເບິ່ງໂຄງການຕົວຈິງເພື່ອໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງ
ແລະ ກອງປະຊຸມເທື່ອນີ້ຍັງໄດ້ຢັ້ງ ຢືນໃຫ້ເຫັນເຖິງຄວາມຈິງໃຈ, ຄວາມໂປ່ງໃສ
ແລະ ຄວາມຮັບຜິດຊອບສູງຂອງລັດຖະບານ ແລະ ຜູ້ພັດທະນາ ເພື່ອຮັບປະກັນວ່າຈະບໍ່ມີຜົນກະທົບຂ້າມຜ່ານຊາຍແດນທີ່ສຳຄັນຮ້າຍແຮງໃດໆ,
ພ້ອມທັງຊີ້ໃຫ້ເຫັນວ່າຂະບວນການປຶກສາຫາລືລ່ວງໜ້າຕາມສົນທິສັນຍາແມ່ນ້ຳຂອງປີ
1995 ນັ້ນຖ້າຫາກໄດ້ຮັບການປະຕິບັດຢ່າງຖືກຕ້ອງຕາມຈຸດປະສົງຂອງສັນຍາ
ແລະ ດ້ວຍການຮ່ວມມືຢ່າງຈິງໃຈຈາກບັນ ດາປະເທດສະມາຊິກແລ້ວ ຈະຊ່ວຍໃຫ້ການພັດທະນານຳໃຊ້ນ້ຳໃນແມ່ນ້ຳຂອງເກີດຜົນປະໂຫຍດສູງສຸດຕໍ່ບັນດາ ປະເທດທີ່ເປັນພາຄີກໍຄືຕໍ່ອານຸພາກພື້ນນີ້, ຂະນະດຽວກັນກໍເປັນໂອກາດອັນດີໃຫ້ແກ່ຜູ້ຊ່ຽວຊານທີ່ມີຊື່ສຽງລະດັບໂລກ ທີ່ໄດ້ທຳການສຶກສາໂຄງການຢ່າງລະອຽດເລິກເຊິ່ງມາແລ້ວນັ້ນ,
ໄດ້ສະເໜີຂໍ້ມູນຕ່າງໆຢ່າງໂປ່ງໃສ, ຈິງໃຈຕໍ່ສັງຄົມ,
ໂດຍສະເພາະແມ່ນບັນຫາການໄຫລຂອງຕະກອນ ແລະ ການເຄື່ອນຍ້າຍຂອງປາ,
ເຊິ່ງຍັງເປັນບັນຫາຕົ້ນຕໍ່ທີ່ສັງຄົມມີ ຄວາມເຫັນແຕກຕ່າງມາໂດຍຕະຫລອດ,
ສະນັ້ນ ຫວັງວ່າຜ່ານກອງປະຊຸມເທື່ອນີ້ຈະຊ່ວຍໃຫ້ສາທາລະນະຊົນກໍຄືສັງ ຄົມມີຄວາມຮັບຮູ້ເຂົ້າໃຈຢ່າງມີພື້ນຖານວິທະຍາສາດວ່າການພັດທະນາທຸກໂຄງການໄຟຟ້ານ້ຳຕົກໃນແມ່ນ້ຳຂອງຕອນລຸ່ມແມ່ນຍຶດໝັ້ນບັນດາຫລັກການໃນສົນທິສັນຍາແມ່ນ້ຳຂອງປີ
1995 ແລະ ຮັບປະກັນຄວາມຍືນຍົງຕາມມາດຕະຖານສາກົນທີ່ຮັບຮູ້ກັນໃນປັດຈຸບັນ.
ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ສຳລັບໂຄງການໄຟຟ້າໄຊຍະບູລີດັ່ງກ່າວມີມູນຄ່າການກໍ່ສ້າງປະມານ
3,8 ຕື້ໂດລາສະຫະລັດ, ມີກຳລັງການຕິດຕັ້ງຫລາຍກວ່າ 1200 ເມກາວັດ, ມາຮອດປັດຈຸບັນການກໍ່ສ້າງມີຄວາມຄືບໜ້າ ຫລາຍກວ່າ 50% ແລະ ຄາດວ່າຈະສຳເລັດໃນປີ 2019 ຢ່າງແນ່ນອນ.
No comments:
Post a Comment